ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ແລະ ສູນກາງສະຫະພັນກໍາມະບານລາວ ຈະຈັດງານມະຫາກໍາສົ່ງເສີມສີມືແຮງງານລາວ 2022 ໃນ ລະຫວ່າງ ວັນທີ 16 – 20 ມີນາ 2022 ນີ້ທີ່ສູນການຄ້າວຽຈັນເຊັນເຕີ, ນະຄອນຫລວງວຽງຈັນ.
ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ຖະແຫລງຕໍ່ສື່ມວນຊົນ ຕອນແລງວັນທີ 10 ກຸມພາ 2022 ວ່າ: ສີມືແຮງງານລາວ ເປັນບັນຫາທີ່ສໍາຄັນ ໃນການພັດທະນາຊັບພະຍາ ກອນມະນຸດ, ການມີວຽກເຮັດງານທໍາ, ແລະ ການຍົກສູງຜະລິດຕະພາບ ທັງເປັນໜຶ່ງທ່າແຮງພື້ນຖານຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ ໂດຍສະເພາະ ການຊ່ວຍກະຕຸກຊຸກຍູ້ການສ້າງຜູ້ປະກອບການ, ການປະກອບອາຊີບອິດສະຫຼະ, ການຜະລິດເປັນສິນຄ້າ, ການຄໍ້າປະກັນສະບຽງອາຫານ, ການບໍລິການ, ການເຄື່ອນໄຫວທຸລະກິດ, ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ແລະ ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງຍາມໃດ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນຳ ແລະ ຖືເປັນບັນຫາສໍາຄັນ ແລະ ບຸລິມະສິດ ເຂົ້າໃນວຽກງານພັດທະນາສີມືແຮງງານ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ ຢ່າງຕໍ່ເນື່ອງ.
ທ່ານ ໄຊບັນດິດ ຣາຊະພົນ ໃຫ້ຮູ້ອີກວ່າ ໃນງານມະຫາກໍາສົ່ງເສີມສີມືແຮງງານລາວ ໃນປີ 2022 ນີ້, ເປັນອີກຂະບວນການໜຶ່ງໃນການຈັດຕັ້ງປະຕິບັດທິດທາງ ແລະ ນະໂຍບາຍຂອງຊາດ ໃນການຊຸກຍູ້ ແລະ ສົ່ງເສີມ ການພັດທະນາກໍາລັງແຮງງານ, ການຊອກຫາວຽກເຮັດງານທໍາ, ການສ້າງຄວາມສອດຄ່ອງ ລະຫວ່າງ ຄວາມຕ້ອງການແຮງງານ ແລະ ການສະໜອງແຮງງານ ເຊິ່ງ ສອດຄ່ອງກັບ ກົດໝາຍວ່າດ້ວຍແຮງງານ ທີ່ໄດ້ກຳນົດມາດຕະຖານ, ເງື່ອນໄຂ, ພັນທະ, ການປະສານສົມທົບ ແລະ ການຮ່ວມມືລະຫວ່າງພາກສ່ວນຕ່າງໆ ລະຫວ່າງພາກລັດ, ເອກະຊົນ, ອົງການຈັດຕັ້ງ ແລະ ໂຄງການລົງທຶນ ໃນວຽກງານ ພັດທະນາສີມືແຮງງານ ແລະຈັດຫາງານ.
ສໍາລັບ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນຖານະ ກົມວິຊາການທີ່ກ່ຽວຂ້ອງ, ຕີລາຄາສູງ ແລະ ສະໜັບສະໜູນ ການຈັດງານມະຫາກໍາດັ່ງກ່າວ ເຊິ່ງເປັນເຫດການໜຶ່ງທີ່ມີຄວາມໝາຍແລະ ຄວາມສໍາຄັນ ເປັນໂອກາດອັນດີ ໃຫ້ທຸກພາກສ່ວນ ໂດຍສະເພາະ ນັກຮຽນ, ນັກສຶກສາ, ແຮງງານປະຊາຊົນບັນດາເຜົ່າ, ນັກທຸລະກິດ, ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ຮັບຜົນປະ ໂຫຍດ ຈາກບັນດາກິດຈະກໍາໃນວາລະຂອງງານ ເປັນຕົ້ນ ການວາງສະແດງ, ການພົບປະລະຫວ່າງອົງກອນຕ່າງໆ, ການໂຄສະນາ-ແລກປ່ຽນຂໍ້ມູນຂ່າວສານ ໃນຂະແໜງການສຶກສາທິການ ແລະ ກິລາ, ຕາງໜ້າຜູ້ອອກແຮງງານ ຫຼື ກໍາມະບານ, ການລົງທຶນ, ທຸລະກິດ, ການພັດທະນາສີມືແຮງງານ,ການສົ່ງເສີມວຽກເຮັດງານທໍາ ແລະ ການຮ່ວມສົນທະນາໃນຫົວຂໍ້ທີ່ກ່ຽວຂ້ອງ.
ໃນນີ້, ເພື່ອ ຊ່ວຍເຮັດໃຫ້ການດຳເນີນງານດັ່ງກ່າວ ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເວົ້າສະເພາະ ກົມພັດທະນາສີມືແຮງງານ ແລະຈັດຫາງານ, ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ດ້ານວິຊາການ ໃນທຸກກິດຈະກໍາຂອງງານ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ ເປັນຕົ້ນ ການປະກອບບຸກຄະລາກອນເຂົ້າໃນຄະນະຮັບຜິດຊອບວຽກງານຕ່າງໆ ເຊັ່ນ: ແຂ່ງຂັນສີມືແຮງງານ ແລະ ງານນັດພົບແຮງງານ, ເພື່ອສົ່ງເສີມໂອກາດ ໃນການສ້າງວຽກເຮັດງານທຳ ໂຄສະນາ ແລະ ສົ່ງຂໍ້ມູນຂ່າວສານໃຫ້ບັນດາສະຖານທີ່ພັດທະນາສີມືແຮງງານ ແລະ ວິສາຫະກິດບໍລິການຈັດຫາງານພິຈະລະນາການອອກຮ້ານວາງສະແດງ ໃນງານຄັ້ງນີ້.
ທ່ານ ໄຊບັນດິດ ຣາຊະພົນ ປະທານການຄ້າ ແລະອຸດສາຫະກໍາແຫ່ງ ຊາດລາວ ຮ່ວມກັບບັນດາຄະນະຈັດຕັ້ງງານມະຫາກໍາຄັ້ງນີ້ ຂໍເຊີນຊວນ ແລະ ຮຽກຮ້ອງມາຍັງບັນດາທ່ານ ທຸກຖ້ວນໜ້າ ແລະ ການຈັດຕັ້ງທຸກພາກສ່ວນ ຈົ່ງສະຫຼະເວລາ ເຂົ້າຮ່ວມຊົມທຸກກິດຈະກໍາຕາມວາລະຂອງງານ ແຕ່ວັນທີ 16 – 20 ມີນາ 2022 ທີ່ຈະມາເຖິງນີ້, ແລະ ຫວັງວ່າຈະໄດ້ຮັບການຮ່ວມມື, ປະກອບສ່ວນ ແລະ ສະໜັບສະໜຸນຢ່າງແຂງແຮງ ຈາກ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ ທຸກໆກິດຈະກໍາ ເກິດມີແຕ່ສິ່ງທີ່ໜ້າສົນໃຈ, ມີບັນຍາກາດທີ່ຄຶກຄື້ນ ແລະ ເກີດຜົນປະໂຫຍດສູງສຸດ.
Loading...