ຄໍາວ່າ “ຊະຕາກໍາ” ມີຄວາມເຂົ້າໃຈຈາກສອງຝ່າຍທີ່ມີອັນຄ້າຍຄືກັນ. ຝ່າຍທີໜຶ່ງ, ຈິດຕະນິຍົມເຂົ້າໃຈວ່າ “ຊະຕາກໍາ” ແມ່ນຜົນຈາກການດົນບັນດານ ຂອງຟ້າແຖນ, ອິນພົນຍົມມະລາດຜູ້ມີອິດທິລິດ ທີ່ສາມາດບັນດານໃຫ້ຜູ້ນັ້ນລວຍ, ຜູ້ນີ້ຈົນ, ຜູ້ນັ້ນພົບພໍ້ແຕ່ຄວາມສຸກ, ຜູ້ນີ້ພົບແຕ່ໂຊກຮ້າຍ. ເຫດຜົນກໍຍ້ອນວ່າ ຄົນຜູ້ນີ້ເຄີຍກະທໍາດີໃນຊາດປາງກ່ອນ, ດັ່ງນັ້ນຊາດນີ້ຟ້າແຖນຈຶ່ງບັນດານໃຫ້ຜູ້ນັ້ນໄດ້ຮັບແຕ່ກໍາດີ. ຝ່າຍທີສອງ, ວັດຖຸນິຍົມເຂົ້າໃຈວ່າ “ຊະຕາກໍາ” ແມ່ນຜົນງານ, ແມ່ນຜົນໄດ້ຮັບ, ແມ່ນການຕອບແທນ ຈາກການກະທໍາທີ່ໄດ້ພະຍາຍາມປະຕິບັດຜ່ານໆມາ. ການເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ຈຶ່ງແມ່ນໝາກຜົນ, ແມ່ນຜົນງານ ແລະ ຜົນສໍາເລັດທີ່ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮ່ວມມືກັນປະສານສົມທົບ, ກໍ່ຮ່າງສ້າງຂື້ນ ຈາກນໍ້າເຫື່ອນໍ້າແຮງ, ຈາກຄວາມພະຍາຍາມບາກບັ່ນອົດທົນຜ່ານຜ່າຄວາມຫຍຸ້ງ ຍາກນາໆປະການຫລາຍຍຸກຫລາຍສະໃໝຈາກຮຸ້ນສູ່ຮຸ້ນຈົນສາມາດກ້າວເຂົ້າສູ່ຜົນສໍາເລັດ ທີ່ຕອບສະໜອງຜົນປະ ໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນ ສອງຊາດ ລາວ-ຈີນ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ຈີນ ເປັນປະເທດເພື່ອນມິດໃກ້ຄຽງກັນ ທີ່ມີສາຍພູ, ສາຍນໍ້າຕິດຈອດກັນ. ປະຊາຊົນສອງຊາດລາວ-ຈີນ ມີຂະໜົບ ທໍານຽມ ແລະ ຮີດຄອງປະເພນີທີ່ຄ້າຍຄືກັນ. ສອງຊາດລາວ-ຈີນ ມີມູນເຊື້ອມິດຕະພາບອັນດີງາມ, ມີການໄປມາຫາສູ່, ຄ້າຂາຍນໍາກັນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫລອດມາໃນເວລາຕົກທຸກ ໄດ້ຍາກ ແລະ ລໍາບາກກາກກໍາ, ບົນຈິດໃຈສາມັກຄີ, ຮັກແພງ, ສະໜິດສະໜົມ ແລະ ເອື້ອເຟື້ອເພື່ອແຜ່ຕໍ່ກັນ ມາເປັນເວລາອັນຍາວນາມນັ້ນ ໄດ້ກາຍເປັນພື້ນຖານອັນແໜ້ນແກ່ນໃຫ້ແກ່ ປະຊາຊົນສອງຊາດ, ສອງພັກ-ສອງລັດ ລາວ-ຈີນ ໃນການຕົກລົງສ້າງຕັ້ງສາຍພົວພັນການທູດນໍາກັນຢ່າງເປັນທາງການ ໃນວັນທີ 25 ເມສາ 1961.
