ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 8 ກັນຍາ ແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ຊື່ງປີນີ້ໝູນວຽນມາຄົບຮອບ 56 ປີ (8/9/1965 -8/9/2021) ຮອງສາສະດາຈານ ດຣ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ມີຄໍາເຫັນຕໍ່ວັນດັ່ງກ່າວວ່າ: ແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ຕໍ່ປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ, ພາດໂອກາດທາງການສຶກສາ ຊື່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະການຮຽນ ບໍ່ຈົບການສຶກສາຂັ້ນພື້ນຖານ ຊື່ງມັນໄດ້ກາຍເປັນອຸປະສັກຢ່າງໃຫ່ຍຫລວງຕໍ່ການພັດທະນາຄົນ ກໍ່ຄືການພັດທະນາຊັບພະຍາກອນມະນຸດ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງສັງຄົມ ຄອບຄົວ ແລະ ຂອງຕົນເອງ, ດ້ວຍເຫດຜົນດັ່ງກ່າວ ປະຊາຊົນຜູ້ຮັກຫອມສັນຕິພາບ ປະຊາທິປະໄຕ ແລະ ຮັກຄວາມເປັນທຳຢູ່ໃນທົ່ວໂລກ ຈຶ່ງໄດ້ພ້ອມກັນສະເໜີເພື່ອທວງເອົາສິດໃນການສຶກສາຮໍ່າຮຽນ ແນໃສ່ເຮັດໃຫ້ປະຊາຊົນເຫລົ່ານັ້ນຫຼຸດພົ້ນອອກຈາກຄວາມບໍ່ຮູ້ໜັງສື ແລະ ຮຽນຈົບຊັ້ນປະຖົມ ຫລື ຮຽນສູງກວ່ານັ້ນ ເພື່ອໃຫ້ຄົນເຮົາມີລະດັບຄວາມຮູ້ຄວາມສາມາດສູງຂື້ນໄປເລື້ອຍໆ.
ກອງປະຊຸມສາກົນລະດັບລັດຖະມົນຕີກະຊວງສຶກສາທິການໃນປີ 1966 ທີ່ນະຄອນຫຼວງ,ເຕເຮລັງ ປະເທດ ອີລານ; ໄດ້ຄົ້ນຄວ້ານຳສະເໜີໃຫ້ມີວັນສາກົນແຫ່ງການຮຽນຮູ້ໜັງສື ຊຶ່ງໃນຊຸມປີຕໍ່ມາຄືປີ 1986 ກອງປະຊຸມໃຫ່ຍອົງການອຸຍແນັດສະໂກ ຄັ້ງທີ 14 ຈິ່ງມີມະຕິຮັບຮອງເອົາ ວັນທີ 8 ກັນຍາ ຂອງທຸກໆ ປີໃຫ້ເປັນວັນ ສາກົນແຫ່ງການຮຽນຮູ້ໜັງສື ແລະ ພ້ອມກັນນັ້ນກໍ່ໄດ້ຮຽກຮ້ອງໃຫ້ທຸກໆປະເທດ ທີ່ເປັນສະມາຊິກຂອງ ອົງການສະຫະປະຊາຊາດຈັດຕັ້ງສະເຫລີມສະຫລອງວັນດັ່ງກ່າວໃນທຸກໆປີ ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດແຜນການຮຽນຮູ້ໜັງສືໃນປະເທດຂອງຕົນ; ພ້ອມກັນນັ້ນກໍໄດ້ກຳນົດທິດທາງ, ແຜນການ, ຄາດໝາຍສູ້ຊົນ ແລະ ວິທີການຈັດການສຶກສາ ແນ່ໃສ່ການລົບລ້າງຄວາມບໍ່ຮູ້ໜັງສືໃນປີຕໍ່ໆ ໄປ.
