ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນະຄອນຫລວງວຽງຈັນ ເຫັນດີໃຫ້ຈັດບຸນນະມັດສະການພະທາດຫລວງ ແຕ່ຈະເນັ້ນໃສ່ ເຮັດຕາມຮີດຄອງປະເພນີເທົ່ານັ້ນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ທີ່ໃຫ້ສໍາພາດ ວ່າ: ອີງໃສ່ແຈ້ງ ການຂອງລັດຖະບານກໍ່ຄືແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1475/ຫສນຍ ລົງວັນທີ 11 ພະຈິກ 2021 ກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງໃນແຈ້ງການນີ້ ລັດຖະບານເຫັນດີໃຫ້ທາງອົງການປົກຄອງນະຄອນຫຼວງວຽງ ຈັນ ຈັດງານໃນກໍານົດ 3 ວັນເທົ່ານັ້ນ (17-19 ພະຈິກ) ເນື່ອງຈາກວ່າສະພາບ ການແຜ່ລະບາດຂອງພະຍາດໂຄວິດຢູ່ພາຍໃນນະຄອນຫຼວງວຽງຈັນຍັງມີຕົວເລກສູງ. ອົງການປົກຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ມີການຄົ້ນຄວ້າກ່ຽວກັບແຜນການຈັດງານບຸນປີນີ້ຕ້ອງໃຫ້ມີອັນແຕກຕ່າງ ຮັບປະກັນໄດ້ຄວາມປອດໄພຂອງການແຜ່ລະບາດເຊື້ອພະຍາດໂຄວິດ-19. ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບຈັດງານບຸນພະທາດຫຼວງປີນີ້ເນັ້ນໃສ່ເຮັດຕາມຮີດຄອງປະເພນີເທົ່ານັ້ນ ບໍ່ມີການຄົບງັນ ບໍ່ມີງານວາງສະແດງສິນຄ້າ ບໍ່ມີການໃສ່ບາດຕາມເດີນສະ ໜາມຫຼວງ ເດີ່ນກົມມະລຽນດ້ານໃນ ແລະ ດ້ານນອກຂອງພະທາດຫຼວງວຽງຈັນ ຄືທຸກປີທີ່ຜ່ານມາ ພ້ອມນັ້ນຍັງມີການຈໍາກັດພະສົງ ແລະ ມວນຊົນເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ ແລະ ແຕ່ລະພິທີສໍາຄັນຈະໃຊ້ເວລາສັ້ນກະທັດຮັດທີ່ສຸດ.
ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນໃນຕະຫຼອດ 3 ວັນ ມີຄື:ວັນພຸດ ວັນທີ 17 ພະຈິກ ກົງກັບມື້ຂຶ້ນ 13 ຄໍ່າ ເດືອນ 1 ລາວ ເວລາ 16:00 ໂມງ ຈະມີສູດປະລິຕະມູງຄຸນ ຫຼື ສູດເປີດທາດ ໃນນີ້ໄດ້ຈໍາກັດພະສົງ ແລະ ແຂກທີ່ເຂົ້າ ຮ່ວມ ໃຊ້ເວລາຢູ່ 1 ຊົ່ວໂມງ ຫຼັງຈາກນັ້ນຈະໄດ້ປິດປະຕູທາດໄວ້ ແລະ ພະສົງຈະບໍ່ໄດ້ນອນຢູ່ເດີນດ້ານໃນກົມມະລຽນຄືທູກປີທີ່ຜ່ານມາ ວັນພະຫັດ ວັນທີ 18 ພະຈິກ ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 1 ລາວ ເວລາ 14:00 ໂມງ ຈະໄດ້ນໍາເອົາຜາສາດເຜິ້ງຈາກ 4 ເມືອງໃນ ຈໍານວນ 8 ຫຼັງ (ເມືອງລະສອງຫຼັງ) ເຄນໃຫ້ກັບພະສົງເປັນອົນຈົບພິທີ ຈະບໍ່ມີພິທີແຫ່ຄືຜ່ານມາ ວັນສຸກ ວັນທີ 19 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 1 ລາວ ຄືທຸກປີທີ່ຜ່ານມາຈະມີພິທີໃສ່ບາດ ແຕ່ສະເພາະປີນີ້ແມ່ນບໍ່ມີພິທີໃສ່ບາດ ມີແຕ່ອະນຸຍາດໃຫ້ວັດທີ່ຢູ່ໃນຂອບເຂດສະໜາມຫຼວງຄື:ວັດທາດຫຼວງເໜືອ ແລະ ວັດທາດຫຼວງໃຕ້ ເປີດບາດຮັບເອົາຍາດໂຍມທີ່ຢູ່ບ້ານໃກ້ມາໃສ່ແລ້ວກໍ່ໃຫ້ກັບ ບໍ່ໃຫ້ນັ່ງຟັງທໍາມະເທສະໜາ ໝາຍຄວາມວ່າມາໃສ່ບາດແລ້ວໃຫ້ກັບບ້ານເລີຍ ແລະ ໃນຕອນບ່າຍມື້ດຽວກັນແມ່ນບໍ່ມີພິທີແຫ່ຄີ ແລະ ຕີຄີ ແຕ່ຈະມີພິທີຄອບໄຂວລູກຄີ ຖືວ່າເປັນອັນຈົບ ຕອນຄໍ່າເວລາ 19:00 ໂມງ ຈະມີພິທີວຽນທຽນ ໃນນີ້ໄດ້ກໍານົດພະສົງ ແລະ ແຂກຖືກເຊີນເຂົ້່າຮ່ວມບໍ່ເກີນ 50 ຄົນເທົ່ານັ້ນ ຈະໄດ້ມີການປິດປະຕູບໍ່ອະນຸຍາດໃຫ້ເຂົ້າ ແລະ ເວລາ 21:00 ໂມງ ຈະມີພິທີຈຸດບັ້ງໄຟບູຊາພະທາດຫຼວງວຽງຈັນ ແລ້ວຖືວ່າເປັນອັນຈົບພິທີ.
ທ່ານ ນາງ ວິໄລວອນ ຈັນທະລາຕີ ກ່າວຕື່ມອີກວ່າ: ໃນນາມຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ມີຄວາມເປັນຫ່ວງທີ່ສຸດການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ພ້ອມນັ້ນມີຄວາມເຫັນໃຈພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນທີ່ເຄີຍມາສັກກະລະບູຊາ ເຊິ່ງປີນີ້ຂໍອາໄພນໍາບັນດາທ່ານເພື່ອຮັກສາຄວາມປອດໄຟ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວຄ້າຂາຍ ຫ້າມເດັດຂາດບໍ່ໃຫ້ເອົາເຄື່ອງມາຂາຍຢູ່ບໍລິເວນອ້ອມຮອບດ້ານນອກ ດ້ານໃນເດີນສະໜາມຫຼວງ ແລະ ພະທາດຫຼວງຢ່າງເດັດຂາດ ຖ້າໂອກາດຕໍ່ໄປ ມີເງື່ອນໄຂຄວາມສະດວກຈະຍາດແຍ່ງເອົາກິດຈະກໍາດັ່ງກ່າວນີ້ເປັນກິດຈະກໍາສົ່ງເສີມການທ່ອງທ່ຽວ ຟື້ນຟູບັນຫາເສດຖະກິດ ແລະ ອື່ນໆ.