ປີນີ້ອໍານາດການປົກຄອງແຂວງຄໍາມ່ວນໄດ້ສົມທົບກັບອໍານາດການປົກຄອງເມືອງຍົມມະລາດ ແລະ ບໍລິສັດໄຟຟ້ານໍ້າເທີນ 2 ຈໍາກັດໄດ້ພ້ອມກັນຈັດກິດຈະກໍາດັ່ງກ່າວຂຶ້້ນໃນຕອນເຊົ້າຂອງວັນທີ 02 ພຶດສະພາ 2023 ຢູ່ທີ່ເຂດປ່າປ້ອງກັນນໍ້າຈໍ້ກໍ້ ຫຼື ເຂດກັນຊົນເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ,ບ້ານສ້າງແກ້ວ , ເມືອງຍົມມະລາດ , ແຂວງຄໍາມ່ວນ ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ , ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ , ທ່ານ ດູສິດ ພົມມະຈັນ ຜູ້ອໍານວຍການເຂື່ອນ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ,ມີບັນດາທ່ານເຈົ້າເມືອງ , ຕາງໜ້າພະແນກການ , ອົງການຈັດຕັ້ງມະຫາຊົນ , ບໍລິສັດ ,ລັດວິສາຫະກິດ , ພໍ່ແມ່ປະຊາຊົນບ້ານໃກ້ຄຽງ , ພະນັກງານຄູ-ອາຈານ ແລະ ຊາວໜຸ່ມ-ເຍົາວະຊົນຕະຫຼອດເຖິງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ .
ສະເພາະການກະກຽມຈັດພິທີປູກຕົ້ນໄມ້ເພື່ອສ້າງຂະບວນການໃນວັນທີ 1 ມິຖຸນາ 2023 ທົ່ວແຂວງຄໍາມ່ວນ ຂອງພວກເຮົາມີເນື້ອທີ່ທັງຫມົດຈໍານວນ 16,2 ເຮັກຕາ, ສໍາລັບປູກຢູ່ໃນພິທີຂອງພວກເຮົາຢູ່ທີ່ນີ້ ມີ ເນື້ອທີ່ 10 ເຮັກຕາ, ຈໍານວນເບັ້ຍໄມ້ 10.000 ເບ້ຍ (ຊະນິດໄມ້ກະຖິນເທພາ), ຊື່ງໄດ້ປຸກໃສ່ໃນເຂດປ່າປ້ອງກັນນໍ້າຈໍ້ທໍ້ ຫຼື ເຂດກັນຊົນເຮືອນຈັກເຄື່ອນໄຟຟ້ານໍ້າເທີນ 2.


ສ່ວນຫນ້າວຽກຕາມແຜນການທີ່ຍັງຄ້າງນັ້ນ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ຕໍ່ໄປຈົນຫມົດປີ 2023. ເພື່ອປະຕິບັດໃຫ້ໄດ້ຕາມແຜນການດັ່ງກ່າວນັ້ນ ຂ້າພະເຈົ້າໃນນາມຕ່າງຫນ້າການຈັດຕັ້ງພະແນກກະສິກໍາ ແລະ ປ່າ ໄມ້ແຂວງ ຄໍາມ່ວນ, ຂໍຖືເປັນກຽດເຊີນຊວນມາຍັງ ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຜູ້ ປະກອບການ ທຸກທົ່ວຫນ້າຈົ່ງພ້ອມກັນປູກຕົ້ນໄມ້ ຄືດັ່ງຄໍາຂວັນທີ່ວ່າ: “ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ, ວັນທີ 1 ມີຖຸນາ, ຄົບຮອບ 43 ປີ ຢ່າງສຸດໃຈ”, “ປູກຕົ້ນໄມ້ໃນວັນນີ້ ເພື່ອລູກຫຼານໃນວັນຫນ້າ”, “ຈົ່ງຊ່ວຍກັນປູກຕົ້ນ ໄມ້ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາ ສິ່ງແວດລ້ອມ, ຫຼຸດຜ່ອນການປ່ຽນ ແປງດິນຟ້າອາກາດ”; ສໍາລັບຄໍາຂວັນວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກໃນປີນີ້ແມ່ນ ” ສິ່ງແວດລ້ອມຂອງພວກເຮົາຈະດີ ຖ້າຫຼຸດຜ່ອນການນໍາໃຊ້ພາດສະຕິກ “