ໃນແຕ່ລະປີ, ຜູ້ອຳນວຍການໃຫຍ່ອົງການອຸຍແນັດສະໂກ ໄດ້ມີສານໃຫ້ລັດພາຄີໃຫ້ເອົາໃຈໃສ່ສົ່ງເສີມການຮູ້ໜັງສື ແລະ ການພັດທະນາແບບຍືນຍົງ ພ້ອມທັງມີຄໍາຂວັນອອກໃນແຕ່ລະປີ, ສໍາລັບປີ 2021 ນີ້ ແມ່ນ “ການຮູ້ໜັງສີ ເພື່ອການພື້ນຟູທີ່ຖືເອົຄົນເປັນໃຈກາງ: ຫລຸດຜ່ອນຄວາມແຕກໂຕນດ້ານເຕັກໂນໂລຊີສື່ສານ” (LITERACY A HUMAN-CENTRED RECOVERY: NARROWING THE DIGITAL DIVIDE).
ສໍາລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽກການສຶກສາຂອງປະຊາຊົນບັນດາເຜົ່າ ແລະ ຕໍ່ການຮຽນຮູ້ໜັງສືທີ່ໄດ້ລະບຸຢູ່ໃນກົດ ໝາຍວ່າດ້ວຍການສຶກສາ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາຍຫຼັງໄດ້ຈັດຕັ້ງພິທີປະກາດຈົບຊັ້ນປະຖົມບຳລຸງໃນຂອບເຂດທົ່ວປະເທດ ວັນທີ 28/08/2015 ແລ້ວຍັງສຶບຕໍ່ ເກັບກຳສະຖິຕິຈຳນວນປະຊາກອນທີ່ຍັງບໍ່ທັນຈົບຊັ້ນປະຖົມ ແລະ ຈັດຕັ້ງການຮຽນ-ການສອນຕະລອດມາ, ເຊິ່ງປີ 2020- 2021ມີຜົນສໍາເລັດດັ່ງນີ້:.
ປະຊາກອນທີ່ມີອາຍຸ 6-14ປີ ທີ່ຮຽນຈົບລະດັບລົບລ້າງຄວາມບໍ່ຮູ້ໜັງສື ຈໍານວນ 2,132ຄົນ, ຍິງ1,139 ຄົນ. ປະຊາກອນທີ່ມີອາຍຸ 15-40 ຮຽນຈົບຊັ້ນປະຖົມບຳລຸງ ໄດ້ທັງໝົດ 15,550ຄົນ, ເປັນຍິງ 8,503 ຄົນ.
• ປະຊາກອນທີ່ມີອາຍຸ 15-35 ນອກຈາກນີ້ຍັງໄດ້ບໍາລຸງຊັ້ນມັດທະຍົມ ແລະ ຜູ້ຮຽນຈົບຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງ ໄດ້ຈຳນວນ 8,258ຄົນ, ຍິງ3,626 ຄົນ.
• ປະຊາກອນທີ່ມີອາຍຸ15-30ຈົບຊັ້ນມັດທະຍົມຕອນປາຍລະບົບບໍາລຸງໄດ້ຈໍານວນ1909ຄົນ,ຍິງ 63 ຄົນ.
• ປະຈຸບັນໄດ້ສຳເລັດການຈັດ ການຮຽນ-ການສອນ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຂັ້ນແຂວງ 18 ແຂວງ ນະຄອນຫຼວງ ແລະ ຂັ້ນ ເມືອງໄດ້ 148 ເມືອງ ໃນທົ່ວປະເທດ,
ຕາງໜ້າໃຫ້ລັດຖະບານ ແຫ່ງ ສ ປປ ລາວ ແລະກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍ ສັນລະເສີນມາຍັງ, ອຳນາດການປົກຄອງແຕ່ລະຂັ້ນ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ, ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງພາກເອກະຊົນ, ຊຸມຊົນ, ຜູ້ບໍລິຫານການສຶກສາ ແລະ ກິລາ ຄູອາຈານ ແລະ ນັກຮຽນ ຕະຫຼອດຮອດ ພີ່ນ້ອງລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການສຶກສານອກໂຮງຮຽນ ກໍຄືວຽກງານການຮຽນຮູ້ໜັງສື. ຂໍຂອບໃຈມາຍັງ ບັນດາປະເທດເພື່ອນມິດ, ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຜົນສຳເລັດໃນໄລຍະຜ່ານມາ.
