ຄົນເຈັບຜູ້ຕິດເຊື້ອພະຍາດໂຄວິດ19 ທີ່ນອນປິ່ນປົວຢູ່ແຂວງສະຫວັນນະເຂດ ໄດ້ຫາຍດີ ແລະ ແພດອະນຸຍາດໃຫ້ຜູ້ກ່ຽວອອກໂຮງໝໍແລ້ວ ເພື່ອຈະສືບຕໍ່ໄປຈໍາກັດບໍລິເວນຢູ່ເຮືອນຕໍ່ຈົນຄົບກໍານົດ 14 ວັນ; ເຮັດໃຫ້ມາຮອດປະຈຸບັນ ຜູ້ຕິດເຊື້ອພະຍາດ CoVID-19 ທີ່ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ມີຈຳນວນ 03 ຄົນ ໃນນີ້ທຸກຄົນແມ່ນຢູ່ນະຄອນຫຼວງວຽງຈັນ ແລະ ມີສຸຂະພາບຮ່າງກາຍ ຈິດໃຈສົມບູນ ແລະ ແຂງແຮງດີ.
ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງຕອນເຊົ້າວັນທີ 02 ເມສາ 2021 ນີ້ວ່າ: ການເຝົ້າລະວັງ ພະຍາດ COVID-19 ຢູ່ ລາວ ໃນວັນທີ 01 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.993 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.889 ຄົນ; ຈຸດຜ່ານດ່ານ ລາວ – ຈີນທັງໝົດ 82 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ
1.022 ຄົນ ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ເຊິ່ງທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ແລ້ວນໍາສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກໍານົດໄວ້.
ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມວ່າ: ສຳລັບການສັກຢາປ້ອງກັນພະຍາດໂຄວິດ-19 ໃນມື້ນີ້ ໄດ້ມີການສ້າງຂະບວນການສັກຢາກັນພະຍາດໂຄວິດ-19 ໂຮງໝໍມິດຕະພາບ, ບັນດາໂຮງໝໍເມືອງ ລວມທັງ ໂຮງໝໍ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຢູ່ທີ່ນະຄອນຫຼວງວຽງຈັນ ເຊິ່ງແມ່ນວັກຊີນ AstraZenega. ໂດຍທຸກຄົນຈະເຂົ້າມາສັກຕ້ອງມີການລົງທະບຽນການສັກວັກຊີນຜ່ານແອບພລິເຄຊັນ ແລະ ໃຫ້ຖືບັດປະຈຳຕົວ ຫຼື ສຳມະໂນຄົວຂອງທ່ານໄປນໍາ.
Loading...