ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດ ນາມ ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ຈະໄດ້ຮ່ວມກັບບັນດາສະຫາຍການນຳລາວ ເຂົ້າຮ່ວມພິທີເປີດນໍາໃຊ້ ແລະ ມອບ-ຮັບ ອາຄານສະພາແຫ່ງຊາດຫຼັງໃໝ່ ທີ່ເປັນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ເປັນສັນຍາລັກແຫ່ງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ-ລາວ.
ນີ້ເປັນສິ່ງທີ່ມີຄວາມໝາຍເປັນຢ່າງຍິ່ງ, ທີ່ຂ້າພະເຈົ້າໄດ້ເປັນແຂກຕ່າງປະເທດ ຄົນທໍາອິດ ທີ່ໄດ້ຂຶ້ນກ່າວມີຄໍາເຫັນ ຢູ່ ຫໍປະຊຸມທີ່ສະຫງ່າງາມໃໝ່ນີ້ ໃນກອງປະຊຸມສະໄໝວິສາມັນ ຂອງ ສະພາແຫ່ງຊາດ ຊຸດທີ IX ຂອງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄົບຮອບ 10 ປີພໍດີ ຫຼັງຈາກທີ່ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຸດທີ XI ໄດ້ຂຶ້ນກ່າວປາໄສໃນກອງປະຊຸມສະໄໝວິສາມັນຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດລາວ ຊຸດທີ VII. ນີ້ຖືເປັນກຽດພິເສດ ທີ່ພັກ, ລັດ ແລະ ປະຊາຊົນລາວ ມອບໃຫ້ແກ່ສະຫາຍອ້າຍນ້ອງ, ເປັນການສະແດງອອກຢ່າງມີຊີວິດຊີວາ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ທີ່ມີໜຶ່ງດຽວໃນໂລກ ລະຫວ່າງ ປະຊາ ຊົນສອງຊາດ ຫວຽດ-ລາວ ຂອງພວກເຮົາ.

ຢູ່ໃນໂລກນີ້ ຫາຍາກທີ່ສຸດ ທີ່ຈະມີການພົວພັນສອງຝ່າຍໃດ ທີ່ໄດ້ຮັບການທົດສອບ ແລະ ຢືນຢັນ ຜ່ານໜ້າປະຫວັດສາດ ບໍ່ວ່າຍາມຫິວ, ຍາມອີ່ມ, ຍາມສຸກ ຫຼື ຍາມທຸກ ກໍ່ມີກັນແລະກັນ, ຈັບມືກັນແໜ້ນ ສູ້ຮົບ ແລະ ສະຫຼະຊີວິດຄຽງຂ້າງກັນ ຄືກັບສາຍພົວພັນ ຫວຽດ-ລາວ. ນັ້ນບໍ່ແມ່ນພຽງແຕ່ເປັນສາຍພົວ ພັນລະຫວ່າງສອງປະເທດ, ປະຊາຊົນສອງຊາດເທົ່ານັ້ນ, ແຕ່ຍັງເປັນສາຍພົວພັນທີ່ສູງກວ່ານັ້ນ ເປັນສາຍພົວພັນລະຫວ່າງບັນດາຜູ້ກໍ່ຕັ້ງປະເທດ, ຜູ້ນຳການປະຕິວັດຂອງທັງສອງປະເທດ, ຂອງສະຫາຍທີ່ຮ່ວມສຸກ ຮ່ວມທຸກນໍາກັນ, ເຕັມໄປດ້ວຍສິນທໍາປະຕິວັດ. ຍ້ອນແນວນັ້ນ, ສາຍພົວພັນລະຫວ່າງສອງປະເທດພວກເຮົາຈຶ່ງເອີ້ນວ່າ ສາຍພົວພັນພິເສດ, ການເອີ້ນຊື່ດັ່ງກ່າວ ແມ່ນໄດ້ມາຈາກປະທານໂຮ່ຈີມິນ ໄດ້ແລກປ່ຽນຢ່າງສະໜິດສະໜົມ ກັບ ສະຫາຍ ປະທານໄກສອນ ພົມວິຫານ. ສະນັ້ນ, ກໍ່ເວົ້າໄດ້ວ່າ ສາຍພົວພັນລະຫວ່າງສອງປະເທດ “ສູງກວ່າ” ບັນດາຂໍ້ຕົກລົງ ແລະ ສົນທິສັນຍາທີ່ໄດ້ເຊັນກັນ, ເພາະນີ້ແມ່ນສາຍພົວພັນ ບົນພຶ້ນຖານຄວາມເຫັນອັກເຫັນໃຈກັນ, ມິດສະຫາຍທີ່ຮ່ວມຊະຕາກໍາດຽວກັນ, ເປັນສາຍພົວພັນທີ່ບໍ່ສາມາດພັນລະນາໝົດຜ່ານຄໍາເວົ້າ…
ຄົນຫວຽດນາມຖືຄົນລາວເປັນອ້າຍ, ເອື້ອຍ, ນ້ອງ ຮ່ວມເຮືອນດຽວກັນ, ສະໜິດສະໜົມຄືເກີດຮ່ວມອຸ ທອນພໍ່, ແມ່ດຽວກັນ. ຄົນລາວກໍ່ຖືຄົນຫວຽດນາມຄືອ້າຍນ້ອງໃກ້ຊິດໃນຄອບຄົວດຽວກັນ. ຂ້າພະເຈົ້າເຊື່ອວ່າ ເປັນເລື່ອງທີ່ຫາຍາກທີ່ສຸດ ທີ່ຈະມີສາຍພົວພັນ ລະຫວ່າງ ປະຊາຊົນຂອງສອງຊາດໃດໃນໂລກນີ້ ທີ່ຈະມີຄວາມເປັນກັນເອງ, ເລິກເຊິ່ງ ແລະ ໜຽວແໜ້ນແບບນີ້. ນີ້ເປັນສາຍພົວພັນຈາກຈິດໃຈທີ່ບໍລິສຸດແລະດີເລີດ, ເປັນຊັບສົມບັດລວມອັນລໍ້າຄ່າຂອງທັງສອງພັກ, ປະຊາຊົນສອງຊາດ, ໂດຍສະເພາະໃນຍຸກໂລກາພິວັດຄືໃນປັດຈຸບັນນີ້.
