ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານກິລາໂອລິມປິກລະດູໜາວປັກກິ່ງໃກ້ຈະສິ້ນສຸດລົງ, ກ່ຽວກັບງານມະຫາກຳຄັ້ງນີ້, ທ່ານໂທມາສ ບັກສ ປະທານຄະນະກຳມະການໂອລິມປິກສາກົນໄດ້ຍ້ອງຍໍດ້ວຍຄຳສັບທີ່ວ່າ ສຳເລັດຜົນທີ່ສຸດ, ເພີ່ງພໍໃຈທີ່ສຸດ, ແລະປອດໄພທີ່ສຸດ. ນັກກິລາຫຼາຍປະເທດກໍຮູ້ສຶກມ່ວນຊື່ນຫຼາຍ, ເມື່ອຫາກໍ່ລາໄປ ກໍໄດ້ເລີ່ມຄິດຮອດຄິດເຖິງເລີຍ.
ຈາກການ “ໃຫ້ໂອກາດເທື່ອໜຶ່ງໃຫ້ປະເທດຈີນ, ຕອບແທນສິ່ງມະຫັດສະຈັນໃຫ້ແກ່ໂລກ” ໃນເວລາຮ້ອງຂໍຈັດງານກິລາໂອລິມປິກລະດູຮ້ອນ ຮອດ “ຫິມະ ແລະ ນ້ຳກ້ອນທີ່ສະອາດບໍລິສຸດ, ການນັດພົບທີ່ຕື່ນເຕັ້ນ”ໃນເວລາຮ້ອງຂໍຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ເຖິງວ່າຄຳຂວັນໄດ້ມີການປ່ຽນແປງ, ແຕ່ ຄວາມເດັດດ່ຽວໃນການປະຕິບັດຕາມຄຳໝັ້ນສັນຍາ ແລະ ຄວາມໜ້າຊົມທີ່ສະແດງໃຫ້ກັບຊາວໂລກນັ້ນບໍ່ໄດ້ປ່ຽນແປງ. ງານກິລາໂອລິມປິກລະດູໜາວປັກກິ່ງ 2022 ໄດ້ທຳລາຍສະຖິຕິຫຼາຍດ້ານ, ເຊິ່ງລວມທັງສະຕິຖິດ້ານການແຂ່ງຂັນໃນສະໜາມກິລາ, ທັງມີສະຖິຕິຂອງຈຳນວນຜູ້ຊົມທີ່ເບິ່ງຊົມ ແລະ ເຂົ້າຮ່ວມຢູ່ນອກສະໜາມກິລາ. ມາຮອດປັດຈຸບັນນີ້, ຜູ້ຊົມທີ່ເບິ່ງຊົມການແຂ່ງຂັນໂດຍຜ່ານສື່ຖ່າຍທອດສົດມີຈຳນວນຫຼວງຫຼາຍ, ຜູ້ມີສ່ວນຮ່ວມເຂົ້າໃນງານກິລາໂອລິມປິກປັກກິ່ງດ້ວຍຮູບການຕ່າງໆມີເຖິງ 2ຕື້ 700ລ້ານເທື່ອຄົນ. ໃນການປ້ອງກັນພະຍາດໂຄວິດ-19, ການຄຸ້ມຄອງແບບວົງປິດໃນງານກິລາໂອລິມປິກລະດູໜາວຄັ້ງນີ້ກໍຖືວ່າໄດ້ຮັບຜົນສຳເລັດເປັນຢ່າງຍິ່ງ, ສາມາດເວົ້າໄດ້ວ່າ ເປັນບ່ອນໜຶ່ງທີ່ປອດໄພທີ່ສຸດໃນໂລກກໍວ່າໄດ້.
ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສະແດງໃຫ້ທົ່ວໂລກເຫັນຈິດໃຈທີ່ວ່າ, ຂໍພຽງແຕ່ຄົນທັງຫຼາຍສາມັກຄີກັນເປັນຈິດໜຶ່ງໃຈດຽວ, ກໍສາມາດຈັດງານ ກຳກິລາທີ່ໃຫຍ່ໂຕມະໂຫລານໄດ້ຢ່າງສຳເລັດຜົນ. ຜົນສຳເລັດໃນການຈັດງານກິລາໂອລິມປິກລະດູໜາວ, ໄດ້ນຳເອົາຄວາມໝັ້ນໃຈ ແລະ ຄວາມຫວັງຫຼາຍກວ່າເກົ່າໃຫ້ແກ່ໂລກຢູ່ພາຍໃຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ສິ່ງທີ່ສົ່ງຕໍ່ກັນຕາມມື ແລະ ຈິດໃຈນັ້ນບໍ່ແມ່ນມີແຕ່ທວນໄຟໂອລິມປິກເທົ່ານັ້ນ, ແຕ່ ຍັງມີຄວາມເຂົ້າໃຈກັນລະຫວ່າງຄົນກັບຄົນ. ພວກເຮົາໄດ້ຕົບມືຊົມເຊີຍໃຫ້ກັບຜູ້ໄດ້ຮັບໄຊຊະນະ, ທັງໃຫ້ກຳລັງແຮງໃຈແກ່ຜູ້ບໍ່ໄດ້ຮັບໄຊຊະນະເຊັ່ນກັນ. ການຈັດງານກິລາໂອລິມປິກລະດູໜາວທີ່ກະທັດຮັດ ປອດໄພ ແລະ ໜ້າຊົມ, ບໍ່ແມ່ນເລື່ອງງ່າຍສຳລັບປະເທດຈີນ, ແຕ່ຈີນໄດ້ປະສົບຜົນສຳເລັດແລ້ວ, ເຊິ່ງຢູ່ເບື້ອງຫຼັງນັ້ນໄດ້ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມ ຄວາມສາມາດ ແລະ ຄວາມເດັດດ່ຽວໃນການປະຕິບັດໜ້າທີ່ວຽກງານຂອງຄົນນັບບໍ່ຖ້ວນ.
ວັນທີ 20 ກຸມພານີ້, ງານກິລາໂອລິມປິກລະດູໜາວປັກກິ່ງຈະສິ້ນສຸດລົງ, ຂໍໃຫ້ພວກເຮົາຈົ່ງນຳເອົາຄວາມປະທັບໃຈ ຄວາມອົບອຸ່ນ ແລະມິດຕະພາບທີ່ໄດ້ມາຈາກງານຄັ້ງນີ້, ຮ່ວມກັນກ້າວໄປສູ່ອະນາຄົດ ທີ່ “ໄວກວ່າເກົ່າ ສູງກວ່າເກົ່າ ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີຫຼາຍກວ່າເກົ່າ”.