ໂດຍອີງໃສ່ເປົ້າໝາຍການພັດທະນາທີ່ຍືນຍົງການສຶກສາຫຼັງປີ 2015 ຈະພັດທະນາຕາມທິດແບບຍືນຍົງ ແລະການຮຽນຮູ້ຕະຫຼອດຊີວິດ. ສະນັ້ນ ສ ປປ ລາວ ພວກເຮົາຈະໄດ້ເລັ່ງໃສ່ຍົກລະດັບການສຶກສາໃຫ້ພົນລະເມືອງລາວຈົບການສຶກສາພາກບັງຄັບ 9 ປີຮຽນ ດ້ວຍການເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນໃຫ້ທົ່ວເຖິງ ພ້ອມທັງສ້າງເງື່ອນໄຂໃຫ້ພົນລະເມືອງລາວສາມາດເຂົ້າເຖິງການສຶກສາຢ່າງມີຄວາມສະເໝີພາບກັນ, ພ້ອມກັນນັ້ນ ກໍ່ເອົາໃຈໃສ່ຈັດການຮຽນ-ການສອນການບຳລຸງຍົກລະດັບໃຫ້ປະຊາຊົນໃນຮູບແບບການສຶກສານອກໂຮງຮຽນ ເປັນປົກກະຕິ, ຜູ້ຈົບຊັ້ນປະຖົມສຶກສາແລ້ວກໍໃຫ້ໄດ້ສືບຕໍ່ບຳລຸງໃຫ້ຈົບຊັ້ນມັດທະຍົມຕົ້ນ ຫຼືສູງຂື້ນໄປກ່ວານັ້ນ. ສອນໃຫ້ຜູ້ຮຽນມີຄວາມຮູ້ຕິດພັນກັບການຮຽນຮູ້ວິຊາຊີບໃດໜຶ່ງທີ່ໝັ້ນຄົງ, ນຳເອົາຄວາມຮູ້ນັ້ນໄປພັດທະນາຄຸນນະພາບຊີວິດຂອງເຂົາເຈົ້າໃຫ້ດີຂຶ້ນ, ນຳເອົາຄວາມຮູ້ນັ້ນໄປພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນ ກ້າວໜ້າຂື້ນເລື້ອຍໆ. ພວກເຮົາຍັງຈະໄດ້ເອົາໃຈໃສ່ບຳລຸງຊັ້ນປະຖົມໃຫ້ກຸ່ມຄົນທີ່ຕົກຄ້າງ ແລະ ຊຸກຍູ້ໃຫ້ຮຽນຕໍ່ຊັ້ນມັດທະຍົມຕົ້ນ, ຄາດໝາຍພວກເຮົາຮອດ ປີ2021, ປະຊາກອນທີ່ມີ ອາຍຸ 15-35 ປີ ໃຫ້ສໍາເລັດການສຶກສາຊັ້ນມັດທະຍົມຕອນຕົ້ນບຳລຸງໃນຂອບເຂດທົ່ວປະເທດ.
ໃນຕອນທ້າຍ ທ່ານ ຮອງສາສະດາຈານ ດຣ ພຸດ ສິມມາລາວົງ ໄດ້ຮຽກຮ້ອງມາຍັງ, ອຳນາດການປົກຄອງ, ຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ປະເທດເພື່ອນມິດ ແລະ ທຸກການຈັດຕັ້ງສາກົນ ຈົ່ງໄດ້ສືບຕໍ່ປະກອບສ່ວນສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ວຽກງານສຶກສາ ແລະ ກິລາ ເປັນຕົ້ນແມ່ນວຽກງານສຶກສານອກໂຮງຮຽນ ກໍຄືວຽກງານການຮຽນ ໜັງສື ໃຫ້ມີຜົນສຳເລັດເປັນຢ່າງດີ.
ໃນໂອກາດສະເຫຼີມສະຫຼອງວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 56 ປີນີ້, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດມາຍັງ, ອຳນາດການປົກຄອງ, ຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ພ້ອມກັນກ້າວຂຶ້ນຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກ່ວາເກົ່າໃນທຸກວຽກງານໂດຍສະເພາະແມ່ນວຽກງານການຮຽນຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາໃຫ້ສູງຂຶ້ນເລື້ອຍໆ.