ວັນທີ 4 ພຶດສະພາ 2023 ທີ່ສະໂມສອນຂອງແຂວງຄໍາມ່ວນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມ ກັບແຂວງຄໍາມ່ວນ ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ ໂດຍມີ ທ່ານ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານການນຳແຂວງ, ການນໍາເມືອງ, ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວັນໄຊ ພອງສະຫວັນ ກ່າວວ່າ: ສໍາລັບແຂວງຄໍາມ່ວນ ໃນໄລຍະຜ່ານມາພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ, ລົງເຄື່ອນໄຫວເຜີຍແຜ່, ພ້ອມທັງຈັດຕັ້ງຝຶກອົບຮົມການນໍາໃຊ້ ໄອຊີທີ ໃຫ້ບັນດາພະແນກການ, ສໍານັກງານຫ້ອງການອ້ອມຂ້າງແຂວງ ແລະ ບັນດາເມືອງ ເປັນຕົ້ນແມ່ນ: ການນຳໃຊ້ໂປແກຼມ (Lao KYC), ລະບົບກອງປະຊຸມທາງໄກ (Video Conference) ແມ່ນໄດ້ນໍາໃຊ້ຢ່າງກວ້າງຂວາງຢູ່ພາຍໃນແຂວງ ໂດຍສະເພາະໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ລະບົບດັ່ງກ່າວ ແມ່ນສາມາດເຊື່ອມໂຍງລີ້ງຫາກັນໄດ້ຈາກສູນກາງ ຫາແຂວງ ແລະ ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຫ້ອງການທັນສະໄໝ (E-office), ການນໍາໃຊ້ລະບົບສື່ສານພາກລັດ (G-chat), ລະບົບນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-share/ G-drive), ລະບົບຈົດຫມາຍເອເລັກໂຕຣນິກທາງການ (Lao E-mail) ໃຫ້ພະແນກການ, ສໍານັກງານອ້ອມຂ້າງແຂວງ ແລະ ເມືອງ ໂດຍເບື້ອງຕົ້ນໄດ້ເນັ້ນຫນັກໃຫ້ພະນັກງານທີ່ຮັບຜິດຊອບວຽກງານຂາເຂົ້າ-ຂາອອກ ຂອງທຸກພາກສ່ວນເພື່ອສ້າງຂອດປະສານງານ ແລະ ເຊື່ອມໂຍງບັນດາພະແນກການຕ່າງໆ ອ້ອມຂ້າງແຂວງ; ເຊື່ອມໂຍງຫ້ອງວ່າການແຂວງ ກັບຫ້ອງວ່າການເມືອງ 10 ຕົວເມືອງ ດ້ວຍການນໍາໃຊ້ລະບົບບໍລິຫານລັດດິຈິຕ໋ອນ ດັ່ງກ່າວ ໃຫ້ສາມາດຕິດຕໍ່ສື່ສານ, ຮັບສົ່ງຂໍ້ມູນຂ່າວສານສົ່ງເອກະສານທາງລັດຖະການຫາກັນໄດ້ ແນໃສ່ຄວາມສະດວກ, ວ່ອງໄວ, ຮັບປະກັນຄວາມປອດໄພ, ນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງບໍລິຫານວຽກງານຂອງພາກລັດ.
ໂອກາດນີ້ ທ່ານ ສຈ ບໍ່ວຽງຄໍາ ວົງດາລາ ໄດ້ສະເໜີກ່ຽວກັບການຫັນດີຈີຕ໋ອນ ໃນຍຸກອຸດສາຫະກໍາ 4.0, ກາລະໂອກາດ ແລະ ສິ່ງທ້າທາຍ ສໍາລັບ ສປປ ລາວ, ພ້ອມນີ້ຍັງໄດ້ຮັບຟັງການສະເໜີ ວຽກງານຫັນບໍລິການລັດເປັນດີຈີຕ໋ອນ, ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນເຕີເນັດ, ການຫັນເປັນດີຈິຕອນທາງເສດຖະກິດ, ການກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດີຈິຕ໋ອນ ແລະ ອຸດສາຫະກໍາ 4.0 ຂອງວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການຫັນເປັນດີຈິຕ໋ອນທາງດ້ານສັງຄົມ. ແນໃສ່ໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຮູ້ ກ່ຽວກັບການຫັນເປັນດິຈິຕ໋ອນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການສ້າງແຜນພັດທະນາວຽກງານຂອງຕົນ ໃຫ້ມີປະສິດທິຜົນ ແລະ ພັດທະນາ ຢ່າງກວ້າງຂວາງໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ນໍາເອົາ ລະບົບເຄືອຂ່າຍພາຍໃນ G-Net (ຈີເນັດ), ລະບົບກອງປະຊຸມທາງໄກ Video Conference, ລະບົບ E-office, ລະບົບ E-mail, ລະບົບ G-chat, ລະບົບ G-web ແລະ ລະບົບ G-share, ມູນຄ່າ 768 ກວ່າລ້ານກີບ ມອບໃຫ້ແຂວງຄໍາມ່ວນ ໃຫ້ກຽດມອບໂດຍ ທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ. ແຂວງຄໍາມ່ວນ
Loading...