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນໄດ້ມີຄໍາເຫັນຕໍ່ວັນປູກຕົ້ນໄມ້ແຫ່ງຊາດວ່າ : ຊັບພະຍາກອນທໍາມະຊາດ ໂດຍສະເພາະປ່າໄມ້ເປັນສິ່ງທີ່ຢູ່ໃກ້ ຕົວພວກເຮົາທີ່ສຸດ ແລະ ຕິດພັນກັບການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ມາແຕ່ລຸ້ນປູ່ຍ່າ-ຕາຍາຍ ແລະ ສືບທອດມາເຖີງປະຈຸບັນ ແລະ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ຂອງຊາດລາວ ນັບຕັ້ງແຕ່ ປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ, ເຊິ່ງໄດ້ຖືເອົາຊັບພະຍາກອນປ່າໄມ້ ເປັນທ່າແຮງຫນຶ່ງທີ່ສໍາຄັນ ປະກອບສ່ວນເຮັດໃຫ້ເສດຖະກິດຂອງຊາດ ມີການຂະຫຍາຍຕົວ, ສະນັ້ນ ພັກ ແລະ ລັດຖະບານ ຈຶ່ງເຫັນໄດ້ ຄວາມສໍາຄັນຂອງປ່າໄມ້.

ສະນັ້ນ ສະພາລັດຖະມົນຕີແຫ່ງ ສປປລາວ ຈຶ່ງໄດ້ຕົກລົງກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງນັບແຕ່ປີ 1980 ເປັນຕົ້ນມາ (ປະຈຸບັນລວມໄລຍະເວລາຄົບຮອບ 43 ປີ) ແລະ ກໍ່ກົງກັບວັນເດັກນ້ອຍສາກົນ ພອ້ມກັນນັ້ນກໍ່ໄດ້ວາງນະໂຍບາຍສົ່ງເສີມການປູກໄມ້ ຢ່າງສະເຫມີຕົ້ນ ສະເຫມີປາຍ ແລະ ເລັ່ງໃສ່ຊຸກຍູ້ບັນດາຄອບຄົວ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ນັກລົງທືນທັງພາຍໃນ ແລະ ຕ່າງປະເທດ ເພື່ອລົງທືນເຂົ້າໃນການປູກຕົ້ນໄມ້ ໃຫ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ນັບມື້ນັບຫລາຍຂື້ນໃນຂອບເຂດທົ່ວປະເທດ.
ສະນັ້ນ ແຂວງຄໍາມ່ວນ ກໍ່ໄດ້ຈັດພິທີປູກຕົ້ນໄມ້ ຂື້ນຢ່າງເປັນຂະບວນການຟົດຟື້ນ ໂດຍເຫັນໄດ້ບົດບາດຄວາມສໍາຄັນຂອງປ່າໄມ້ ທີ່ມີຕໍ່ ຊີວິດຂອງຄົນເຮົາ, ຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ, ຕໍ່ເສດຖະກິດ ແລະ ການຈັດຕັ້ງປະຕິບັດ ຕາມ ແນວທາງນະໂຍບາຍຂອງພັກ-ລັດ ວາງອອກ, ທັງເປັນການສ້າງຂະບວນການຕ້ອນຮັບ ວັນສໍາຄັນຕ່າງໆຂອງ ຊາດ, ຂອງພັກ ແລະ ເພື່ອສ້າງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ໃນວັນທີ 01 ມິຖຸນາ 2023 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມຫມາຍ-ຄວາມສໍາຄັນ. ໃນພິທີປູກຕົ້ນໄມ້ໃນຄັ້ງນີ້ບັນດາພາກສ່ວນຜູ້ປະກອບການບໍລິສັດຕ່າງໆຍັງໄດ້ໃຫ້ການປະກອບສ່ວນສະໜັບສະໜູນຕື່ມອີກ.