ບົນເສັ້ນຊາຍແດນຮ່ວມຂອງສອງປະເທດ, ຍາວຫຼາຍກວ່າ 2,340 ກິໂລແມັດ, ບ້ານເກີດ ແຂວງກວາງນາມ ຂອງຂ້າພະເຈົ້າ ເປັນໜຶ່ງໃນ 10 ແຂວງມີຊາຍແດນຕິດຈອດກັບລາວ. ຕັ້ງແຕ່ຍັງເປັນເດັກນ້ອຍ, ຈາກຍຸກສົງຄາມອັນໂຫດຮ້າຍ ຈົນມາຮອດຍຸກສະໄໝທີ່ສະຫງົບສຸກ, ຜູ້ນຳການປະຕິວັດລາວແມ່ນເປັນຕົ້ນແບບທີ່ເຄົາລົບຮັກ ຂອງໄວໜຸ່ມໃນຍຸກຂອງພວກຂ້າພະເຈົ້າ ເຊັ່ນ: ປະທານ ໄກສອນ ພົມວິຫານ, ສະເດັດເຈົ້າສຸພານຸວົງ.
ໃນດວງໃຈຂອງຄົນຫວຽດນາມ ແລະ ຄົນລາວທຸກຄົນ ໃນປະຈຸບັນ ແລະ ໃນອະນາຄົດ ລ້ວນແຕ່ໄດ້ຈາລຶກວ່າ ສາຍພົວພັນຄວາມສາມັກຄີແບບພິເສດ ລາວ-ຫວຽດ, ຫວຽດ – ລາວ ແມ່ນສູງສົ່ງ ແລະ ສວຍງາມທີ່ສຸດ, ດັ່ງທີ່ ສະເດັດເຈົ້າ, ປະທານສຸພານຸວົງ ໄດ້ກ່າວໄວ້ວ່າ: “ສູງກວ່າພູຜາໃດໆ, ຍາວກວ່າແມ່ນໍ້າທຸກສາຍ, ກວ້າງໃຫຍ່ກວ່າມະຫາສະໝຸດ, ສວຍງາມກວ່າດວງເດືອນໃນວັນເພັງ, ຫອມຫວນກວ່າດອກໄມ້ທີ່ຫອມທີ່ສຸດ”. ສາຍພົວພັນທີ່ບໍລິສຸດຜຸດຜ່ອງ ຂອງສອງພັກ, ສອງປະເທດ ໄດ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງ, ຫາຍາກຢູ່ໃນໂລກ, ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນຊໍ້າແລ້ວຊໍ້າອີກວ່າ: “ໃນປະຫວັດສາດຂອງການປະຕິວັດໃນໂລກ ກໍ່ໄດ້ມີຫຼາຍແບບ ຢ່າງທີ່ເປັນແວ່ນແຍງໃຫ້ເຫັນເຖິງນໍ້າໃຈສາກົນກໍາມະຊີບ, ແຕ່ກໍ່ບໍ່ມີບ່ອນໃດ ແລະ ບໍ່ມີຍຸກໃດ ທີ່ມີຄວາມສາມັກຄີ, ສໍາພັນທະມິດສູ້ຮົບ ທີ່ພິເສດ, ຍາວນານ ແລະ ຮອບດ້ານ ແບບນີ້”; ປະທານໂຮ່ຈີມິນກໍ່ເວົ້າເລື້ອຍໆວ່າ:“ ສາຍພົວພັນ ຫວຽດ-ລາວ ພວກເຮົາ, ແມ່ນໍ້າຮົ່ງຮ່າ ທັງ ແມ່ນໍ້າຂອງ ບໍ່ເລິກປຸນປານໄດ້”.
ເປັນກຽດທີ່ໄດ້ມາຢ້ຽມຢາມລາວໃນຄັ້ງນີ້, ໃນບັນຍາກາດອັນເຄັ່ງຂຶມເຕັມໄປດ້ວຍໄມຕີຈິດມິດຕະພາບຖານອ້າຍນ້ອງ. ອີກເທື່ອໜຶ່ງ, ຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍອັນຈິງໃຈ ຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ຜູ້ແທນສະພາປະຊາຊົນແຂວງ ຄັ້ງທີ 2 ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງໄດ້ເປັນບາດກ້າວໃໝ່ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະເສີດ ກໍ່ຄືນໍ້າຈິດນໍ້າໃຈສາມັກຄີມິດຕະພາບ ອັນອົບອຸ່ນທີ່ສຸດ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງ ບັນດາສະຫາຍການນໍາພັກ, ລັດ, ສະຫາຍຜູ້ແທນສະພາແຫ່ງຊາດ ແລະ ປະຊາຊົນລາວທົ່ວປະເທດ.
ເຊັ່ນດຽວກັບ ສສ. ຫວຽດນາມ, ສະພາແຫ່ງຊາດລາວ ມີທີ່ຕັ້ງ, ພາລະບົດບາດທີ່ພິເສດ ແລະ ຄວາມສຳຄັນ ໃນວຽກງານຮ່າງລັດຖະທຳມະນູນ, ກົດໝາຍ, ຕິດຕາມກວດກາ ແລະ ການຕັດສິນບັນຫາສຳຄັນຂອງຊາດ. ສາຍພົວພັນ ລະຫວ່າງ ສະພາແຫ່ງຊາດສອງປະເທດພວກເຮົາ ຖືເປັນສາຍພົວພັນທີ່ໃນລະດັບສູງ ແລະ ສຳຄັນໃນ ສາຍພົວພັນສາມັກຄີພິເສດລວມຂອງສອງປະເທດພວກເຮົາ. ຂ້າພະເຈົ້າໄດ້ຊາບວ່າ, ພວກສະຫາຍກໍາລັງກະກຽມຢ່າງຕັ້ງໜ້າ ເພື່ອສະເຫຼີມສະຫຼອງວັນລັດຖະທໍາມະນູນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 30 ປີ (15 ສິງຫາ 1991 – 15 ສິງຫາ 2021). ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງໝົດຈິດໝົດໃຈມາຍັງບັນດາສະຫາຍ.
ຮຽນບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງການຢ້ຽມຢາມປະເທດລາວວິລະຊົນ ແລະ ສວຍງາມ ຄັ້ງນີ້, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຫັນຜົນສໍາເລັດອັນໃຫຍ່ຫຼວງ ຂອງປະຊາຊົນລາວອ້າຍນ້ອງຍາດມາໄດ້ ພາຍຫຼັງ 46 ປີ ແຫ່ງການສ້າງສາປະເທດຊາດ ແລະ 35 ປີແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ ພາຍໃຕ້ການນໍາພາ ຂອງ ພັກປະຊາຊົນປະຕິວັດລາວ ທີ່ມີໄຊ-ເປັນພັກປະຕິວັດທີ່ເດັດດ່ຽວ ບໍ່ຢ້ານກົວຕໍ່ອຸປະສັກ, ສິ່ງທ້າທາຍ ນາໆປະການ, ສູ້ຊົນເພື່ອຄວາມພັດທະນາ ແລະ ວັດທະນາຖາວອນຂອງຊາດ, ເພື່ອຄວາມສຸກຂອງປະຊາຊົນ, ເພື່ອສັນຕິພາບ, ຄວາມເປັນເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.
ໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງໝົດຈິດໝົດໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງຂອງບັນດາສະຫາຍ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດ ໃນການຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 9 ຢ່າງມີໄຊ, ປະສົບຜົນສໍາເລັດໃນການສ້າງສາປະເທດລາວແຫ່ງ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ພ້ອມດຽວກັນກັບປະຊາຊົນລາວອ້າຍນ້ອງ, ປະເທດຫວຽດນາມຂອງພວກຂ້າພະເຈົ້າ, ພາຍຫຼັງ 35 ປີ ແຫ່ງພາລະກິດປ່ຽນແປງໃໝ່ ກໍ່ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມເຂັ້ມແຂງພາຍໃນ ແລະ ຖານະບົດບາດຂອງປະເທດໃນເວທີສາກົນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ດ້ວຍຄວາມມຸ່ງມາດປາດຖະໜາ ທີ່ຈະສ້າງປະເທດຫວຽດນາມເອກະລາດ ແລະ ເຂັ້ມແຂງ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກ 3 ເປົ້າໝາຍໃຫຍ່ຄື: ຮອດປີ 2025 (ປີຄົບຮອບເຄິ່ງສັດຕະວັດແຫ່ງການທ້ອນໂຮມປະເທດຊາດ). ສ້າງຫວຽດນາມໃຫ້ກາຍເປັນປະເທດກໍາລັງພັດທະນາ ຕາມທິດທີ່ມີອຸດສາຫະກໍາທັນສະໄໝ, ກ້າວຜ່ານການເປັນປະເທດທີ່ມີລາຍໄດ້ສະເລ່ຍຕໍ່າ; ຮອດປີ 2030 (ປີຄົບຮອບໜຶ່ງສັດຕະວັດຂອງການສ້າງຕັ້ງພັກກອມມູນິດຫວຽດນາມ) ໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີອຸດສາຫະກໍາທັນສະໄໝ, ມີລາຍຮັບສະເລ່ຍປານກາງຫາສູງ ແລະ ຮອດປີ 2045 (ປີຄົບຮອບໜຶ່ງສັດຕະວັດ ສະຖາປະນາ ປະເທດຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ທີ່ປັດຈຸບັນ ແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ໃຫ້ກາຍເປັນປະເທດພັດທະນາແລ້ວ ແລະ ມີລາຍຮັບສະເລ່ຍສູງ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຮັບຮູ້ຢ່າງເລິກເຊິ່ງສະເໝີວ່າ ທຸກໄຊຊະນະຂອງການປະຕິວັດຫວຽດນາມ ໃນພາລະກິດຕໍ່ສູ້ເພື່ອເອກະລາດຂອງຊາດໃນເມື່ອກ່ອນ, ກໍ່ຄືໃນໄລຍະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ ລ້ວນແຕ່ໄດ້ຮັບການປະກອບສ່ວນ ແລະ ຊ່ວຍເຫຼືອອັນລໍ້າຄ່າ, ໝົດຈິດໝົດໃຈຈາກ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ. ຜົນສຳເລັດຂອງທັງສອງປະເທດໃນໄລຍະທີ່ຜ່ານມາໄດ້ເປັນພື້ນຖານໃຫ້ແກ່ການຮ່ວມມື ເພື່ອເສີມຂະຫຍາຍຄວາມເປັນເອກະລາດ, ອະທິປະໄຕ, ການພັດທະນາ ອັນສີວິໄລ, ຍົກສູງຖານະບົດບາດຂອງທັງສອງປະເທດ ໃນເວທີສາກົນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຂອງພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ອີກເທື່ອໜຶ່ງຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນອັນຈິງໃຈ ແລະ ເລິກເຊິ່ງທີ່ສຸດ ມາຍັງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ ສໍາລັບຄວາມສາມັກຄີ, ການສະໜັບສະໜູນແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ, ນໍາ້ຈິດນໍ້າໃຈ ທີ່ມີຕໍ່ຫວຽດນາມ ຕະຫຼອດມາ. ພວກຂ້າພະເຈົ້າ ຂໍໃຫ້ຄໍາໝັ້ນສັນຍາ ວ່າຈະຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ຈະເຮັດສຸດຄວາມສາມາດເພື່ອຖະນຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ຢ່າງບໍ່ຢຸດຢັ້ງ ແລະ ຖ່າຍທອດສົ່ງຕໍ່ໃຫ້ຄົນຮຸ້ນຫຼັງຕໍ່ໄປ, ຖືສິ່ງນີ້ເປັນໜ້າທີ່ຍຸດທະສາດ, ເປັນກົດເກນ ແຫ່ງການພັດທະນາອັນເດັດຖານ, ເປັນປັດໄຈສັດສິນຊືີ້ຂາດເພື່ອຮັບປະກັນໄຊຊະນະ ຂອງພາລະກິດສ້າງສາ ແລະ ປົກປັກຮັກສາ ປິຕຸພູມ ຂອງແຕ່ລະປະເທດ.
ບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງ,
ຫວຽດນາມ ແລະ ລາວ ເປັນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີປະຫວັດສາດຕິດພັນແໜ້ນແຟ້ນມາຍາວນານ, ມີມູນເຊື້ອຄວາມສາມັກຄີ, ຊ່ວຍເຫຼືອ, ອູ້ມຊູ ເຊິ່ງກັນ ແລະ ກັນ. ໃນຊຸມປີ 30 ຂອງສັດຕະວັດທີ່ຜ່ານມາ, ພວກເຮົາໄດ້ຮ່ວມກັນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ – ເຊິ່ງກໍ່ແມ່ນຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ.
