ງານປະກວດວິດີໂອສັ້ນລາວ-ຈີນ 2021
- I. ຜູ້ຈັດງານ
ເຈົ້າພາບ: ສູນອາຊີ-ອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຮ່ວມກັບກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ
ຈັດໂດຍ: CRI ປະຈຳລາວ ແລະ ກົມຮູບເງົາ
- II. ປະເພດຜົນງານທີ່ນໍາມາປະກວດ (5 ປະເພດ)
- ຮູບເງົາເລື່ອງສັ້ນ:
ໃຫ້ຖ່າຍເປັນເລື່ອງທີ່ມີເນື້ອໃນຄົບຖ້ວນ, ຄວາມຍາວບໍ່ໃຫ້ເກີນ 7 ນາທີ.
- VLOG:
ໃຫ້ມີເນື້ອໃນກ່ຽວກັບຊີວິດຕົວຈິງ, ເປັນເລື່ອງທີ່ມີໂຄງສ້າງທີ່ຄົບຖ້ວນ ແລະ ມີເນື້ອໃນຈິດ ໃຈທີ່ຊັດເຈນ, ຄວາມຍາວບໍ່ເກີນ 15 ນາທີ.
- ການໂຄສະນາເພື່ອສາທາລະນະປະໂຫຍດ:
ໃຫ້ມີເນື້ອຫາທີ່ສ້າງສັນທາງດ້ານແນວຄິດຈິດໃຈ, ເປັນການສ່ອງແສງເຖິງຄວາມເປັນທຳໃນສັງຄົມມະນຸດ, ຄວາມຍາວບໍ່ເກີນ 3 ນາທີ.
- MV ເພງມິດຕະພາບລາວ-ຈີນ:
ຕ້ອງເປັນບົດເພງ ແລະທຳນອງເພງສ້າງຂຶ້ນເອງທີ່ມີເນື້ອໃນ ສະທ້ອນໃຫ້ເຫັນເຖິງມິດຕະພາບລາວ-ຈີນ, ຄວາມຍາວຂອງ MV ບໍ່ໃຫ້ເກີນ 6 ນາທີ.
- ວີດີໂອສັ້ນທີ່ຖ່າຍດ້ວຍມືຖື
ວິດີໂອສັ້ນທີ່ຖ່າຍດ້ວຍໂທລະສັບມືຖື, ຄວາມຍາວບໍ່ເກີນ 1 ນາທີ, ບໍ່ຈໍາກັດເນື້ອໃນ, ແຕ່ໃຫ້ເໝາະສົມກັບຫົວຂໍ້ “ຄຽງຂ້າງກັນ”
III. ເງື່ອນໄຂ (6 ເງື່ອນໄຂ).
- ຜູ້ເຂົ້າຮ່ວມການປະກວດຕ້ອງເຊັນໜັງສືຮັບປະກັນວ່າ ຜົນງານທີ່ນຳມາເຂົ້າຮ່ວມການປະກວດນັ້ນແມ່ນຜົນງານຂອງຕົນເອງແທ້ທີ່ສ້າງຂຶ້ນດ້ວຍຕົນເອງ, ມີສິດຊັບສິນທາງປັນຍາທັງໝົດຕໍ່ຜົນງານທີ່ນຳມາ, ຫ້າມບໍ່ໃຫ້ແມ່ນຜົນງານທີ່ລັກລອກແບບຜົນງານຄົນອື່ນ. ບຸກຄົນ ຫຼື ທິມ ງານໃດໜຶ່ງສາມາດນຳມາຫຼາຍຜົນງານເຂົ້າຮ່ວມການປະກວດໃນຫຼາຍ ລາຍການໄດ້.
- ຜົນງານທີ່ນໍາເຂົ້າປະກວດຫ້າມບໍ່ໃຫ້ຜິດກັບກົດໝາຍແຫ່ງ ສປປ ລາວ ແລະ ສປ ຈີນ.
