ງານບຸນມະໂຫລານກາເຟ -​ ຊາ​ ພູພຽງບໍລະເວນ​ ປະຈໍາປີ​ 2022 ມີການສໍາມະ​ນາ 5 ຫົວຂໍ້ ທີ່ສຳ ຄັນໃນ ວັນທີ 18 ກຸມພາ 2022, ເປັນ​ມື້ທີ ທີ​ 2​ ຂອງງານຢູ່ໂຮງແຮມເອລະວັນ​ ຣີເວີຊາຍ ນະຄອນປາກເຊ ແຂວງຈໍາປາສັກ,​
ໃນ 5 ຫົວ​ຂໍ້​ ທີ່ກຳນົດສຳມະນາມີຄື: ຍຸດທະສາດ​ ສະມາຄົມກາ ເຟລາວ ແລະ ທິດທາງການຕະ ຫຼາດກາເຟລາວ; ຮູບແບບການພັດທະນາກຸ່ມຜະລິດກາເຟຂອງສະຫະກອນຜູ້ຜະລິດ ກາເຟພູພຽງບໍລະເວນ; ການປູກພືດແບບປະສົມປະສານ ແລະ ການປ້ອງ ກັນການລະບາດ ແລະ ກໍາຈັດສັດຕູພືດໃນສວນກາເຟ; ຜົນສໍາເລັດ ແລະ ທິດທາງການພັດທະ ນາຊາ ຢູ່ເຂດ ພູພຽງບໍລະເວນ; ຜົນສໍາເລັດໃນການພັດທະນາ​ ຊາ ຄຸນນະພາບ ຢູ່ເຂດພູພຽງບໍລະເວນ ສູ່ຕະຫຼາດສາກົນ.​ ຈາກການສຳມະນາ ຍັງມີການສົນທະນາ 2 ຫົວຂໍ້​ສຳຄັນຕື່ມອີກ ຄື: ສະພາບການຜະລິດກາເຟ ໃນ ສປປ ລາວ ແລະ ການຮ່ວມມືແບບຍືນຍົງໃນການສົ່ງເສີມກາເຟລາວ; ການ​ພັດ​ທະ​ນາ​ກາ​ເຟ – ຊາ ແລະ ການ​ທ່ອງ​ທ່ຽວ.​
ທ່ານ ປອ.ບຸນຍະເດດ ທອງສະຫວັນ​ ຫົວໜ້າພະແນກອຸດສາຫະກໍາ​ແລະ​ ການຄ້າແຂວງຈໍາປາສັກກ່າວວ່າ:ງານສຳມະນາບັນດາຫົວຂໍ້ເລົ່ານີ້ມີຄວາມສຳຄັນ ເປັນການເປີດໂອກາດໃຫ້ຜູ້ເຂົ້າ ຮ່ວມຮັບຮູ້ເຂົ້າໃຈຍຸດທະສາດຂອງລັດຖະບານໃນພັດທະນາກາເຟ-ຊາໄປສູ່ຕະຫຼາດສາກົນ,ຕົ້ນກຳເນີດແລະ ຄວາມເຕີບໃຫຍ່ຂະຫຍາຍຕົວໃນທຸລະກິດກາ ເຟ-ຊາ.ບັນຫາຂອດການຜະ ລິດ, ຈຳໜ່າຍ,ສົ່ງອອກ ແລະການຊອກຕະຫຼາດ ແລະອື່ນໆ ກ່ຽວ ກັບການຜະລິດທີ່ມີຄຸນນະ ພາບ. ໂດຍມີວິທະຍາກອນຈາກສູນກາງ ແລະທ້ອງຖິ່ນທີ່ມີປະສົບການ
ດ້ານການປູກ,ຜະລິດ-ປຸງແຕ່ງ, ບໍລິຫານຈັດການສົ່ງອອກເຂົ້າຮ່ວມເຜີຍແຜ່ ແລກປ່ຽນບົດຮຽນ. ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ,ນັບແຕ່ຊາວສວນ,ກຸ່ມການຜະລິດ ຕະຫຼອດນັກທຸລະກິດໃໝ່ ສາມາດນຳໄປປະຍຸກໃຊ້.
ການສຳມະນາຄັ້ງນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ.ບຸນຍະເດດ ທອງສະຫວັນ​ ຫົວໜ້າພະແນກອຸດສາຫະກໍາ​ແລະ​ ການຄ້າແຂວງ,​ ທ່ານ​ ປອ.​ສົມ​ລິດ​ ວິລະ​ວົງ​ ຫົວ​ໜ້າ​ພະແນກກະສິກໍາ​ ແລະ​ ປ່າໄມ້ແຂວງ.​ ມີຕາງ​ໜ້າ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ,​ ບັນດານັກທຸລະກິດ,ບໍ​ລິ​ສັດ​ຜູ້​ປູກ ແລະ ເກັບ​ຊື້​ກາ​ເຟ, ຂະ​ແໜງ​ການກ່ຽວຂ້ອງ,ຂອງພະ ແນກອຸດສະຫະກຳ ການຄ້າ ແລະ ກະສິກຳ – ປ່າໄມ້ ພະນັກງານຄູອາຈານ ແລະ ນັກສຶກສາ ເຂົ້າ​ຮຮ່ວມ.​
ເກດສະໜາ(ສວຈ)
Loading...