ສອງປະເທດໄດ້ຮ່ວມກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ. ຂ້າພະເຈົ້າຍັງຈື່ໄດ້ ເລື່ອງເລົ່າ ທີ່ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ, ຜູ້ທີ່ເຄີຍເຂົ້າຮ່ວມພັກກອມມູນິດອິນດູຈີນ, ໄດ້ເລົ່າຕໍ່ຂ້າພະເຈົ້າໂດຍກົງວ່າ: ຫຼາຍຄັ້ງທີ່ຢູ່ໃນສະໜາມຮົບ ກໍາລັງພົບກັບຄວາມຫຍຸ້ງຍາກ, ພຽງແຕ່ໂທລະສັບ ຫາສະຫາຍ ພົນເອກ ຫວໍ ຫວຽວນ ຢ໋າບ ບາດດຽວ ກໍ່ມີກໍາລັງທະຫານຫວຽດນາມ ເຂົ້າມາລາວ ຢ່າງທັນການ ແລະ ຮ່ວມມືກັນຕໍ່ສູ້ ຈົນຍາດໄດ້ໄຊຊະນະ. ສາມາດເວົ້າໄດ້ວ່າເລືອດ, ເນື້ອຂອງທະຫານນັກຮົບຫວຽດນາມ ແລະ ລາວໄດ້ຊຶມເຂົ້າໄປໃນສາຍພູຫຼວງ, ປະສົມກັບສາຍແມ່ນໍ້າຂອງ, ນໍ້າຕາຂອງຜູ້ເປັນແມ່ ທັງ ຄົນຫວຽດ ແລະຄົນ ລາວ ທີ່ມີລູກເສຍສະຫຼະຊີວິດ ກໍ່ມີຄວາມຮູ້ສຶກອັນຂົມຂື່ນ , ເຈັບປວດ ແລະ ທຸກທໍລະມານຕໍ່ການສູນເສຍ ຄືກັນ. ເຖິງວ່າຈະມີຄວາມຫຍຸ້ງຍາກ, ການເສຍສະຫຼະຊີວິດ ຫຼວງຫຼາຍ ແຕ່ພາຍໃຕ້ການນໍາພາຂອງສອງພັກ, “ພັນທະມິດສາມັກຄີຕໍ່ສູ້ພິເສດ ຫວຽດ-ລາວ” ທີ່ອົງອາດກ້າຫານ ນຳພາພາລະກິດການປະຕິວັດ ຍາດໄດ້ເອກະລາດແຫ່ງຊາດ ມາສູ່ສອງປະເທດ ຈົນໄດ້ຮັບໄຊຊະນະຢ່າງສົມບູນ ໃນປີ 1975. ຄິດຫວນຄືນ, ເພື່ອໃຫ້ພວກເຮົາຈົ່ງຮ່ວມກັນພາກພູມໃຈ ແລະ ຝັງເລິກໃນໃຈຂອງຕົນ ຕໍ່ການເສຍສະຫຼະຂອງບັນພະບຸລຸດວິລະຊົນຮຸ້ນກ່ອນ ແລະ ນັ້ນແມ່ນພື້ນຖານ, ກົກຮາກ ອັນແໜ້ນໜາ ເພື່ອພວກເຮົາສືບຕໍ່ຮ່ວມກັນຕັດສິນໃຈ ເພີ່ມພູນຄູນສ້າງ, ຍົກສູງສາຍພົວພັນອັນບໍລິສຸດຜຸດຜ່ອງ, ພິເສດ ຫວຽດ-ລາວ, ລາວ-ຫວຽດ.
ໃນສັກກະຫຼາດໃໝ່ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພາຍໃຕ້ແສງໄຟເຍືອງທາງຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢູ່ຫວຽດນາມ, ລັດທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ຢູ່ ລາວ, ສອງພັກ, ສອງປະເທດພວກເຮົາສືບຕໍ່ຢືນຄຽງບ່າຄຽງໄຫຼ່ ຮ່ວມມືກັນດ້ວຍຄວາມບໍລິສຸດຜຸດຜ່ອງ, ຈິງໃຈ, ໝົດຈິດໝົດໃຈ, ເພື່ອກັນແລະກັນ, ຄຽງຂ້າງກັນ, ຮ່ວມກັນສ້າງເສດຖະກິດເອກະລາດ, ກຸ້ມຕົນເອງ ແລະ ເປັນເຈົ້າການໃນການເຊື່ອມໂຍງ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ.
ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ທີ່ເຫັນວ່າ, ໃນຫຼາຍປີຜ່ານມາ ການຮ່ວມມືສອງປະເທດໃນທຸກຂົງເຂດ ນັບແຕ່ການເມືອງ – ການຕ່າງປະເທດ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ – ສັງ ຄົມ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະ ພັດທະນາ, ນໍາເອົາຜົນປະໂຫຍດອັນດີງາມມາສູ່ປະຊາຊົນສອງຊາດພວກເຮົາ. ບັນດາໂຄງການກໍ່ສ້າງ, ໂຄງການຮ່ວມມືທີ່ຕິດແທດຕົວຈິງ ລະຫວ່າງ ສອງປະເທດ ໃນຂະແໜງເຄືອຄ່າຍໂທລະຄົມມະນາຄົມ, ການຂົນສົ່ງ, ພະລັງງານໄຟຟ້ານໍ້າຕົກ, ການປູກຢາງພາລາ, ການປູກກາເຟ, ໂຮງຮຽນ, ໂຮງໝໍ, ກຸ່ມບ້ານທີ່ທຸກຍາກ…… ໄດ້ປະຕິບັດສໍາເລັດ ແລະ ເປີດນໍາໃຊ້ ໃນຫຼາຍເຂດ, ລວມທັງເຂດຫ່າງໄກສອກຫຼີກ ແລະ ຫຍຸ້ງຍາກຂອງລາວ, ປະກອບສ່ວນສຳຄັນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ຮຽນ ສະຫາຍ ທອງລຸນ ສີສຸລິດ
ຮຽນບັນດາມິດສະຫາຍ.
ສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຍັງຄົງເປັນເປົ້າໝາຍ ແລະ ຄວາມມຸ່ງມາດປາດຖະໜາອັນແຮງກ້າ ຂອງຄົນທຸກຊາດ, ທຸກເຜົ່າ; ແຕ່ມວນມະນຸດຊາດ ຍັງດຳລົງຊີວິດຢູ່ໃນສະພາບແວດລ້ອມ ທີ່ໂຍງໄຍກັນ ມີທັງໂອກາດ ແລະ ສິ່ງທ້າທາຍຕ່າງໆ ບໍ່ວ່າຈະເປັນດ້ານຄວາມສະຫງົບ ກໍ່ຄື ການພັດທະນາ. ໂລກ ແລະ ພາກພື້ນ ກຳລັງຂ້າມຜ່ານການປ່ຽນຜ່ານ ອັນເປັນພື້ນຖານ ແລະ ໄວວາ ແບບທີ່ບໍ່ເຄີຍມີມາກ່ອນ, ສາເຫດມາຈາກການກ້າວຂຶ້ນຂອງບັນດາປະເທດມະຫາອໍານາດ, ການແຂ່ງຂັນດ້ານຍຸດທະສາດຢ່າງເອົາເປັນເອົາຕາຍ ລະຫວ່າງ ບັນດາປະເທດໃຫຍ່, ກໍ່ຄືຜົນກະທົບຢ່າງກວ້າງຂວາງເລິກເຊິ່ງ ຂອງການປະຕິວັດອຸດສາຫະກຳ 4.0, ການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດທີ່ຮ້າຍແຮງ ແລະ ອື່ນໆ… ໂດຍສະເພາະການລະບາດຂອງພະຍາດໂຄວິດ -19 ກໍາລັງສ້າງຄວາມເສຍຫາຍຢ່າງຮ້າຍແຮງໜັກໜ່ວງໃນຂອບເຂດທົ່ວໂລກ.
