ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລະຫວ່າງວັນທີ 15 ເມສາ ຫາ ວັນທີ 5 ພຶດສະພາ 2023, ງານວາງສະແດງ ສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 133 ຈັດຂຶ້ນຢູ່ນະຄອນກວາງໂຈ່ວ ແຂວງກວາງຕຸ້ງຢ່າງເປັນທາງການ ໂດຍແບ່ງເປັນ 3 ໄລຍະ, ພ້ອມ ກັນນັ້ນ ຈະມີເວທີວາງສະແດງອອນລາຍເປັນປົກກະຕິຕະຫຼອດປີ. ຕາມຂ່າວແຈ້ງວ່າ: ເນື້ອທີ່ວາງສະແດງຂອງງານວາງສະ ແດງສິນຄ້ານຳເຂົ້າ-ສົ່ງອອກຈີນໃນຄັ້ງນີ້ໄດ້ເພີ່ມຂຶ້ນຈາກ 1.180.000 ຕາແມັດໃນເມື່ອກ່ອນມາເປັນ 1.500.000 ຕາແມັດ, ວິສາຫະກິດທີ່ເຂົ້າຮ່ວມການວາງສະແດງທາງອອຟລາຍມີຫຼາຍກວ່າ 34.000 ແຫ່ງ, ເນື້ອທີ່ວາງສະແດງ ແລະຈຳນວນວິສາຫະກິດທີ່ເຂົ້າຮ່ວມ ຕ່າງກໍໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.
ງານວາງສະແດງສິນຄ້າໄດ້ຖືກຖືວ່າເປັນໝາກປິ່ນຊີ້ທິດຂອງເສດຖະກິດ, ສ່ວນງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຈີນມີປະຫວັດສາດຍາວນານທີ່ສຸດ, ມີຂະໜາດໃຫຍ່ທີ່ສຸດ, ມີປະເພດສິນຄ້າຄົບຖ້ວນທີ່ສຸດ, ມີວິສາຫະກິດ ແລະລູກຄ້າເຂົ້າຮ່ວມຫຼາຍທີ່ສຸດ ແລະມີປະສິດທິຜົນດ້ານການຄ້າດີທີ່ສຸດ, ສະນັ້ນ, ຈຶ່ງໄດ້ຖືກບຸກຄົນວົງການທຸລະກິດການຄ້າຂອງປະເທດຕ່າງໆຂະໜານນາມວ່າ: ເປັນ “ງານວາງສະແດງໝາຍເລກໜຶ່ງຂອງຈີນ”. ແຕ່ຍ້ອນໄດ້ຮັບຜົນກະທົບຈາກການແຂ່ງຂັນດ້ານການເມືອງໃນພາກພື້ນສາກົນທີ່ຮຸນແຮງ, ການແຜ່ລະບາດຂອງພະຍາດໂຄວິດ-19 ກະທົບເຖິງເສດ ຖະກິດໂລກ ແລະປັດໄຈອື່ນໆ, “ຄວາມບໍ່ແນ່ນອນ” ໄດ້ກາຍເປັນສິ່ງທ້າທາຍຮ່ວມທີ່ທຸກປະເທດກຳລັງປະເຊີນຢູ່, ການຟື້ນຟູເສດຖະກິດໂລກກໍໄດ້ຮັບຜົນກະທົບເຊັ່ນກັນ. ປັດຈຸບັນ, ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຈີນໄດ້ຟື້ນຟູການວາງສະ ແດງຢ່າງຮອບດ້ານ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງພະລັງຂັບເຄື່ອນຂອງເສດຖະ ກິດຈີນໄດ້ຟື້ນຟູຢ່າງແຂງແຮງ, ນີ້ບໍ່ພຽງແຕ່ເປັນຂ່າວດີສຳລັບຈີນເທົ່ານັ້ນ, ຍັງເປັນຂ່າວດີສຳລັບທົ່ວໂລກອີກດ້ວຍ.
ອີງຕາມສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ໃນໄຕມາດທີໜຶ່ງຂອງປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໄດ້ບັນລຸເຖິງ 9.890 ຕື້ຢວນ ເຊິ່ງໄດ້ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນຂະນະທີ່ການຄ້າທົ່ວໂລກມີທ່ວງທ່າຊຸດໂຊມລົງຢ່າງຮ້າຍແຮງ, ການຄ້າຕ່າງປະເທດຂອງຈີນໃນໄຕມາດທີໜຶ່ງພັດໄດ້ມີທ່ວງທ່າການພັດທະນາທີ່ນັບມື້ນັບດີຂຶ້ນ. ຜູ້ຊ່ຽວ ຊານຝ່າຍຕ່າງໆຄາດຄະເນວ່າ: ການເຕີບໂຕຂອງເສດຖະກິດຈີນຈະເປັນຈຸດເດັ່ນຈຸດໜຶ່ງໃນຂະນະທີ່ເສດຖະກິດໂລກມີຄວາມອ່ອນແອ. ແຕ່ການເຕີບໂຕຂອງເສດຖະກິດຈີນບໍ່ແມ່ນ “ພັດທະນາແຕ່ປະເທດຕົນຢ່າງດຽວ” ຢ່າງແນ່ນອນ, ຫາກແມ່ນຍຶດໝັ້ນເດີນຕາມເສັ້ນທາງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວ່າງມໍ່ໆມານີ້, ທ່ານນາງ ຄຣິສຕາລີນາ ເກໂອກີເອວາ ຜູ້ອຳນວຍ ການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ຄາດຄະເນວ່າ: ໃນປິ 2023, ອັດຕາການປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກ ຈະບັນລຸ 1/3.
ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ຈີນຕ້ອງການໂລກ, ໂລກກໍຕ້ອງການຈີນເຊັ່ນດຽວກັນ. ໃນຖານະເປັນເວທີສຳຄັນທີ່ຈີນເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງຂອງການຄ້າສາກົນ ແລະເຊື່ອມຕໍ່ສອງຮອບໝູນວຽນທັງພາຍໃນ ແລະຕ່າງປະເທດ, ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຈີນສາມາດຟື້ນຟູການວາງສະແດງທາງອອຟລາຍ ແມ່ນຍ້ອນຈີນໄດ້ເດັດດ່ຽວປະຕິບັດຕາມຍຸດທະສາດການເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງຖານະທີ່ມີທ່າແຮງຂອງຈີນໃນຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງທົ່ວໂລກ. ໃນສາຍຕາຂອງນັກສັງເຫດການ, ສະເໜ່ຂອງງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຈີນບໍ່ໄດ້ຈຳກັດຢູ່ແຕ່ຜະລິດຕະພັນຂອງຈີນ ແລະຍີ່ຫໍ້ຂອງຈີນເທົ່ານັ້ນອີກແລ້ວ, ຫາກໄດ້ກາຍເປັນເວທີສຳຄັນໃນການຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະການເຊື່ອມໂຍງເຂົ້າກັນຂອງເສດຖະກິດໃນທົ່ວໂລກອີກດ້ວຍ.
ເວົ້າສຳລັບໂລກແລ້ວ, ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຈີນຈະສ້າງໂອ ກາດໃຫ້ແກ່ວິສາຫະກິດຂອງບັນດາປະເທດ ແລະເຂດແຄວ້ນຂອງໂລກໃນການສ້າງຕ່ອງໂສ້ການສະໜອງທີ່ປອດໄພ, ເຊື່ອຖືໄດ້ ແລະມີປະສິດທິພາບສູງກັບວິສາຫະກິດຈີນ, ເຮັດໃຫ້ວິສາຫະກິດເຫຼົ່ານີ້ສາມາດໄດ້ຮັບຜົນປະໂຫຍດຈາກການຟື້ນຟູເສດຖະກິດ ແລະການພັດ ທະນາຢ່າງວ່ອງໄວຈາກຈີນ.