ຊາຂຽວມີຄຸນປະໂຫຍດບາງຢ່າງທີ່ຫຼາຍກ່ວາຊາຂຽວທົ່ວໄປແຕ່ເນັ້ນທີ່ຊາຂຽວໂດຍສະເພາະຄື:
- ກິ່ນຫອມ: ນອກຈາກມີລົດຊາດທີ່ນຸ້ມນວນແລ້ວຍັງບໍ່ຝາດ ເຖິງຈະບໍ່ດີເທົ່າຊາອູຫລົງກໍຕາມ ແຕ່ເຮັດໃຫ້ຮູ້ສຶກສົດຊື່ນ. ເນື່ອງຈາກມີກິ່ນທີ່ຫອມເຮັດໃຫ້ມີບັນຍາກາດດີີໆໃນເວລາພັກຜ່ອນນັ້ນຜ່ອນຄາຍໄດ້ດີ. ຊ່ວຍໃຫ້ຄາຍຄຽດໃນເວລາກິນນ້ຳຊາ.
- ສຸຂະພາບປາກ: ຊາຂຽວມີສ່ວນຊ່ວຍຢຸດແບັກທີເຣຍໃນຊ່ອງປາກ ເຄືອບແຂ້ວສາມາດຫລຸດຄາບຫີນປູນໄດ້, ປ້ອງກັນແຂ້ວເປັນແມງອີກດ້ວຍ, ຫລຸດກິ່ນປາກ.
- ຫລຸດນ້ຳໜັກ: ການດື່ມນໍ້າຊາກ່ອນອາຫານ 20 ນາທີເຮັດໃຫ້ຫລຸດການຮັບປະທານອາຫານ ແລະ ມີຜົນການທົດລອງວ່າຊ່ວຍກຳຈັດໄຂມັນສະສົມໄດ້ ເຮັດໃຫ້ນ້ຳໜັກຫລຸດລົງ.
- ມີສານສະກັດຈາກຊາຂຽວ: ຊ່ວຍຫລຸດອາການເປັນພະຍາດລົມຊັກໄດ້ ເປັນການຢຸດຂະບວນການຂອງພະຍາດລົມຊັກ.
- ຕໍ່ສູ້ໄວຣັດ: ເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍ ໃນການຕ້ານເຊື້ອໄວຣັດ ພ້ອມກະຕຸ້ນການເຮັດວຽກຂອງພູມຕ້ານທານໄດ້ຢ່າງມີປະສິດທິພາບ ແລະ ເຮັດໃຫ້ເຊວໃນຮ່າງກາຍແຂງແຮງ.
- ພະຍາດຫົວໃຈ: ຊ່ວຍໃນເລື່ອງຂອງພະຍາດຫົວໃຈ ແລະ ຫຼອດເລືອດໄປພ້ອມກັນ ເພາະມີການທົດລອງວ່າຊາຂຽວຊ່ວຍຫລຸດການເກີດຄໍເລັດເຕີຣໍໃນຮ່າງກາຍ ມີຜົນຫຼາຍກ່ວາພືດຊະນິດອື່ນໆອີກ ເຊິ່ງຄໍເລັດເຕີຣໍສົ່ງຜົນຕໍ່ການເກີດພະຍາດຫລອດເລືອດ ແລະ ຫົວໃຈ.
- ພະຍາດເບົາຫວານ: ເນື່ອງຈາກຊາຂຽວມີໂພລີຟີນອນ ຊ່ວຍໃນເລື່ອງການເຮັດວຽກຂອງ ເອນໄຊ ທີ່ມີສ່ວນການເຮັດວຽກນ້ຳຕານໃນເລືອດ.
- ໃນຊາຂຽວມີຄາເທຊິນ ໃນການຫລຸດການເກີດອອກຊິເດນ ໃນເຊວໄດ້ຫລາຍກ່ວາອາຫານຊະນິດອື່ນເຮັດໃຫ້ຫລຸດອາການຫ່ຽວແຫ້ງຂອງຜິວໜັງ ເຮັດໃຫ້ເບິ່ງອ່ອນກ່ວາໄວ.
- ກະຕຸ້ນການເຮັດວຽກຂອງຮ່າງກາຍ ແລະ ລະບົບປະສາດ ມີຄາເຟອີນພຽງເລັກນ້ອຍ ບໍ່ເປັນອັນຕະລາຍຕໍ່ຮ່າງກາຍເຮັດໃຫ້ກະຕຸ້ນການເຮັດວຽກຂອງຮ່າງກາຍໃຫ້ດີຂຶ້ນ.
- ຕ້ານມະເຮັງ:ຊາຂຽວມີຄາເທຊິນ ປ້ອງກັນມະເຮັງ ແລະ ຍັງສາມາດຕ້ານອະນຸມູນອິດສະຫລະ ເປັນສາເຫດໜຶ່ງຂອງການເກີດພະຍາດມະເຮັງ ແລະ ຍັງມີການທົດລອງໃນຢີ່ປຸ່ນວ່າເມືອງທີ່ການບໍ່ສະບາຍເປັນພະຍາດມະເຮັງນ້ອຍຫຼາຍ ຈຶ່ງໄດ້ສຶກສາວ່າພວກເຂົາດື່ມນ້ຳຊາຂຽວຢ່າງສະໝ່ຳສະເໝີ.