ຄວາມຫວັງໃນການຟື້ນຕົວຂອງໂລກ ແລະ ພາກພື້ນຍັງມີຄວາມບໍ່ແນ່ນອນ, ປະກອບກັບຄວາມສ່ຽງຫຼາຍຢ່າງ, ໂດຍສະເພາະ ຕໍ່ກັບບັນດາພື້ນຖານເສດຖະກິດຂະໜາດກາງ ແລະ ຂະໜາດນ້ອຍຄືສອງປະເທດພວກເຮົາ. ດ້ານໜຶ່ງ, ການຄາດຄະເນຜົນກະທົບອັນກວ້າງຂວງເລິກເຊິ່ງຂອງເຕັກໂນໂລຊີໃໝ່ ໃນຍຸກປະຕິວັດອຸດສາຫະກໍາ 4.0 ແລະ ຜົນສະທ້ອນອັນໜັກໜ່ວງ ຂອງການລະບາດຂອງພະຍາດໂຄວິດ-19 ໄດ້ບັງຄັບໃຫ້ພວກເຮົາຕ້ອງມີການປ່ຽນແປງທາງດ້ານວິທີການຜະລິດ, ການດໍາເນີນທຸລະກິດ, ວິທີການດໍາລົງຊີວິດ, ການສື່ສານໃນສັງຄົມ… ໃນຂະນະດຽວກັນ, ທ່າອ່ຽງການປ່ຽນແປງ, ການຫັນປ່ຽນຮູບແບບຂອງຕ່ອງໂສ້ການສະໜອງ, ການພັດທະນາເສດຖະກິດດິຈິຕອລ, ເສດຖະກິດສີຂຽວ… ກໍ່ພວມສ້າງໂອກາດ ແລະ ສິ່ງທ້າທາຍໃໝ່ຫຼາຍຢ່າງເກາະກ່າຍກັນ ໃຫ້ພວກເຮົາຕ້ອງໄດ້ປັບປຸງໂຄງສ້າງເສດຖະກິດ, ປ່ຽນແປງຮູບແບບການຂະຫຍາຍຕົວໃໝ່, ກໍ່ຄືເຊື່ອມໂຍງກັບສາກົນ ທີ່ກວ້າງຂວາງ ແລະ ເລິກເຊິ່ງ ຂອງລາວ ແລະ ຫວຽດນາມ.
ຮຽນບັນດາສະຫາຍ.
ດ້ວຍໝາກຫົວໃຈທີ່ບັນຈຸເຕັມໄປດ້ວຍສາຍພົວພັນ ຫວຽດ-ລາວ ແລະ ຈາກປະສົບການຕົວຈິງຫຼາຍປີທີ່ຕິດພັນໂດຍກົງກັບການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ລັດຖະບານຂອງສອງປະເທດ, ຂ້າພະເຈົ້າຢາກຂໍແລກປ່ຽນ ບາງຄວາມຄິດ ຖານສະຫາຍ, ອ້າຍນ້ອງ ທີ່ສະໜິດສະໜົມ.
ກ່ອນອື່ນແມ່ນ, ສືບຕໍ່ຮັກສາມູນເຊື້ອປະຕິວັດອັນອົງການກ້າຫານ ແລະ ຜົນສໍາເລັດຂອງການຮ່ວມມືໄລຍະຜ່ານມາ, ພວກເຮົາເຂົ້າໃຈດີວ່າ ການພົວພັນທາງດ້ານການເມືອງທີ່ເປັນເສົາຫຼັກ ຈະສືບຕໍ່ເປັນທິດທາງລວມຂອງສາຍພົວພັນແບບພິເສດ ລະຫວ່າງ ຫວຽດ-ລາວໃນໄລຍະຕໍ່ໄປ. ສືບທອດມູນເຊື້ອການປະຕິວັດອັນໝັ້ນຄົງໜັກແໜ້ນ, ການພົວພັນທາງດ້ານການເມືອງຂອງສອງປະເທດ ໄດ້ຮັບການສ່ອງແສງ ຈາກແນວຄິດຂອງສອງຜູ້ນໍາທີ່ຍິ່ງໃຫຍ່ຄື: ປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ, ເຊິ່ງນັ້ນເປັນການໝູນໃຊ້ຢ່າງສ້າງສັນຂອງລັດທິມາກ-ເລນິນ ເຂົ້າໃນຕົວຈິງຂອງແຕ່ລະປະເທດ, ກ້າວໄປສູ່ເປົ້າໝາຍ ຄວາມເປັນເອກະລາດແຫ່ງຊາດ ແລະ ລະບອບສັງຄົມນິຍົມ ທີ່ປະເທດຊາດມີຄວາມຮັ່ງມີເຂັ້ມແຂງ, ປະຊາຊົນກິນອີ່ມ ນຸ່ງອຸ່ນ ແລະ ມີຄວາມຜາສຸກ.
ປັດຈຸບັນນີ້, ແນວຄິດຂອງທັງສອງຜູ້ນໍາທີ່ແສນເຄົາລົບຮັກ ແມ່ນເປັນເຂັມຊີ້ທິດເຍືອງທາງ ເພື່ອໃຫ້ສອງປະເທດພວກເຮົາ ໃຫ້ຄົງຮັກສາໄວ້ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນອັນບໍລິສຸດຜຸດຜ່ອງ, ໃກ້ຊິດຕິດແທດ ທີ່ມີໜຶ່ງບໍ່ມີສອງໃນໂລກ, ສືບຕໍ່ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ-ຍຸດທະສາດຢ່າງບໍ່ຢຸດຢັ້ງ. ເພື່ອ “ຮ່ວມກັນແບບຫາບພາລະກິດປະຫວັດສາດຂອງການປົກປ້ອງໝາກຜົນຂອງການປະຕິວັດ, ການສ້າງສາ ແລະ ພັດທະນາປະເທດ ກ້າວຂຶ້ນສູ່ເປົ້າ ໝາຍສັງຄົມນິຍົມ, ປົກປັກຮັກສາສາຍພົວພັນແບບພິເສດ ລາວ – ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ” ຄືດັ່ງຄໍາເວົ້າຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ກ່າວຢູ່ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ທີ່ ຮ່າໂນ້ຍ, ວັນທີ 29 ມິຖຸນາ ຜ່ານມາ.
