ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານປະກວດເຮືອໄຟງາມ ໃນບຸນປະວໍລະນາ (ອອກພັນສາ) ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແມ່ນປາງບຸນໜື່ງທີ່ໄດ້ສືບທອດກັນມາແຕ່ບູຮານ ນະການ ໂດຍໄດ້ຈັດຂື້ນໃນມື້ແຮມ 1 ຄ່ຳຂອງເດືອນ 11 ຂອງທຸກປີ ປີນີ້ ກົງກັບວັນທີ່ 11 ຕຸລາ ໂດຍລວມແມ່ນມີຄວາມຄືກຄື້ນພາຍຫຼັງບໍ່ໄດ້ຈັດຂື້ນໃນໄລຍະການລະບາດຂອງພະຍາດໂຄວິດ-19, ໂດຍມີບັນດາກຸ່ມບ້ານໃນເທດສະບານນະຄອນ, ສະຖາບັນການສືກສາ ແລະພາກສ່ວນທຸລະກິດ ສົ່ງເຮືອໄຟເຂົ້າປະກວດເຖີງ 25 ລຳ ແລະມີເຮືອໄຟສະໝັກຫຼີ້ນອີກ ຈຳ ນວນໜື່ງ. ພິທີ ໄດ້ເລີ້ມຕົ້ນຈາກການທຳພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ວັດປ່າຮວກ (ໜ້າຫໍພິພິທະພັນແຫ່ງ ຊາດຫຼວງພະບາງ), ຈາກນັ້ນ ທ່ານ ສົມດີ ພອນສະຫວັດ ປະທານແນວລາວສ້າງຊາດ ນະຄອນ ຫຼວງພະບາງ ຮອງປະທານປະທານຈັດການປະກວດເຮືອໄຟງາມໃນປີນີ້ ໄດ້ກ່າວເປີດງານວ່າ: ປະເພນີການປະກວດເຮືອໄຟງາມ ເປັນປະເພນີທີ່ຊາວຫຼວງພະບາງ ໄດ້ພ້ອມກັນປະຕິບັດມາໄດ້ຫຼາຍເຊັ່ນຄົນ ເຮືອໄຟແຕ່ລະລຳແມ່ນໄດ້ສ້າງຂື້ນ ດ້ວຍຄວາມສາມັກຄີຂອງປະ ຊາຊົນບັນດາເຜົ່າ ເຊີ່ງປະກອບໄປດ້ວຍການປະດັບປະດາແສງສີ ແລະໂຄມໄຟນ້ອຍໃຫ່ຍ, ທັງເປັນການສະແດງເຖີງ ວັດທະ ນະທຳອັນດີງາມ ທີ່ເປັນເອກະລັກຂອງຊາວ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ປະຕິບັດເປັນວັດທະນະທຳອັນດີງາມມາໄດ້ຫຼາຍເຊັ່ນຄົນ ທັງໄດ້ຮັບການສືບທອດ ແລະເສີມຂະຫຍາຍ ມາຈົນເຖີງທຸກວັນນີ້.
ພາຍຫຼັງເປີດພິທີທາງການ ໄດ້ເຄື່ອນຂະບວນເຮືອໄຟແຕ່ລະພາກສ່ວນ ໄປຕາມເສັ້ນທາງສີສະຫວ່າງວົງ ແລ້ວນຳເອົາເຮືອໄຟໄຫຼລົງແມ່ນ້ຳຂອງເຂດບ້ານຊຽງທອງ-ຄີລີ. ໂດຍຈະມີຄະນະນຳກຳມະ ການໃຫ້ຄະແນນ ແລະຄັດເລືອກເຮືອໄຟງາມ ແລະຄົບຕາມມາດຖານເງື່ອນໄຂທີ່ກຳນົດ ເພື່ອຈັດອັນດັບທີ່ ພ້ອມທັງມອບລາງວັນໃນມື້ຕໍ່ໄປ. ເຂົ້າຮ່ວມຊົມງານປະກວດເຮືອໄຟງາມໃນປີນີ້ ມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະແຂກຮັບເຊີນ ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດຢ່າງຫຼວງຫຼາຍ.
ຂ່າວ: ຫລານອ້າຍຄຳຫລ້າ
May be an image of 1 person, standing and outdoors
May be an image of 1 person, standing, outdoors and crowd