ການພົວພັນຮ່ວມມື ທີ່ໃກ້ຊິດ ສະໜິດ ສະໜົມ ລະຫວ່າງ ລາວ-ຈີນ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ສືບຕໍ່ສົ່ງເສີມ, ຖະນຸຖະໜອມ, ບໍາລຸງສ້າງສືບທອດຈາກ ບັນດາການນໍາຂອງສອງປະເທດ ຈາກ ຮຸ້ນສູ່ຮຸ້ນ ເຊິ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ, ການໄປມາຫາສູ່ກັນ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຕະຫລອດໄລຍະ 61 ປີ ຫລັງຈາກສອງປະເທດໄດ້ມີການສ້າງຕັ້ງສາຍພົວພັນການທູດ ຮ່ວມກັນພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ໄດ້ພະຍາຍາມ ຖະນຸບໍາລຸງ, ບຸລະນະຮັກສາມູນເຊື້ອການພົວພັນອັນດີງາມຖານບ້ານໃກ້ເຮືອນຄຽງ, ເພື່ອນມິດຮ່ວມອຸດົມການທາງການເມືອງດຽວກັນ, ກໍ່ຄືສ້າງສາພັດທະນາປະເທດ ຊາດຕາມເສັ້ນທາງສັງຄົມນິຍົມ ຕາມຮູບແບບລັກສະນະສີສັນ, ເງື່ອນໄຂ ແລະ ຈຸດພິເສດຂອງປະເທດໃຜລາວ.
ຜູ້ນໍາຂອງສອງພັກ ສອງລັດໄດ້ມີຄວາມພະຍາຍາມສູງ ຮ່ວມກັນຊຸກຍູ້ສົ່ງເສີມ ແລະ ຍົກລະດັບການພົວພັນຂອງສອງປະເທດຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງເຊັ່ນ: ໃນປີ 2000, ການນໍາຂັ້ນສູງສຸດຂອງສອງປະເທດໄດ້ກໍານົດການຮ່ວມມືຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”. ການພົວພັນລາວ-ຈີນໄດ້ຮັບການຖະນຸບໍາລຸງ ຕະຫລອດມາຈົນເຖິງ ປີ 2009, ການພົວພັນ ລາວ-ຈີນ ໄດ້ຖືກຍົກລະດັບຂຶ້ນມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພາຍໃຕ້ການເອົາໃຈໃສ່ ແລະ ຊີ້ນໍານໍາພາຂອງການນໍາຂັ້ນສູງ, ສອງພັກ ແລະ ສອງລັດໄດ້ມີການແລກປ່ຽນການຢ້ຽມຢາມກັນຢ່າງເປັນປົກກະຕິ, ອັນໄດ້ເຮັດໃຫ້ສອງປະເທດມີການພົວພັນທີ່ແໜ້ນແຟ້ນກວ່າເກົ່າ. ດັ່ງ ນັ້ນ, ໃນປີ 2019 ການນໍາຂອງສອງປະເທດ ຈຶ່ງໄດ້ຕົກລົງເປັນເອກະພາບກັນຍົກລະດັບການພົວພັນລາວ-ຈີນ ຈາກຄູ່ຮ່ວມມືຍຸດທະ ສາດຮອບດ້ານ ມາເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ໂດຍການຮ່ວມລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະ ຫວັດສາດຂອງສອງປະ ເທດທີ່ມີເປົ້າ ໝາຍໃນການສ້າງປະເທດຕາມທິດສັງຄົມນິຍົມ ແລະ ໄດ້ກາຍເປັນເຂັມທິດເຍືອງທາງໃຫ້ແກ່ການລົງເລິກການຮ່ວມມືລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ໃຫ້ມີຄວາມໜັກແໜ້ນ ແລະ ເລິກເຊິ່ງຂຶ້ນຕື່ມໃນອະ ນາຄົດ. ຈາກອະດີດສູ່ປັດຈຸບັນ ການພົວພັນຮ່ວມມື ລາວ-ຈີນ ໄດ້ຮັບການຊຸກຍູ້ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ, ເປັນຕົ້ນຂົງເຂດການເມືອງ- ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ວັດທະນະທໍາ-ສັງຄົມ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນຮ່ວມມືຕາມທິດ 4 ດີ ຄື: ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາດຽວກັນ. ການຮ່ວມມືລາວ-ຈີນ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງສູ່ຄຸນນະພາບໃໝ່ ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ. ພາຍຫລັງທີ່ປະເທດຊາດໄດ້ຮັບຄວາມເປັນເອກະລາດ ແລະ ໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ລັດຖະບານ ແລະ ປະຊາຊົນຈີນ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອປະຊາຊົນລາວ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ. ການ ນໍາຂອງສອງປະເທດ ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບປະການໃນການສ້າງສາພັດທະນາເສດຖະກິດສັງຄົມຂອງປະ ເທດຕົນຢ່າງເປັນປະຈໍາ. ບົດຮຽນອັນລໍ້າຄ່າທີ່ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາ ແນວຄິດທິດສະດີຂອງບັນດາການນໍາປະເທດເພື່ອນມິດສັງຄົມນິຍົມ, ໂດຍສະເພາະແມ່ນບົດຮຽນ ແລະ ພຶດຕິກໍາຕົວຈິງຂອງ ສປ ຈີນ ໃນການພັດທະນາເສດຖະກິດ-ສັງຄົມ, ເຊັ່ນການປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກຂອງ ສປ ຈີນ ໃນປີ 1978 ໄດ້ກາຍເປັນບ່ອນອີງທີ່ສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ ໃຫ້ແກ່ພັກ ແລະ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃຫມ່ທີ່ມີຫລັກການຂອງພັກໃນປີ 1986. ເມື່ອເວົ້າເຖິງນະໂຍບາຍປ່ຽນແປງ ໃໝ່ໃນໄລຍະນັ້ນ, ທ່ານ ເຕີ້ງ ສຽວຜີງ ເຄີຍເວົ້າວ່າ “ຈະເປັນແມວສີຂາວ ຫລື ແມວສີດໍາກໍບໍ່ເປັນຫຍັງ, ຖ້າແມວນັ້ນຫາກ ສາມາດຈັບໜູໄດ້ ກໍຖືວ່າເປັນແມວທີ່ດີ ມີປະໂຫຍດ”. ຄໍາເວົ້າດັ່ງກ່າວສາມາດຕອບໂຈດໄດ້ ແລະ ມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງທີ່ສຸດໃນການກໍານົດຍຸດທະສາດເພື່ອສ້າງສາພັດ ທະນາປະເທດຊາດ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເພື່ອນໍາພາປະເທດຊາດ ໃຫ້ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ. ດັ່ງນັ້ນ, ໃນມະຕິຂອງກອງປະຊຸມຄົບຄະນະຄັ້ງທີ 8 ສະໄໝທີ 4 ຂອງຄະນະບໍລິຫານງານພັກປະຊາຊົນ ປະຕິວັດລາວ (ເດືອນຕຸລາ 1989) ຕອນໜຶ່ງໄດ້ຢໍ້າວ່າ: “…ການປ່ຽນແປງໃໝ່ ແມ່ນຄວາມຈໍາເປັນພາວະວິໄສ, ແມ່ນຂະບວນວິວັດທີ່ມີລັກສະນະປະຕິວັດ ແລະ ວິທະຍາສາດ, ການປະຕິວັດ ຂອງປະເທດໃນໄລຍະໃໝ່ນີ້ແມ່ນຢຶດໝັ້ນຢູ່ໃນ 6 ຫລັກການພຶ້ນຖານ, ຊຶ່ງຫລັກການທີ 1 ກໍແມ່ນຢຶດໝັ້ນຈຸດໝາຍສັງຄົມນິຍົມ…”.