ຕໍ່ໄປແມ່ນ, ໃນການພົວພັນທາງດ້ານການເມືອງ, ການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ ແມ່ນມີບົດບາດສໍາຄັນເປັນພິເສດ. ການສະໜັບສະໜູນຂອງສະພາແຫ່ງຊາດສອງປະເທດ ຈະເປັນບ່ອນອີງທາງດ້ານກົດໝາຍທີ່ເຂັ້ມແຂງ ໃຫ້ແກ່ການຮ່ວມມືອັນມີປະສິດທິຜົນ ຂອງລັດຖະບານ, ແນວລາວສ້າງຊາດ/ແນວໂຮມປະ ເທດຊາດ, ບັນດາທ້ອງຖິ່ນ, ບັນດາອົງການຈັດຕັ້ງທາງສັງຄົມ ແລະ ສົ່ງເສີມຄວາມບຸກບືນ ແລະ ຫົວຄິດປະດິດສ້າງຂອງພາກທຸລະກິດ, ປະຊາຊົນຂອງທັງສອງປະເທດ. ໃນຖານະເປັນສະມາຊິກສະພາແຫ່ງຊາດຫວຽດນາມ, ຂ້າພະ ເຈົ້າຈະຮ່ວມກັບສະຫາຍຮອງປະທານສະພາແຫ່ງຊາດ ຜູ້ປະຈໍາການ ເຈິ່ນ ແທງ ເໝິນ ແລະ ບັນດາຜູ້ແທນໃນຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ເຊິ່ງກໍ່ເປັນສະມາຊິກສະພາແຫ່ງຊາດຫວຽດນາມ, ທີ່ກໍາລັງມີໜ້າຢູ່ທີ່ນີ້, ຂໍສະແດງຄວາມມຸ່ງຫວັງທີ່ຈະສາມັກຄີ, ຮ່ວມມືຢ່າງກວ້າງຂວາງເລິກເຊິ່ງ ລະຫວ່າງ ສະພາແຫ່ງຊາດຫວຽດນາມ ກັບ ສະພາແຫ່ງຊາດລາວ ເພື່ອຍົກສູງຄຸນນະພາບວຽກງານນິຕິບັນຍັດ, ສົ່ງເສີມການເປັນກະບອກສຽງ, ຄວາມມຸ່ງມາດປາຖະ ໜາ ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ… ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຕ້ອນຮັບບັນດາຜູ້ແທນສະພາແຫ່ງຊາດລາວໄປຢ້ຽມຢາມ ແລະ ຮ່ວມມືກັບຫວຽດນາມ ດ້ວຍຄວາມຮັກແພງ, ອົບອຸ່ນ, ຈິງໃຈ “ຈາກຫົວໃຈສູ່ຫົວໃຈ” ຢ່າງສະໜິດສະໜົມທີ່ສຸດ.
ບົນພື້ນຖານສາຍພົວພັນທາງດ້ານການເມືອງ ທີ່ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍ ເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບຸກບືນຍົກສູງຄຸນນະພາບ, ປະສິດທິຜົນ ຂອງການຮ່ວມມືໃນຂົງເຂດການສຶກສາບໍຳລຸງສ້າງ, ແລະ ວຽກງານພັດທະນາຊັບພະຍາກອນມະນຸດ…
ເສີມຂະຫຍາຍມູນເຊື້ອ ທີ່ຄຽງບ່າຄຽງໄຫຼ່ກັນສະເໝີມາ, ຮ່ວມການຕໍ່ສູ້, ໄດ້ຮັບໄຊຊະນະຮ່ວມກັນ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ເສລີພາບໃນເມື່ອກ່ອນ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງໃນປັດຈຸບັນ, ສອງປະເທດຕ້ອງສືບຕໍ່ເຮັດວຽກຢ່າງແໜ້ນແຟ້ນ ໃນການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮ່ວມກັນຮັກສາສະພາບແວດລ້ອມສັນຕິພາບ, ການເມືອງສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປ້ອງກັນແລະທັບມ້າງຢ່າງທັນການທຸກກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງສັດຕູ ທີ່ຫວັງມ້າງເພທໍາລາຍ ແລະ ແບ່ງແຍກສາຍພົວພັນລະຫວ່າງສອງປະເທດ.
ສອງຝ່າຍຖືເອົາວຽກງານການສຶກສາ, ວຽກງານພັດທະນາຊັບພະຍາກອນມະນຸດ ເປັນຂົງເຂດຮ່ວມມືຍຸດທະສາດ, ມີລັກສະນະ “ບຸກທະລຸ” , ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການການພັດທະນາຂອງແຕ່ລະປະເທດ ແຕ່ຍັງປະກອບສ່ວນ ຮັດແໜ້ນສາຍພົວພັນ ແລະ ຄວາມສາມັກຄີ ລະຫວ່າງ ສອງປະເທດອີກດ້ວຍ. ຫວຽດນາມ ຍິນດີທີ່ຈະຂະຫຍາຍການຊ່ວຍເຫຼືອໃຫ້ແກ່ລາວໃນການກໍ່ສ້າງຊັບພະຍາກອນມະນຸດ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃນລະດັບ ແລະ ບັນດາສາຂາອາຊີບທີ່ຫຼາກຫຼາຍ; ຄຽງຄູ່ກັບການເພີ່ມປະລິມານ ແລະ ນະໂຍບາຍທຶນການສຶກສາແລ້ວ, ໃນອະນາຄົດທີ່ຈະມາເຖິງນີ້, ສອງຝ່າຍຕ້ອງໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຍົກສູງຄຸນນະພາບການສຶກສາໃຫ້ສູງຂຶ້ນໂດຍການຄັດເລືອກເອົານັກສຶກສາ, ການສິດສອນ ແລະ ການຮໍ່າຮຽນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດລາວໃຫ້ໄດ້ດີຂຶ້ນ.
ອີກບັນຫາສໍາຄັນໜື່ງທີ່ການນໍາສອງປະເທດ ແລະ ສ່ວນຕົວຂ້າພະເຈົ້າ ໄດ້ຖືເປັນວຽກສໍາຄັນຕະຫຼອດມາ, ແມ່ນຕ້ອງຍົກເສົາຄໍ້າການຮ່ວມມືທາງດ້ານເສດຖະກິດ ໃຫ້ມີການບຸກທະລຸໃໝ່, ເພື່ອໃຫ້ສົມຄູ່ກັບ ສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດ. ພວກເຮົາບໍ່ສາມາດທຸກຍາກຕະຫຼອດໄປໄດ້, ພວກເຮົາຕ້ອງຮ່ວມມືກັນ ເພື່ອໃຫ້ພ້ອມກັນເຂັ້ມແຂງ ແລະ ຮັ່ງມີຂຶ້ນ.
