ນັກທຸລະກິດຄົນເຊື້ອຊາດລາວ ສັນຊາດຕ່າງປະເທດ ທີ່ກັບມາດຳເນີນທຸລະກິດຢູ່ລາວ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ສ່ວນໃຫຍ່ໄດ້ຮັບຜົນສຳເລັດສູງສົມຄວນ, ໜຶ່ງໃນນັ້ນມີ ທ່ານ ສີສົມບັດ ພິລາວົງ ຄົນເຊື້ອຊາດລາວ ສັນຊາດອາເມຣິກາ, ເກີດຢູ່ບ້ານບົວ ເມືອງແປກ ແຂວງຊຽງຂວາງ, ເດີນທາງໄປສະຫະລັດອາເມຣິກາປີ 1984 ໄປຢູ່ເມືອງແອວຈິນ ລັດອີລີນອຍ ສະຫະລັດອາເມຣິກາ ເມື່ອປີ 1986, ກັບມາຢ້ຽມຢາມລາວຄັ້ງທຳອິດປິ 1993, ປີ 1995 ເລີ່ມມາລົງທຶນຮ່ວມກັບພີ່ນ້ອງ, ປີ 2008 ໄດ້ມາສ້າງຕັ້ງ ບໍລິສັດ ສີສົມບັດ ເຊົ່າສີນເຊື່ອຈຳກັດ ຕັ້ງຢູ່ຖະໜົນຣາດຊະວົງ ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ຕໍ່ມາສ້າງຕັ້ງ ບໍລິສັດເອັສພີ ອະສັງຫາລິມະຊັບ ແລະ ຫຼ້າສຸດເດືອນກັນຍາປິ 2018 ໄດ້ກໍ່ສ້າງພັດຕະຄານ ເຊັນພີລາ ຢູ່ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສຳເລັດ ແລະ ເລີ່ມບໍລິການນັບແຕ່ເດືອນຕຸລາ ປີ 2020 ເປັນຕົ້ນມາ.
ທ່ານ ສີສົມບັດ ພິລາວົງ ມີຄຳເຫັນວ່າ ການດຳເນີນທຸລະກິດບໍ່ວ່າຢູ່ປະເທດໃດກໍ່ມີຄວາມສະດວກ ແລະ ຂໍ້ຫຍຸ້ງຍາກທັງໝົດ, ສຳລັບຢູ່ລາວມີຄວາມສະດວກຍ້ອນວ່າ ພັກລັດໄດ້ມີນະໂຍບາຍສົ່ງເສີມພາກທຸລະກິດຢ່າງກວ້າງຂວາງ ແລະເປັນພິເສດ, ສ່ວນຂໍ້ຫຍຸ້ງຍາກທີ່ພົບເຫັນໄດ້ ຖືເປັນບົດຮຽນເພື່ອນຳມາປັບປຸງພັດທະນາກິດຈະການຂອງຕົນ ເຮັດໃຫ້ທຸລະກິດທຸກຢ່າງດຳເນີນໄປດ້ວຍດີ.
ທ່ານ ສີສົມບັດ ພິລາວົງ ຄົນເຊື້ອຊາດລາວ ສັນຊາດອາເມຣິກາ ທີ່ດຳເນີນທຸລະກິດຢູ່ລາວໃຫ້ຮູ້ຕື່ມວ່າ ການກໍ່ສ້າງພັດຕະຄານ ເຊັນພີລາ ຢູ່ບ້ານດົງປ່າແຫຼບ ນະຄອນຫຼວງວຽງຈັນ ຍັງໄດ້ສ້າງທາງເຂົ້າພັດຕະຄານ ພ້ອມທັງໃສ່ໄຟເຢືອງທາງ, ໄດ້ຂະຫຍາຍທາງຢູ່ຈຸດ 3 ແຍກໄຟແດງ ວັດດົງປ່າແຫຼບໃຫ້ກວ້າງກວ່າເກົ່າ ເປັນ 4 ຊ່ອງທາງຈະລາຈອນ, ໄດ້ນຳສະເໜີພະແນກໂຍທາທິການ ນະຄອນຫຼວງ ເພື່ອໃຊ້ທຶນຕົນເອງປັບປຸງເສັ້ນທາງ 3 ແຍກ ວັດດົງປ່າແຫຼບໄປຫາວັດປ່າໜອງບົວທອງໃຫ້ເປັນທາງກວ້າງທີ່ມີ 4 ຊ່ອງທາງຈະລາຈອນ, ແລະ ໄດ້ກໍ່ສ້າງເສັ້ນທາງໃໝ່ ແຕ່ດົງປ່າແຫຼບຫາບ້ານຮ່ອງຄ້າ ຍາວ 600 ແມັດ ໂດຍໄດ້ເສຍຄ່າທົດແທນທີ່ດິນໃຫ້ເຈົ້າຂອງດິນດ້ວຍທືນຕົນເອງ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຫຼາຍໃນການຊົມໃຊ້ເສັ້ນທາງໃໝ່, ປັດຈຸບັນສາມາດເຂົ້າເຖິງພັດຕະຄານ ເຊັນພີລາ ໄດ້ 5 ທາງ, ສະຫຼຸບແລ້ວ 3 ທຸລະກິດຂອງ ທ່ານ ສີສົມບັດ ພິລາວົງ ໄດ້ອຳນວຍປະໂຫຍດໃຫ້ປະຊາຊົນໃນທາງກົງ ແລະ ທາງອ້ອມ, ພ້ອມທັງສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເປັນຈຳນວນຫຼາຍ.




ໂດຍ: ຄໍາກອງ ກິດຕິຄຸນ, ຍືນຍົງ ແກ້ວເວີນໄຊ