ຫ້າມໃຊ້ຂໍ້ຄວາມ, ຄຳເວົ້າ, ສຽງດົນຕີ, ຄຳບັນຍາຍ, ສາກຫຼັງ, ສາກປະກອບ ແລະອື່ນໆ ທີ່ຜິດກັບກົດໝາຍຂອງສອງປະເທດ, ຫ້າມບໍ່ໃຫ້ມີເນື້ອຫາລາມົກ-ອານາຈານ, ຄວາມຮຸນແຮງ, ສິ່ງເສບຕິດ, ການພະນັນທີ່ເປັນເນື້ອຫາບໍ່ສ້າງສັນ ແລະ ຫ້າມບໍ່ໃຫ້ມີເນື້ອຫາທີ່ຈຳແນກເຊື້ອຊາດ, ຊົນເຜົ່າ, ສາສະໜາ ແລະ ສັງ ຄົມເປັນຕົ້ນ.
3.ຜົນງານຕ່າງໆຕ້ອງມີເນື້ອຫາຕິດພັນກັບຫົວຂໍ້ວ່າ “ຄຽງຂ້າງກັນ”,
ຄວາມລະອຽດຂອງວິດີໂອຄວນໃຫ້ຢູ່ໃນຂະໜາດ 1920×1080, ນອກຈາກວິດີໂອສັ້ນທີ່ຖ່າຍດ້ວຍໂທລະສັບມືຖືແລ້ວ, ວິດີໂອປະ ເພດອື່ນໆແມ່ນຕ້ອງໃຫ້ມີຄວາມລະອຽດບໍ່ຕໍ່າກວ່າ 1280×720 (16:9) ຫຼື 960×720 (4:3), bps (Bit Per Second) ບໍ່ໃຫ້ຕໍ່າກວ່າ 8 Mbps ໃນຮູບແບບ MP4 ຫຼື MOV.
4.ຜົນງານທີ່ນຳເຂົ້າປະກວດແມ່ນຈະມີລິຂະສິດຮ່ວມລະຫວ່າງຜູ້ ສ້າງຮູບເງົາ ແລະຜູ້ຈັດງານ.
ຜູ້ຈັດງານມີສິດນຳໃຊ້ວິດີໂອໃນ ການນຳໃຊ້, ຮຽບຮຽງ, ຕັດຕໍ່, ເຜີຍແຜ່ທາງວິທະຍຸ, ໂທລະພາບ, ອິນເຕີເນັດ ແລະສື່ສັງຄົມອອນລາຍຕ່າງໆ. ສຳລັບວິດີໂອທີ່ໄດ້ຮັບການ ຄັດເລືອກນັ້ນ, ຜູ້ຈັດງານມີສິດນໍາໃຊ້ເຂົ້າໃນການເຄື່ອນໄຫວກິດຈະກຳ ທີ່ກ່ຽວຂ້ອງໂດຍຊອບທຳ.
- ຜົນງານທີ່ໄດ້ຮັບລາງວັນຈະປະກາດຜ່ານສື່ອອນລາຍ.
ຫາກຜົນງານໃດທີ່ເປັນຜົນງານທີ່ລັກລອກແບບຜົນງານຂອງຄົນອື່ນ, ແລະໄດ້ທຳລາຍເຖິງສິດທິຜົນປະໂຫຍດຂອງຝ່າຍທີ 3, ຜູ້ຖືຜົນງານເຂົ້າຮ່ວມງານ ປະກວດຄັ້ງນີ້ ຈະຕ້ອງຮັບຜິດຊອບທາງກົດໝາຍທັງໝົດ ແລະຕ້ອງຮັບ ຜິດຊອບຕໍ່ຄວາມເສຍຫາຍຂອງຄະນະຈັດງານປະກວດອີກດ້ວຍ.
- ຄະນະຈັດງານປະກວດແມ່ນມີສິດໃນການຕີຄວາມໝາຍຕໍ່ລະບຽບການຂອງງານປະກວດຄັ້ງນີ້.
- IV. ວິທີເຂົ້າຮ່ວມ.
- ດາວໂຫຼດແບບຟອມລົງສະໝັກຢູ່ໜ້າຫຼັກເວັບໄຊ
“ laos.cri.cn/clvideo-la ”
ຫຼືມາພົວພັນເອົາແບບຟອມຢູ່ທີ່ ຫ້ອງການ CRI ປະຈຳລາວ
- ສົ່ງຜົນງານວິດີໂອ ພ້ອມກັບແບບຟອມມາທີ່ອີເມວ“ cliff425@com ”