ລາຍການງານລາຕີສະຫຼອງບຸນໄຫວ້ພະຈັນ2022ຂອງວິທະຍຸໂທລະພາບສູນກາງຈີນຫຼືCMGຈະອອກອາກາດໃນເວລາ 20 ໂມງຂອງວັນທີ 10 ກັນຍາ 2022, ໃນຄ່ຳຄືນສະຫຼອງບຸນໄຫວ້ພະຈັນເຊິ່ງເປັນບຸນປະເພນີຂອງຈີນຢ່າງເບີກ ບານມ່ວນຊື່ນຄືແນວນີ້, ງານລາຕີດັ່ງກ່າວຈະມີລາຍການທີ່ໜ້າປະທັບໃຈທ່າມ ກາງບັນຍາກາດທີ່ເປັນສິລິມຸງຄຸນແລະເບີກ ບານມ່ວນຊື່ນໃຫ້ລູກຫຼານປະຊາຊາດຈີນໃນທົ່ວໂລກໄດ້ຮັບຊົມ.
ງານລາຕີສະຫຼອງບຸນໄຫວ້ພະຈັນຂອງ CMG ປີນີ້ ແມ່ນເລືອກຈັດຂຶ້ນຢູ່ ເມືອງຈ່າງເຈ່ຍກາງນະຄອນຊູໂຈ່ວແຂວງຈ່ຽງຊູ, ທ່າມກາງສຽງເພງທີ່ອອນຊອນ ຂອງງີ້ວຄຸນສູ ເພື່ອຈັດງານລາຕີສະຫຼອງບຸນໄຫວ້ພະຈັນທີ່ມີເອກະລັກ ພິເສດຂອງຊູໂຈ່ວເຊິ່ງເປັນບ້ານແຄມນ້ຳທີ່ມີຊື່ສຽງຂອງຈີນ. ໂດຍປະຕິບັດຕາມແນວຄວາມຄິດປະດິດສ້າງດ້ວຍວິທະຍາສາດເຕັກນິກ, ງານ ລາຕີສະຫຼອງບຸນໄຫວ້ພະຈັນປີນີ້ຈະສຸມໃສ່ການນຳສະເໜີແບບເຊື່ອມໂຍງແນວ ຄິດ,ສິລະປະແລະເຕັກໂນໂລຊີເຂົ້າກັນດ້ວຍການປະສົມປະສານການສະແດງ ສິລະປະທີ່ປ່ຽມລົ້ນໄປດ້ວຍຄວາມຮູ້ສຶກອັນເລິກເຊິ່ງ,ວັດທະນະທຳທີ່ມີປະຫວັດ ສາດອັນຍາວນານແລະພື້ນທີ່ຕົວຈິງທີ່ມີທິວທັດພູຜາແມ່ນ້ຳອັນງົດງາມ ເຊິ່ງສາ ມາດສະແດງໃຫ້ເຫັນມົນສະເໜ່ທີ່ມີເອກະລັກຂອງວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງປະຊາຊາດຈີນຢ່າງມີຊີວິດຊີວາ, ສະແດງໃຫ້ເຫັນຄວາມສາມັກຄີຮ່ວມ ແຮງຮ່ວມໃຈເປັນປຶກແຜ່ນແລະສະຕິຊາດຂອງປະຊາຊົນຈີນ.
ຮອດເວລານັ້ນ, ງານລາຕີສະຫຼອງບຸນໄຫວ້ພະຈັນຈະອອກອາກາດໃນເວລາ 20 ໂມງຂອງວັນທີ 10 ກັນຍານີ້ຜ່ານຊ່ອງCCTV-1 CCTV-3 CCTV-4 CCTV-15, ຊ່ອງພາບທີ່ມີຄວາມລະອຽດສູງ8K,APPຂອງCCTVNEWS,CMG Mobile,ເວັhttp://xn--cctv-pxo9evn.com/ ແລະສື່ໃໝ່ອື່ນໆ ພ້ອມດ້ວຍສື່ສັງຄົມອອນລາຍຕ່າງປະເທດເພື່ອຖ່າຍທອດສົດໃຫ້ຜູ້ຊົມທົ່ວໂລກໄດ້ຮັບຊົມ.
No photo description available.
Loading...