ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 5 ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2022 ທີ່ນະຄອນຊຽງໄຮ້, ສປ ຈີນ ເຊີ່ງມີທັງໝົດ 145 ປະເທດ ແລະ ພາກພື້ນ, ລວມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ, ໃນນັ້ນ ມີ ວິສາຫະກິດ 2.800 ກວ່າແຫ່ງ ຈາກ 127 ປະເທດໄດ້ເຂົ້າ ຮ່ວມ. ພ້ອມນີ້ ພາຍໃນງານຍັງໄດ້ຈັດເວທີປຶກສາຫາລື 24 ຄັ້ງ. ຜ່ານຈາກການຈັດງານຄັ້ງນີ້ ເຮັດໃຫ້ມີການຕົກລົງສັນ ຍາຊື້-ຂາຍຮ່ວມກັນ ລວມເປັນມູນຄ່າ 73,52 ຕື້ໂດລາສະ ຫະລັດ, ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ງານທີ່ຈັດຂຶ້ນໃນປີ 2021 ຜ່ານມາ.
ຈີນ ຖືເປັນຕະຫລາດຂະໜາດໃຫຍ່ ແລະ ເປັນຄູ່ຄ້າທີ່ໃຫຍ່ຂອງຫລາຍກວ່າ 140 ປະເທດ ແລະ ພາກພື້ນ, ທັງເປັນປະເທດທີ່ມີການຄ້າສິນຄ້າໃຫຍ່ເປັນອັນດັບໜຶ່ງຂອງໂລກ 5 ປີຕິດຕໍ່ກັນ. ໃນງານວາງສະແດງດັ່ງກ່າວ ຈີນ ຢືນ ຢັນຈະຊຸກຍູ້ໃຫ້ທຸກຝ່າຍ ແລະ ທຸກປະເທດແບ່ງປັນໂອ ກາດໃນຕະຫລາດໃຫຍ່ຂອງຈີນ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ ແລະ ແນ່ໃສເຮັດໃຫ້ການເປີດປະຕູສູ່ພາຍນອກຂອງຈີນນັບມື້ດີຂຶ້ນກວ່າເກົ່າ.
ພາຍໃນງານວາງສະແດງຄັ້ງນີ້ ມີເກືອບ 30 ບໍລິສັດຈາກປະເທດດ້ອຍພັດທະນາ ໄດ້ລົງນາມໃນສັນຍາເພື່ອໃຊ້ຮ້ານວາງສະແດງ ຫລື ບູດວາ“ສະແເງສິນຄ້າ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊີ່ງມີຈຳນວນຮ້ານເພີ່ມຂຶ້ນເກືອບໜຶ່ງເທົ່າເມື່ອທຽບໃສ່ປີຜ່ານມາ ເຮັດໃຫ້ເມັດໝາກມ່ວງຫິມະພານຂອງກິນິ -ບິສເຊົາພົມຂອງອັຟການິສຖານ ແລະ ສິນຄ້າອື່ນໆ ມີໂອ ກາດວາງສະແດງຮ່ວມກັບຜະລິດຕະພັນອື່ນໆ ຈາກປະ ເທດທີ່ພັດທະນາແລ້ວ, ທັງຍັງສາມາດຊອກຫາຕະຫລາດຈໍາຫນ່າຍຂອງຕົນເອງໄດ້ອີກ ເຊີ່ງສະແດງໃຫ້ເຫັນວ່າ ຜົນຈາກການພັດທະນາແມ່ນເປັນປະໂຫຍດຕໍ່ປະຊາຊົນປະເທດຕ່າງໆ ຫລາຍຂຶ້ນ ແລະ ມີຄວາມເທົ່າທຽມຫລາຍຂຶ້ນ.
ສໍາລັບຫົວໜ່ວຍທຸລະກິດຈາກລາວທີ່ເຂົ້າຮ່ວມງານວາງສະແດງສິນຄ້າດັ່ງກ່າວ ແມ່ນບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ (ສວນຊາ36) ເຊີ່ງເປັນຫົວໜ່ວຍທຸລະກິດໜຶ່ງດຽວທີ່ເປັນຕົວແທນຜະລິດຕະພັນຊາຈາກລາວເຂົ້າຮ່ວມ ແລະ ໄດ້ນໍາໃຊ້ຊາເປັນສື່ກາງເຜີຍ ແຜ່ສິນຄ້າຊາລາວຢ່າງຕັ້ງໜ້າ, ນຳສະເໜີຊາບູຮານຈາກປາກຊ່ອງຢ່າງເຕັມທີ່ ແລະ ໄດ້ບັນລຸຈຸດປະສົງຮ່ວມມືກັບກຸ່ມພໍ່ຄ້າຊາວຂາຍຊາສາກົນ ເພື່ອສົ່ງເສີມຕົ້ນຊາບູຮານຂອງລາວສູ່ເວທີສາກົນ.
ທ່ານ ນາງ ຢວນທ່ຽນ, ຜູ້ຈັດການທົ່ວໄປຂອງບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ໃຫ້ສໍາພາດຕໍ່ນັກຂ່າວວ່າ: ຜະລິດຕະພັນຂອງສວນຊາ36 ໄດ້ສົ່ງ ອອກໄປຈີນຕັ້ງແຕ່ປີ 2019 ແລະ ສາມາດຂາຍຊາໄດ້ 3 ຫາ 5 ໂຕນໃນແຕ່ລະປີ. ປີນີ້ເປັນຄັ້ງທີ 4 ທີ່ ສວນຊາ36 ໄດ້ມາຮ່ວມງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ແລະ ເຫັນໄດ້ຮັບຜົນຕອບຮັບດີຂຶ້ນກວ່າເກົ່າ.
ນອກຈາກນີ້, ປີນີ້ ເປັນປີທໍາອິດທີ່ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້, ເຫລົ້າວາຍຈາກແຂວງໂອກິນາວ່າຂອງຍິ່ປຸ່ນ, ເຂົ້າຈາກກໍາປູເຈຍ ແລະ ຊີ້ນງົວຈາກອົດສຕາລີ. ລວມເຖີງ ຜະລິດຕະພັນກະສິກຳຈາກປະເທດສະມາຊິກອາຊຽນນັບມື້ນັບຫຼາຍໄດ້ເຂົ້າສູ່ຕະຫຼາດຈີນຢ່າງມີຄວາມສະດວກຫຼາຍກວ່າເກົ່າ ເຮັດໃຫ້ປະເທດເຫລົ່ານີ້ຕ່າງໄດ້ຮັບຜົນປະໂຫຍດຈາກ RCEP ແລະ ງານວາງສະແດງສິນຄ້າສາກົນຈີນ.