ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຈັດງານບຸນນະມັດສະການເພື່ອສະເຫຼີມສະຫລອງພະທາດມາຫລ້າໃນປີນີ້ກົງກັບວັນທີ 15 ແລະ ສໍາເລັດໃນວັນທີ 16 ກຸມພາ 2022 ພໍດີຖືກກັບມື້ຂຶ້ນເດືອນ 3 ເພັງຄືກັບທຸກໆປີ, ແຕ່ການຈັດ ງານບູຊາພະທາດດັ່ງກ່າວໃນປີນີ້ຄະນະຮັບຜິດຊອບຈັດງານ ກໍ່ຄືການນໍາຂອງເມືອງໄດ້ຕົກລົງໃຫ້ເຮັດແບບເບົາບາງລຽບງ່າຍ ແລະ ກະທັດຮັດກວ່າຊຸມປີຜ່ານມາ ເຊັ່ນ: ບໍ່ໃຫ້ມີພິທີທາງການ, ບໍ່ໃຫ້ນັດເຕົ້າໂຮມໃນເວລາດຽວກັນ, ຈໍາກັດການເຊື້ອເຊີນ, ຈໍາກັດບັດຂ່າວບຸນ, ບໍ່ໃຫ້ມີການຄົບງັນດົນ ດີ, ບໍ່ມີຕະຫລາດວາງສະແດງສິນຄ້າແບບເປີດກວ້າງ, ບໍ່ມີການຈັດງານແຂ່ງຂັນກິລາ ແລະ ເງື່ອນ ໄຂອື່ນໆລັກສະນະຮັບປະກັນເພື່ອ ບໍ່ໃຫ້ຄົນມາເຕົ້າໂຮມກັນຫລາຍໃນເວລາດຽວກັນ, ພ້ອມ ກັນນັ້ນຄະນະຮັບຜິດ ຊອບຈັດງານຍັງໄດ້ຕັ້ງຈຸດບໍລິການດ້ວຍນໍ້າຢາຂ້າເຊື້ອ, ເຈວລ້າງມື ແລະ ມີຜ້າປິດປາກໄວ້ບໍລິການ, ມີລົດກູ້ໄພຮອງຮັບບໍລິ ການໃນກໍລະນີມີເຫດການສຸກເສີນ ແລະ ມີການປ້ອງກັນຄວາມປອດໄພຢ່າງຄັກແນ່ ຕາມມາດຕະການ ແລະ ຂໍ້ແນະນໍາຂອງຄະນະກໍາມະການປ້ອງກັນສະກັດກັ້ນພະຍາດໂຄວິດ 19 ວາງອອກ, ເມື່ອປຽບ ທຽບກັບການຈັດງານໄລຍະຜ່ານມາເຫັນວ່າຈໍານວນຜູ້ມາຮ່ວມງານແມ່ນຫລຸດລົງຫລາຍ ເຊິ່ງທັງໝົດນັ້ນກໍ່ຍ້ອນໄດ້ປຶກສາຫາລືກັນແຕ່ເບື້ອງຕົ້ນ ເພື່ອເຮັດໃຫ້ງານບຸນພະທາດມາຫລ້າປີ 2022 ມີຄວາມເປັນລະບຽບຮຽບຮ້ອຍ ສອດ ຄ່ອງຕາມຮີດຄອງປະເພນີທີ່ບັນພະບູລຸດ ແລະ ການນໍາຮຸ່ນກ່ອນໆເຄີຍຮ່ວມກັບພໍ່ແມ່ປະຊາຊົນ ແລະ ພະສົງ-ສາມະເນນເຄີຍໄດ້ປະຕິບັດຜ່ານມາ;
ໃນງານມື້ທໍາອິດໄດ້ມີການແຫ່ຜາສາດເຜິ້ງໜຶ່ງຂະບວນ ໂດຍການນໍາໜ້າພາທາງຂອງຄະນະພະສົງ, ມີຄະນະກຸ່ມບ້ານນາຄອງ, ຫ້ອງ ການກ່ຽວຂ້ອງ, ຕາງໜ້າຫ້ອງ ການ, ກົມກອງ, ປກສ ກຸ່ມບ້ານ, ເຈົ້າພາບເຈົ້າສັດທາ, ການຈັດຕັ້ງບ້ານ ແລະ ລູກຫລານ-ພໍ່ແມ່ປະຊາຊົນບ້ານໃກ້ຄຽງຈໍານວນໜຶ່ງເຂົ້າຮ່ວມ ເພື່ອແຫ່ອ້ອມອົງພະທາດ 3 