ຈາກປະສົບການ, ບົດຮຽນ ຕະຫຼອດ 35 ປີ ແຫ່ງການປ່ຽນແປງໃໝ່ ແລະ ການພັດທະນາເສດຖະກິດຂອງຫວຽດນາມ, ພວກຂ້າພະເຈົ້າເຫັນວ່າສອງປະເທດຕ້ອງມີແນວຄິດການຮ່ວມມືແບບໃໝ່, ມາດຕະການທີ່ເຂັ້ມແຂງ ແລະ ມີລັກສະນະບຸກທະລຸ “ ພິເສດ” ເພື່ອປົດລ໋ອກແຫຼ່ງກໍາລັງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ, ສົ່ງເສີມການຄ້າ, ການລົງທຶນ, ການດໍາເນີນທຸລະກິດ; ໃຫ້ຄວາມເອົາໃຈໃສ່ ແລະ ແກ້ໄຂຢ່າງທັນການ ຄວາມຫຍຸ້ງຍາກ, ຂັດຂ້ອງ ໃນການຮ່ວມມື. ຫວຽດນາມຍິນດີເປີດຕະຫຼາດ 100 ລ້ານຄົນ ເພື່ອຕ້ອນຮັບສິນຄ້າ ແລະ ຜະລິດຕະພັນກະສິກຳຂອງລາວ. ໃນ 06 ເດືອນຕົ້ນປີ 2021, ມູນຄ່າການຄ້າສອງຝ່າຍບັນລູໄດ້ ກ່ວາ 670 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 37%, ໃນນັ້ນລາວສົ່ງອອກ 330 ລ້ານໂດລາສະຫະຫລັດ, ເພີ່ມຂຶ້ນເກືອບ 40%. ຫວຽດນາມກຳລັງຊື້ໄຟຟ້າຈາກລາວ ດ້ວຍປະລິມານຫຼາຍ, ຈະບັນລູຮອດ 5.000 MW ໃນປີ 2030…
ພວກຂ້າພະເຈົ້າເຂົ້າໃຈ ແລະ ພະຍາຍາມເຮັດສຸດຄວາມສາມາດ ເມື່ອໃດທີ່ສະຫາຍລາວ ຕ້ອງການຄວາມຊ່ວຍເຫຼືອ ແລະ ຕ້ອງການຮ່ວມມືກັບຫວຽດນາມຫຼາຍຂຶ້ນກວ່າເກົ່າ, ແຕ່ເຖິງຢ່າງໃດກໍ່ຕາມ, ເວົ້າຢ່າງກົງໄປກົງມາ, ຫວຽດນາມເອງ ກໍ່ຍັງເປັນປະເທດກໍາລັງພັດທະນາ, ຄວາມອາດສາມາດກໍ່ຍັງຈໍາກັດ. ດ້ວຍເຫດນີ້, ຂ້າພະເຈົ້າສະເໜີ ໃຫ້ທັງສອງປະເທດຫວຽດນາມ ແລະ ລາວ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ຍາດແຍ່ງເອົາແຫຼ່ງກໍາລັງຈາກພາຍນອກມາພັດທະນາ. ພວກເຮົາມີການຮ່ວມມືໃນອາຊຽນ, ສັນຍາ RCEP; ນອກຈາກນັ້ນ, ຫວຽດນາມກໍາລັງເຂົ້າຮ່ວມບັນດາສັນຍາການຄ້າເສລີທີ່ມີສິດທິພິເສດສູງ, ຂະໜາດໃຫຍ່ ເຊັ່ນ: CPTPP ກັບ ຍີ່ປຸ່ນ, ການາດາ, ອົດສະຕາລີ … EVFTA ກັບ 27 ປະເທດ ສະຫະພາບເອີຣົບ ທີ່ພັດທະນາແລ້ວ. ເມື່ອພວກເຮົາຮ່ວມມືກັນ, ສິນຄ້າ ແລະ ການບໍລິການຂອງລາວ ແລະ ຫວຽດນາມ ກໍ່ມີໂອກາດເຂົ້າເຖິງຕະຫຼາດໃຫຍ່ເຫຼົ່ານີ້, ເພີ່ມຄວາມຫຼາຍຫຼາຍທາງດ້ານຄູ່ຄ້າ. ຖ້າພວກເຮົາກ້າວໄປພ້ອມກັນ, ພວກເຮົາກໍ່ຈະສາມາດພັດທະນາຢ່າງໜັກແໜ້ນ, ປະເທດມີຄວາມເປັນເອກະລາດ, ຮັ່ງມີຂັ້ມແຂງ, ປະຊາຊົນກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ ໄດ້ແນ່ນອນ.
ເພື່ອເປີດກວ້າງຂອບເຂດການພັດທະນາດັ່ງທີ່ກ່າວມາຂ້າງເທິງ, ສອງປະເທດຕ້ອງຂະຫຍາຍການເຊື່ອມໂຍງທາງດ້ານຄົມມະນາຄົມຂົນສົ່ງ, ພະລັງງານ, ໂທລະຄົມມະນາຄົມ… ດ້ວຍເສັ້ນທາງຂ້າມຊາຍແດນຫຼາຍສາຍ ຕາມທິດຕາເວັນອອກ-ຕາເວັນຕົກ, ລວມທັງເສັ້ນທາງລົດ, ເສັ້ນທາງລົດໄຟ, ເສັ້ນທາງທໍ່ສົ່ງພະລັງງານ ແລະ ອື່ນໆ. ສິນຄ້າຈາກລາວ ສາມາດໄປຜ່ານທຸກທ່າເຮືອຂອງຫວຽດນາມ. ທ່າເຮືອສາກົນ ລາວ-ຫວຽດ, ທີ່ຝ່າຍລາວຖືຫຸ້ນສ່ວນໃຫຍ່ ຢູ່ພາກກາງຫວຽດນາມ ແມ່ນເປັນບາດກ້າວເລີ່ມຕົ້ນໃຫ້ແກ່ການຮ່ວມມືດັ່ງກ່າວ.
ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ, ການຮ່ວມມືກັບຫວຽດນາມ, ລາວສາມາດອອກໄປສູ່ທະເລໄດ້ໂດຍກົງເພື່ອໄປຫາຕະຫຼາດໃນພາກພື້ນ ແລະ ສາກົນ ອັນກວ້າງໃຫຍ່, ປະເທດລາວຈະກາຍເປັນສູນກາງການຂົນສົ່ງຂອງພາກພື້ນ. ອັນນັ້ນເປັນພື້ນຖານສໍາລັບປະເທດລາວທີ່ຈະພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ເປັນເຈົ້າຕົນເອງ.
