ງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີ ຈັດຂື້ນໃນຕອນເຊົ້າວັນທີ 8 ສິງຫາ 2021 ທີ່ຫໍພິພິທະພັນປະທານໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ມີທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະທານສະພາແຫ່ງຊາດ, ມີຄະນະປະຈໍາ, ກໍາມາທິການຂອງສະພາແຫ່ງຊາດ, ລັດຖະມົນຕີທີ່ມາຈາກກະຊວງຕ່າງໆ , ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ, ສະພາປະຊາຊົນແຂວງ, ນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້ ທ່ານຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ຮອງປະທານ ທັງເປັນກໍາມາທິການກົດຫມາຍສະພາແຫ່ງຊາດ ຮອງຫົວໜ້າຜູ້ປະຈໍາການຄະນະຮັບຜິດຊອບສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງ ຊາດ ຄົບຮອບ 30 ປີ ມີຄໍາເຫັນວ່າ: ງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີ ທີ່ຈັດຂື້ນໃນຄັ້ງນີ້ ເປັນກິດຈະກຳໜຶ່ງເພື່ອ ສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີ ທັງສະແດງໃຫ້ເຫັນຜົນງານ ແລະ ການເຄື່ອນໄຫວຂອງລັດເຮົາ ໃນການສ້າງ, ປັບປຸງ ແລະ ປະຕິບັດລັດຖະທຳມະນູນ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ສະບັບທຳອິດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.


ງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີຄັ້ງນີ້ໄດ້ເເບ່ງອອກເປັນ 3 ພາກຄື: ໄລຍະຂອງການກະກຽມສ້າງລັດຖະທໍາມະນູນ, ໄລຍະຂະບວນການປັບປຸງລຫດຖະທໍາມະນູນ ແລະ ໄລຍະທີ່ສະແດງເຖິງຜົນງານ ຜົນສໍາເລັດຂອງການປະຕິບັດລັດຖະທໍາມະນູນຕະຫລອດໄລຍະ 30 ປີ ເຊີ່ງຜູ້ເຂົ້າຮ່ວມກໍ່ຄືຄະນະນໍາ ແລະ ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ເຄື່ອນໄຫວຢ້ຽມຊົມຮູບພາບຈຳນວນໜຶ່ງທີ່ສະແດງເຖິງພາລະກິດຕໍ່ສູ້ປົດປ່ອຍຊາດ, ຮູບພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບ, ອົງການກວດກາແຫ່ງລັດ ໂດຍສະເພາະການສ້າງ, ປັບປຸງ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ພ້ອມທັງລົງລາຍເຊັນບັນທຶກຄວາມຮູ້ສຶກຂອງຕົນໃສ່ປຶ້ມບັນທຶກພາຍໃນພິພິທະພັນປະທານ ໄກສອນ ພົມວິຫານ ຕື່ມອີກ ແລະ ກ່ອນຫນ້າທີ່ຈະເລີ່ມພິທີເປີດງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີ ຄະນະນໍາ ຂອງສະພາແຫ່ງຊາດ ນໍາໂດຍ ທ່ານໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ການນໍາຂັ້ນສູງພັກ-ລັດ ໄດ້ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ຢູ່ຕໍ່ຫນ້າຮູບປັ້ນປະທານໄກສອນ ພົມວິຫານຜູ້ນໍາທີ່ເເສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ເພື່ອສະແດງເຖີງຄວາມຈົ່ງຮັກພັກດີ,ກະຕັນຢູຮູ້ບຸນຄຸນ ທີ່ທ່ານໄດ້ ອຸທິດສະຕິປັນຍາ,ເຫື່ອເເຮງ,ເລືອດເນື້ອ ແລະ ຊີວີດເຂົ້າໃນພາລະກິດປະຕິວັດ ເພື່ອນໍາພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍຊາດຍາດເອົາເອກກະລາດຈາກພວກລ່າເມືອງຂຶ້ນນທັງເກົ່າ ແລະ ໃຫມ່ ຈົນສາມາດ ຍາດໄດ້ເອກະລາດຢ່າງສົມບູນ ສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ 2 ທັນວາ 1975.
– ຂ່າວ ເດດອາລຸນ ແກ້ວວິໄລ.
– ພາບ : ມົດແດງສົ້ມ