ຮອບ ແລ້ວນໍາເອົາປັດໄຈໄຊຍະທານ, ດອກໄມທູບທຽນວາງອ້ອມພະທາດ ແລະ ນິມົນພະສົງຖວາຍ-ສູດເທດທໍາມະສາສະໜາ ຕາມຮີດຄອງ ເພື່ອສະແດງຄວາມເຄົາລົບບູຊາ, ຄວາມເຫຼື້ອມໃສສັດທາຕໍ່ອົງພະທາດມາຫລ້າ ເຊິ່ງເປັນພະທາດມິ່ງຂວັນຂອງຊາວເມືອງມາແຕ່ສະ ໄໝອາດີດຕະການ; ສໍາລັບງານມື້ທີສອງຮຸ່ງເຊົ້າວັນຕໍ່ມາກົງກັບ ວັນທີ 16 ກຸມພາ 2022 ເປັນພິທິຕັກ ບາດ-ຖວາຍ ສັງຄະນະທານ, ຖວາຍວັດຖຸປັດໄຈ ເພື່ອໃຫ້ຜູ້ມີຈິດໃຈສັດທາ ແລະ ມີເງື່ອນໄຂສະດວກມາຮ່ວມ ໄດ້ທໍາບຸນກິນທານຮ່ວມກັນ ໄດ້ພົບປະໂອ້ລົມຮັກແພງສາມັກຄີກັນ, ແຕ່ຫາກໃຊ້ເວລາບໍ່ດົນ ໂດຍຕັດຮອນບາງກິດຈະກໍາທາງສາສະໜາບໍ່ໃຫ້ແກ່ຍາວ, ເຖິງວ່າພິທີຈັດງານໃນສອງວັນຈະບໍ່ໄດ້ເຮັດແບບເປີດກວ້າງກໍ່ຕາມ ແຕ່ງານດັ່ງກ່າວແມ່ນມີເນື້ອໃນສໍາຄັນ, ມີຄວາມໝາຍເລິກເຊິ່ງ ສະແດງເຖິງຄວາມຮັກແພງສາມັກຄີລະຫວ່າງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນການເຄົານັບຖືພຸດທະສາສະໜາ ກໍ່ຄືຄວາມເຄົາລົບສັດທາວັດພະທາດມາຫລ້າທີ່ບໍ່ເຄີຍຈືດຈາງ, ໃນພິທີອັນມີຄວາມໝາຍຄວາມສໍາຄັນຄັ້ງນີ້ ຍັງມີຄະນະ ອພສ ເມືອງ, ການນໍາຂອງແຂວງ, ການນໍາຂອງເມືອງ, ພໍ່ຄ້າຊາວຂາຍ ມາຮ່ວມ ເປັນຕົ້ນ: ທ່ານ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນໍາວຽກງານຮອບ ດ້ານຂອງເມືອງທຸລະຄົມ, ທ່ານ ປອ ທອງເຄນ ບຸນໝັ້ນ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມ, ພ້ອມດ້ວຍການຈັດຕັ້ງກ່ຽວຂ້ອງ ຕະຫລອດທັງເຈົ້າພາບເຈົ້າສັດທາ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ດ້ວຍຈິດໃຈເບີກບານມ່ວນຊື່ນ ພ້ອມນັ້ນໃນຄໍ່າຄືນຂອງວັນທີ 16 ກຸມພາ 2022 ເປັນກິດຈະກໍາສຸດທ້າຍເຊິ່ງຈະມີການວຽນທຽນ ແລະ ບູຊາພະທາດເພື່ອຂໍພອນໃຫ້ທຸກຄົນຢູ່ດີມີແຮງປາສະຈາກສິ່ງບໍ່ດີທັງປວງ.
ຂ່າວ: ເມືອງທຸລະຄົມ.
May be an image of 4 people and people standing
May be an image of 4 people, outdoors and tree