ອີກບັນຫາໜື່ງ ຂ້າພະເຈົ້າຢາກສະຫນີແມ່ນ ພວກເຮົາບໍ່ສາມາດອອກຈາກວົງໂຄຈອນຂອງເສດຖະກິດດີຈີຕອລທົ່ວໂລກໄດ້, ສອງປະເທດຕ້ອງຮ່ວມມືໃນການຫັນປ່ຽນພື້ນຖານເສດຖະກິດໄປສູ່ເສດຖະກິດດີຈີຕອນ, ພັດທະນາການຄ້າອີເລັກໂທຣນິກ, ຫັນປ່ຽນ ບັນດາການບໍລິການດ້ານການສຶກສາ, ການແພດ, ການເງິນ, ການທະນາຄານ ທັນສະໄໝ ໄປສູ່ດິຈິຕອນ… ແລະ ຄ່ອຍໆຍົກສູງຄວາມສາມາດໃນການແຂ່ງຂັນ, ຍົກສູງພຶ້ນຖານເສດຖະກິດ ໃນຍຸກປະຕິວັດອຸດສາຫະກຳ 4.0 ເທື່ອລະກ້າວ. ການພັດທະນາແບບຍືນຍົງຕ້ອງອີງໃສ່ການສົ່ງເສີມທ່າແຮງພາຍໃນ, ສອງປະເທດມີຈຸດຄ້າຍຄືກັນຫຼາຍຢ່າງ ເຊິ່ງຕ່າງຝ່າຍຕ່າງມີທ່າແຮງສູງ ໃນດ້ານກະສິກໍາ, ພວກເຮົາຕ້ອງມີການຮ່ວມມືພັດທະນາຫຼາຍຮູບຫລາຍແບບ ແລະ ໃນຂອບເຂດທີ່ກວ້າງໃຫຍ່ ທາງດ້ານກະສິກໍາສີຂຽວ, ເຕັກໂນໂລຊີສູງ, ຜະລິດຕະພັນອາຫານສະອາດ… ທັງເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຫຼຸດຜ່ອນຄວາມທຸກຍາກ ແລະ ທັງເພີ່ມການສົ່ງອອກ, ພັດທະນາດ້ວຍຕົນເອງ, ຢ່າງຍືນຍົງ.
ບັນຫາສູດທ້າຍ, ໜ້າທີ່ອັນສໍາຄັນທີ່ສຸດ ສຳລັບສອງພັກ, ສອງລັດ ແມ່ນຕ້ອງໄດ້ສືບຕໍ່ ໂຄສະນາ,ສຶກສາອົບຮົມ ກ່ຽວກັບມູນເຊື້ອ ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ, ດ້ວຍຫຼາຍຮູບແບບ, ແທດເໝາະກັບສະພາບຕົວຈິງ, ມີປະສິດທິຜົນ ຕິດພັນກັບຜົນການຮ່ວມມືຕົວຈິງໃນຊີວິດ, ເພື່ອໃຫ້ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະຄົນຮຸ່ນໜຸ່ມຂອງສອງປະເທດພວກເຮົາ, ເພີ່ມຄວາມໄວ້ເນື້ອເຊື່ອໝັ້ນ, ຮ່ວມມືກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງການພັດທະນາອັນສົດໃສໃໝ່ບໍ່ວ່າໃນສະພາບການໃດແລະໃນເວລາໃດ.
ບົນຈິດໃຈນັ້ນ, ມື້ວານນີ້, ວັນທີ 9 ສິງຫາ 2021 ໃນການພົບປະກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ໃນການພົບປະ ກັບບັນດາສະຫາຍການນໍາຂັ້ນສູງຂອງລາວ ອື່ນ ເຊັ່ນ: ສະຫາຍນາຍົກລັດຖະມົນຕີ, ສະຫາຍປະທານສະພາແຫ່ງຊາດ ລາວ, ປະທານສູນກາງແນວລາວສ້າງຊາດລາວ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ, ທີ່ເປັນສົມບັດອັນລໍ້າຄ່າ ຂອງປະຊາຊົນສອງຊາດ, ເປັນປັດໄຈຮັບປະກັນການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ; ພ້ອມກັນຢືນຢັນວ່າ, ບໍ່ວ່າໃນສະພາບການໃດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍ່ຈະຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ຫວຽດນາມ – ລາວ, ລາວ-ຫວຽດນາມ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ຍືນຍົງ ໃນທຸກຂົງເຂດ.
ສອງຝ່າຍໄດ້ເປັນເອກະພາບກັນ ຖືເອົາ ປີ 2022 ເປັນ “ປີແຫ່ງຄວາມສາມັກຄີ, ມິດຕະພາບ ຫວຽດນາມ – ລາວ”, ໃຫ້ມີຫຼາກຫຼາຍກິດຈະກໍາອຸດົມສົມບູນ, ແທດເໝາະສົມກັບ ການຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ – ລາວ.
ກ່ອນຂ້າພະເຈົ້າຈະກ່າວຈົບນີ້, ຂ້າພະເຈົ້າຢາກເນັ້ນໜັກຕື່ມວ່າ, ພວກເຮົາຮ່ວມດື່ມນໍ້າໃນແມ່ນໍ້າຂອງດຽວກັນ, ຮ່ວມສາຍພູຫຼວງທີ່ຍິ່ງໃຫຍ່ດຽວກັນ, ເງື່ອນໄຂທໍາມະຊາດແຕ່ໃດໆມາ ໄດ້ຜູກພັນ ສອງປະເທດ ສອງປະຊາຊົນ ໄວ້ດ້ວຍກັນຢ່າງແໜ້ນແຟ້ນ,. ຄືດັ່ງບົດກອນຂອງ ສະຫາຍ ວິໄລ ແກ້ວມະນີ ທີ່ວ່າ “ສອງອ້າຍນ້ອງຝາແຝດ”: “ອ້າຍຢູ່ເບື້ອງນັ້ນ, ຂ້ອຍຢູ່ເບື້ອງນີ້ ຮ່ວມສາຍພູຫລວງທີ່ຍິ່ງໃຫຍ່”. ນັ້ນແມ່ນການຕິດພັນທາງທໍາມະຊາດຕະຫຼອດກາລະນານ, ຮ່ວມແບ່ງປັນກັນ, ຮ່ວມກັນກ້າວໄປສູ່ຄວາມຮັ່ງມີເຂັ້ມແຂງ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍສະແດງຂອບໃຈເປັນຢ່າງສູງ ມາຍັງສະພາແຫ່ງຊາດ ແຫ່ງ ສປປລາວ ທີ່ໃຫ້ກຽດ ແກ່ຂ້າພະເຈົ້າໄດ້ຂຶ້ນກ່າວຄໍາເຫັນໃນມື້ນີ້. ອວຍພອນໃຫ້ບັນດາສະຫາຍການນໍາພັກ, ລັດ, ຜູ້ແທນສະມາຊິກສະພາແຫ່ງຊາດ ຊຸດທີ IX ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາສະຫາຍລາວ, ຫວຽດນາມ ແລະ ປະຊາຊົນສອງຊາດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສາມັກຄີ ແລະ ປະສົບຜົນສໍາເລັດໃນການຮ່ວມມື.
ສາມັກຄີພິເສດ ຫວຽດນາມ-ລາວ ໝັ້ນຍືນ,ຂອບໃຈ