ງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ຄັ້ງທີ 5 ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 5-10 ພະຈິກ 2022 ທີ່ນະຄອນຊຽງໄຮ້ ໂດຍຈະມີຕົວແທນຈາກ 145 ປະເທດ ແລະ ພາກພື້ນ, ລວມເຖີງອົງການຈັດຕັ້ງສາກົນເຂົ້າຮ່ວມ.
ທ່ານ Sun Chenghai ຮອງປະທານຄະນະກໍາມະການຈັດງານດັ່ງກ່າວ ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ງານຄັ້ງນີ້ຈະມີບັນດາຫົວໜ່ວຍທຸລະກິດລະດັບແຖວໜ້າເຂົ້າຮ່ວມປະມານ 284 ຫົວໜ່ວຍ, ໃນນີ້ ລວມທັງບໍລິສັດທີ່ນອນຢູ່ໃນ 500 ບໍລິສັດໃຫຍ່ ເຊີ່ງປີນີ້ເຂດວາງສະແດງສິນຄ້າໃໝ່ຈະເປີດນໍາໃຊ້ ເພື່ອນໍາສະເໜີອຸດສາຫະກໍາເມັດພັນພືດ ແລະ ອຸດສາຫະກໍາທີ່ກ່ຽວກັບປັນຍາປະດິດ. ໃນຂະນະທີ່ສິນຄ້າໃໝ່ຫລາຍຮ້ອຍລາຍການທາງດ້ານກະສິກໍາ, ເຕັກໂນໂລຊີ ແລະ ສິນຄ້າບໍລິການຈະນໍາມາແນະນໍາໃນງານດັ່ງກ່າວນີ້.
ທາງດ້ານກຸ່ມບໍລິສັດຄົມມະນາຄົມຂົນສົ່ງສາທາລະນະຈິວຊື້ຊຽງໄຮ້ ຈຳກັດ ໄດ້ເປີດບໍລິການເສັ້ນທາງຂົນສົ່ງເພີ່ມອີກຫຼາຍສາຍ ແລະ ນຳໃຊ້ລົດເພີ່ມອີກ 50 ຄັນ ເພື່ອປະຕິບັດໜ້າທີ່ຮັບປະກັນການຄົມມະນາຄົມສາທາລະນະພາກພື້ນດິນຢ່າງຮອບດ້ານ. ຂະນະທີ່ບໍລິສັດລົດໄຟໄຕ້ດິນຊຽງໄຮ້ ໄດ້ເປີດບໍລິການສະແກນ “ຄິວອາໂຄດເຂົ້າ-ອອກສະຖານທີ່ວາງສະແດງ” ຢູ່ນອກສະຖານີສີຈິງຕາເວັນອອກ ທີ່ໃກ້ກັບສະຖານທີ່ຈັດງານ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ເຂົ້າຮ່ວມງານທີ່ໄດ້ກວດກາຂໍ້ມູນມາກ່ອນແລ້ວ.
ພາຍໃນງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ປີນີ້ນອກຈາກຈະມີການວາງສະແດງສິນຄ້າສາກົນແລ້ວ ຍັງມີຫລາຍກິດຈະກໍາ, ເຊີ່ງໃນນັ້ນລວມທັງກອງປະຊຸມເວທີປຶກສາຫາລືເສດຖະກິດສາກົນຫົງສຽວ ທີ່ຈະລວມມີຫລາຍກອງປະຊຸມຍ່ອຍ ເຊີ່ງລ້ວນແຕ່ເປັນກອງປະຊຸມທີ່ມີຄວາມສໍາຄັນເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດຂອງສາກົນໃຫ້ນັບມື້ດີຂຶ້ນກວ່າເກົ່າ.
ທາງດ້ານສໍານັກຂ່າວຊິນຮວາ ລາຍງານໃນວັນທີ 3 ພະ ຈິກນີ້ວ່າ: ງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ຄັ້ງທີ 5 ທີ່ຈະໄຂຂຶ້ນໃນວັນທີ 5 ພະຈິກນີ້ ເຊີ່ງ ທ່ານ ສີຈິ້ນຜິງ, ປະ ທານປະເທດຈີນ ຈະກ່າວປາໄສຜ່ານທາງວິດີໂອເພື່ອເປີດງານຄັ້ງນີ້ຢ່າງເປັນທາງການ.


