ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານລາຕຣີສະໂມສອນສຳພັນຄົນລາວທີ່ເຂດພາກເໜືອ,ປະເທດຝຣັ່ງເພື່ອເຕົ້າໂຮມຄວາມສາມັກຄີພີ່ນ້ອງຊາວລາວໄດ້ຈັດຂື້ນໃນວັນທີ 8 ຕຸລາ 2022,ໂດຍການເຂົ້າຮ່ວມ, ທ່ານ ຄຳອີນ ກີດຈະເດດ, ເອກອັກຄະລະຖະທູດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳປະເທດຝຣັ່ງ, ທ່ານ ພຸໂຂງ ສີສຸລາດ,ເອກອັກຄະລະຖະທຸດແຫ່ງ ສປປ ລາວ ປະຈໍາປະເທດແບນຊີກແລະ ທ່ານ ຈູມຄໍາ ຫລວງວັນ,ກໍາມະການສູນກາງແນວລາວສ້າງຊາດ ແລະ ເປັນປະທານສຳພັນຄົນລາວທີ່ປະເທດຝຣັ່ງ, ມີຄົນເຊື້ອສາຍລາວທີ່ປະເທດຝຣັ່ງເປັນຈຳນວນຫລວງຫລາຍ ນອກຈາກນີ້ຍັງມີ ຄົນຕ່າງປະເທດ ບໍ່ວ່າຈະເປັນຄົນຝຣັ່ງ,ຄົນເຊື້ອສາຍຫວຽດນາມ,ຄົນເຊື້ອສາຍໄທແລະອື່ນໆຕື່ມອີກເຂົ້າມາຮ່ວມງານ.
ພາຍໃນງານຄັ້ງນີ້ມີການປະກາດແຕ່ງຕັ້ງ ທ່ານ ນາງ ສີມານີວັນ ພານິທາວົງ,ເປັນປະທານສໍາພັນຄົນລາວທີ່ເຂດພາກເໜືອ ປະເທດຝຣັ່ງເຊີ່ງມີຜົນງານດີເດັ່ນໃນການເຮັດວຽກບຸກເບີກຫ້າວຫັນໃນການສົ່ງເສີມຮັກສາຮີດຄອງປະເພນີອັນດີງາມຂອງຊາດແລະບຸກເບີກສ້າງວັດລາວພຸດທະວິຫານ,ທີ່ເມືອງຄູແບເຂດພາກເໜືອຂອງປະເທດຝຣັ່ງແລະຜົນງານອື່ນໆອີກຫລາຍຢ່າງ.
ທ່ານ ຄໍາອີນ ກີດຈະເດດ,ກໍ່ໄດ້ໃຫ້ກຽດມອບຫລຽນຄົບຮອບ 70 ປີ ຂອງແນວລາວສ້າງຊາດແລະໃບຍ້ອງຍໍໃຫ້ແກ່ພີ່ນ້ອງຊາວລາວຫລືວ່າສະມາຊິກສຳພັນຄົນລາວທີ່ປະເທດຝຣັ່ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍສັງຄົມລາວໂດຍກົງບໍ່ວ່າຈະຢູ່ໃນການຈັດຕັ້ງຮັກສາຮີດຄອງປະເພນີ,ຊ່ວຍວຽກງານສະຖານທູດໃນໄລຍະ 10 ປີແລະສະໜັບສະໜູນແນວທາງຂອງພັກ ແລະລັດທະບານ.
ສຳພັນຄົນລາວທີ່ປະເທດຝຣັ່ງແມ່ນສ້າງຕັ້ງຂື້ນໃນປີ 1958 ຈົນເຖີງປະຈຸບັນເຮັດວຽກຄຽງບ່າຄຽງໄຫລ່ກັບສະຖານທູດລາວທີ່ປະເທດຝຣັ່ງເຊີ່ງຕ່າງໜ້າໃຫ້ປະເທດຊາດໃນການເຕົ້າໂຮມຄວາມສາມັກຄີຄົນລາວທີ່ດຳລົງຊີວີດຢູ່ປະເທດຝຣັ່ງໃຫ້ມີຄວາມເຊື່ອໜັ້ນຕໍ່ແນວທາງຂອງພັກແລະລັດ,ສະໜັບສະໜູນແນວທາງຂອງພັກຂອງລັດແລະເຮັດວຽກດ້ວຍຄວາມເສຍສະຫລະໂດຍບໍ່ຫວັງຜົນຕອບແທນໃນການຕອບບຸນແທນຄຸນບ້ານເກີດເມືອງນອນ. ສຳພັນຄົນລາວທີ່ປະເທດຝຣັ່ງນີ້ ເປີດກວ້າງ, ບໍ່ໄດ້ຈຳແນກ ຊັ້ນຄົນເປັນອົງກອນທີ່ສະໜັບສະໜູນພັກແລະລັດຖະບານລາວແຕ່ລະສະໄໜກໍ່ມີການປ່ຽນແປງໃນປະຈຸບັນມີຄວາມສະດວກຫລາຍພີ່ນ້ອງຊາວລາວກໍ່ມີຄວາມເຂົ້າໃຈຫລາຍຂື້ນກ່ຽວກັບປະເທດລາວຍ້ອນສຳພັນຄົນລາວແລະສະຖານທຸດລາວຮ່ວມກັນເຮັດວຽກເຕົ້າໂຮມຄວາມສາມັກຄີແລະຮັກສາຮີດຄອງປະເພນີອັນດີງາມຂອງຊາດ.
ບັນຍາກາດພາຍໃນງານກໍ່ມີການຂັບລຳ,ຮ້ອງເພງລາວແລະຟ້ອນລຳວົງລາວຕາມຮີດຄອງປະເພນີລາວເຕັມໄປດ້ວຍບັນຍາກາດອັນຝົດຟື້ນມ່ວນຊື່ນແລະໄດ້ຮັບຄວາມສົນໃຈຈາກຊາວຕ່າງປະເທດທີ່ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.