ພາຍຫລັງການປະຕິບັດນະໂຍບາຍປ່ຽນແປງໃໝ່ເປັນຕົ້ນມາ ສົມທົບກັບການກ້າວເຂົ້າສູ່ຍຸກແຫ່ງ ໂລກາພິວັດ ທີ່ພາກພື້ນ ແລະ ສາກົນທີ່ີມີທັງການແຂ່ງຂັນ ແລະ ເພິ່ງພາອາໄສເຊິ່ງກັນ ແລະກັນ, ມີການເຊື່ອມໂຍງກັນຫລາຍຂຶ້ນ. ບັນຍາກາດການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ຍິ່ງມີການຂະຫຍາຍຕົວກວ້າງຂວາງຫລາຍຂຶ້ນ, ກວມເອົາທຸກຂົງເຂດວຽກງານ, ໂດຍສະເພາະດ້ານການຄ້າ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງແມ່ນມີບາດກ້າວກະໂດດຂັ້ນ. ມາເຖິງປັດຈຸບັນ, ສປ ຈີນ ກາຍເປັນຄູ່ຄ້າອັນດັບສອງຂອງ ສປປ ລາວ, ເຊິ່ງບໍລິມາດການຄ້າຂອງສອງປະເທດໄດ້ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2021 ການຄ້າສອງຝ່າຍບັນລຸ 4,35 ຕື້ໂດລາ (ສປປ ລາວ ສົ່ງອອກ ປະມານ 2,68 ຕື້ໂດລາ). ດ້ານການລົງທຶນ, ສປ ຈີນ ມີການລົງທຶນຫຼາຍທີ່ສຸດຢູ່ ສປປ ລາວ, ຕົວເລກສະສົມນັບແຕ່ປີ 1989 ມາຮອດທ້າຍປີ 2021 ມີທັງໝົດ 821 ໂຄງການ ລວມມູນຄ່າການລົງທຶນ 16 ຕື້ກວ່າໂດລາ ເຊິ່ງຖືກຈັດຢູ່ໃນອັນດັບ 1 ຈາກ 53 ປະເທດທີ່ເຂົ້າມາລົງທຶນໃນລາວ.
ຫລາຍປະເທດໃຫ້ການສັນລະເສີນ ແລະ ສະໜັບສະໜູນເຂົ້າຮ່ວມໃນ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງປະທານ ສີ ຈິ້ນຜິງ ທີ່ໄດ້ຮັບຮອງ ໃນປີ 2013. ຂໍ້ລິເລີ່ມນີ້ ໄດ້ກາຍເປັນຍຸດທະສາດດ້ານການທູດທີ່ສໍາຄັນທີ່ສຸດຂອງ ສປ ຈີນ ແລະ ຂອງຊາວໂລກ, ຊຶ່ງຍຸດທະສາດນີ້ໄດ້ອອກແບບເພື່ອໃຫ້ ສປ ຈີນ ມີບົດບາດຢູ່ໃນເວທີສາກົນ ໃນຖານະທີ່ ສປ ຈີນ ໄດ້ມີການພັດທະນາຂຶ້ນເລື້ອຍໆ ຈົນກາຍເປັນປະເທດທີ່ມີບົດບາດສຳຄັນຂອງໂລກ ທາງດ້ານການເມືອງ, ເສດຖະກິດ, ຄວາມໝັ້ນຄົງ. ຍຸດທະສາດ “ໜຶ່ງແລວ, ໜຶ່ງເສັ້ນທາງ” ແມ່ນເປົ້າໝາຍ ແລະ ຄວາມພະຍາຍາມ ທີ່ໄປລວງດຽວກັນກັບຍຸດທະສາດຂອງລັດຖະບານ ສປປ ລາວ, ຊຶ່ງການນໍາຂອງ ສປປ ລາວ ບໍ່ວ່າຮຸ້ນໃດສະໄໝໃດກໍມີຄວາມພະຍາຍາມສູງໃນການປ່ຽນແປງສະຖານະພາບປະເທດຂອງຕົນທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມຈອດເຊື່ອມຈອດຂອງພາກພື້ນ.ພ້ອມດຽວກັນນັ້ນ, ຂໍ້ລິເລີ່ມດັ່ງກ່າວ ກໍຍັງມີຄວາມສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມໂຍ່ງພາກພື້ນຂອງອາຊຽນປີ 2025 ອີກດ້ວຍ.
ຄວາມພະຍາຍາມໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງ “ຄູ່ຮ່ວມຊະຕາກໍາລາວ-ຈີນ”, ທີ່ໄດ້ກໍານົດຫລັກການພົວພັນຮ່ວມມືລາວ-ຈີນໄລຍະ 5 ປີ (2021-2025), ໂດຍສະເພາະສອງຝ່າຍຈະຢຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ດ້ວຍການເຊື່ອມໂຍງ ລະຫວ່າງ ຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລັດຖະບານລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງລັດຖະບານຈີນ. ໃນໄລຍະຜ່ານມາ, ມີຫຼາຍໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ ແມ່ນການພັດທະນາພື້ນຖານໂຄງລ່າງ, ອຸດສາຫະກໍາ-ການຄ້າ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ. ການລົງທຶນໃນຂະແໜງການເຫຼົ່ານີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລາວ. ໂຄງການສໍາຄັນທີ່ສຸດ, ກໍແມ່ນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຈາກນະຄອນຄຸນໝິງ ແຂວງຢຸນໜານຂອງຈີນ ຫາ ນະຄອນຫຼວງວຽງຈັນ ຂອງລາວ ທີ່ໄດ້ເປີດນໍາໃຊ້ບໍລິການມາແຕ່ເດືອນທັນວາ 2021. ໂຄງການດັ່ງກ່າວ ມີຄວາມສອດຄ່ອງກັບແຜນຍຸດທະສາດ ແລະ ການພັດທະນາຂອງລາວ ທີ່ຕ້ອງການປ່ຽນສະຖານະພາບຈາກເປັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ແລະ ກາຍເປັນສູນກາງດ້ານການຂົນສົ່ງຂອງພາກພື້ນ ເຊິ່ງຄາດວ່າຈະນໍາເອົາຜົນປະໂຫຍດຢ່າງຫຼວງ ຫຼາຍມາສູ່ບໍ່ພຽງແຕ່ສອງຊາດລາວ-ຈີນ ເທົ່ານັ້ນ, ແຕ່ຍັງຈະຊ່ວຍປະກອບສ່ວນເຮັດໃຫ້ອະນຸພາກພື້ນ ແລະ ພາກພື້ນ ມີການເຊື່ອມໂຍງເຊື່ອມຈອດ ກັນຫຼາຍຂຶ້ນທາງດ້ານໂຄງລ່າງພື້ນຖານດ້ານການຄົມມະນາຄົມຂົນສົ່ງ, ເນື່ອງຈາກໂຄງການກໍ່ສ້າງເສັ້ນ ທາງລົດໄຟ ລາວ-ຈີນ ແມ່ນສ່ວນໜຶ່ງທີ່ສໍາຄັນຂອງເສັ້ນທາງລົດໄຟ ຄຸນໝິງ-ສິງກະໂປ.
ໃນການຈັດຕັ້ງຜັນຂະຫຍາຍ ການພົວພັນຮ່ວມມື ລາວ-ຈີນ ຈະເນັ້ນໃສ່ ປິ່ນອ້ອມການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ເຊິ່ງໄດ້ວາງເປົ້າຫມາຍ ແລະ ທິດທາງໃນການຮ່ວມມືໃນຕໍ່ໜ້າ ທີ່ປະກອບດ້ວຍ 5 ເນື້ອໃນສໍາຄັນ ຄື: ດ້ານການເມືອງ, ດ້ານເສດຖະກິດ, ດ້ານຄວາມໝັ້ນຄົງ, ດ້ານວັດທະນະທໍາ-ການພົວພັນ ລະຫວ່າງປະຊາຊົນ ແລະ ດ້ານສິ່ງແວດລ້ອມ. ນອກນັ້ນ, ການຮ່ວມມື ລາວ-ຈີນ ໃນຂອບຂໍ້ລິເລິ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ແລະ “ແລວທາງເສດຖະກິດ ລາວ-ຈີນ” ຈະເປັນສິ່ງກະຕຸກຊຸກຍູ້ເຮັດໃຫ້ການພົວພັນ ລາວ-ຈີນ ກ້າວເຂົ້າສູ່ລວງເລິກທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະພາຍຫລັງທີ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ມີລັກສະນະປະຫວັດ ສາດ ແລະ ຍຸດທະສາດ, ເຊິ່ງຈະນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ແລະ ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສປປ ລາວ ຈະສືບຕໍ່ຜັນຂະຫຍາຍການພົວພັນຮ່ວມມືຍຸດທະສາດຮອບ ດ້ານ ຫມັ້ນຄົງຍາວນານ ລາວ-ຈີນ ບົນພື້ນຖານຕາມທິດ 4 ດີ, ທີ່ໄດ້ຍົກລະດັບເປັນການພົວພັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເກີດດອກອອກຜົນໃນທຸກດ້ານ ແລະ ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ກ້າວສູ່ຄຸນນະພາບໃຫມ່. (ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)
May be an image of 2 people and people standing
30,463
People reached
3,711
Engagements

+3.9x higher

Distribution score
Boost post
520
44 Comments
110 Shares
Like

Comment
Share
Loading...