ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ມັງກອນ ປີ 2023 ແມ່ນວັນເນົາ ຄືມື້ສົ່ງທ້າຍປີເກົ່າຕາມຈັນທະຄະຕິຈີນ. ເວລາ 20 ໂມງ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຖ່າຍທອດສົດງານລາຕີສະເຫຼີມສະຫຼອງບຸນກຸດຈີນທີ່ຈັດຂຶ້ນປີລະເທື່ອ, ເຊິ່ງໄດ້ນຳເອົາງານມະໂຫລານດ້ານວັດທະນະທຳໃຫ້ກັບຊາວຈີນ ແລະເຊື້ອສາຍຈີນໃນທົ່ວໂລກ.
ງານລາຕີສະຫຼອງບຸນກຸດຈີນປີ 2023 ໄດ້ເຕົ້າໂຮມເອກະລັກຫຼາກຫຼາຍສີສັນຈາກວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນຂອງປະຊາຊາດຈີນ, ຊີວິດຕົວຈິງ ແລະ ອະລິຍະທຳທີ່ຮຸ່ງເຮືອງຂອງປະເທດຕ່າງໆ, ບວກກັບເຕັກນິກສິລະປະທີ່ທັນສະໄໝ, ແລະ ເຕັກນິກໃໝ່ດ້ານແສງ ສີ ສຽງ ແລະອື່ນໆ, ໄດ້ສ້າງລາຍການຫຼາຍຮູບຫຼາຍແບບທີ່ມີທັງຫົວຄິດປະດິດສ້າງ, ໜ້າຊົມ ແລະ ມີເຕັກໂນໂລຊີທີ່ທັນສະໄໝ, ເຊັ່ນ, ການຟ້ອນການຮ້ອງ, ລະຄອນເວທີ, ງິ້ວ, ອູຊູ, ກາຍະສິນ ແລະອື່ນໆ.
ນັບແຕ່ການເລີ່ມຈັດງານລາຕີສະຫຼອງບຸນກຸດຈີນຄັ້ງທຳອິດເມື່ອປີ 1983 ເປັນຕົ້ນມາ, ໄດ້ຈັດຂຶ້ນມາເປັນເວລາ 40 ປີລຽນຕິດແລ້ວ. ການເບິ່ງຊົມງານລາຕີສະຫຼອງບຸນກຸດຈີນໃນວັນເນົາ, ຄືກັນກັບການຫໍ່ກ້ຽວ ແລະຕິດຄະຕິຄູ່, ເຊິ່ງກາຍເປັນປະເພນີອັນສຳຄັນໃນການສະຫຼອງບຸນກຸດຈີນຂອງຊາວຈີນ, ແລະໄດ້ກາຍເປັນງານມະໂຫລານດ້ານວັດທະນະທຳໃນຄືນສົ່ງທ້າຍປີເກົ່າຂອງຊາວຈີນໃນທົ່ວໂລກ. ເນື້ອໃນ ຮູບການສະແດງ ແລະ ວິທະຍາສາດເຕັກນິກໃນລາຍການໄດ້ສະແດງໃຫ້ເຫັນເຖິງລະດັບສູງສຸດຂອງລາຍການສິລະປະສັງລວມທາງໂທລະພາບຂອງຈີນ. ລາຍການດີເດັ່ນໃນງານລາຕີສະຫຼອງບຸນກຸດຈີນທຸກປີ, ກາຍເປັນຄວາມຊົງຈຳທີ່ບໍ່ມີວັນລືມສຳລັບປະຊາຊົນຈີນນັບເປັນຕື້ຄົນທີ່ມີຕໍ່ບຸນກຸດຈີນ.
ສື່ມວນຊົນ 700 ກວ່າແຫ່ງຈາກ170 ກວ່າປະເທດ ແລະ ເຂດແຄວ້ນໃນໂລກຈະຖ່າຍທອດສົດ ຫຼື ອອກລາຍງານຂ່າວກ່ຽວກັບງານລາຕີສະຫຼອງບຸນກຸດຈີນປີນີ້. ຍັງໄດ້ມີການສະແດງໄຟແສງສີພາຍໃຕ້ຫົວຂໍ້ “ບຸນກຸດຈີນ” ຢູ່ສູນການຄ້າໂລກອາເມຣິກາ, ຫໍເບີດຄາລີຟາຢູ່ດູໄບ, ສຳນັກງານໃຫຍ່ທະນາຄານທຸລະກິດເອທີໂອບີຫຼັງໃໝ່ທີ່ເປັນສິ່ງກໍ່ສ້າງສູງສຸດຂອງອາຟຣິກາຕາເວັນອອກ, ສະໜາມຫຼວງເຊໂຣ ເຣຊີເຟຂອງບຣາຊິນ, ແລະ ສິ່ງກໍ່ສ້າງທີ່ເປັນແລນມາກອື່ນໆຂອງໂລກ.