ງານສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ ນີ້, ທີ່ແຄັມຂອງໂຄງການ ຢູ່ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໂດຍມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ດາລິງ ເຊັງ (Daling Zheng) ຜູ້ອໍານວຍການໃຫຍ່ ທັງເປັນປະທານບໍລິຫານ ບໍລິສັດ ແພນອອສ໌ ຈໍາກັດ (ບໍລິສັດແມ່ຂອງພູເບ້ຍ ມາຍນິງ) ແລະ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍບັນດາພະນັກງານຂອງບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນເພັງ ບຸນນະຜົນ ຕາງໜ້າບໍລິສັດພູເບ້ຍມາຍນິງ ແລະ ຜູ້ລົງທຶນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານລາວ, ອົງການປົກຄອງແຂວງໄຊສົມບູນ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນ ທີ່ອຳນວຍຄວາມສະດວກທຸກປະການ ເຊິ່ງ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ໄດ້ມີການສ້າງຕັ້ງໂຮງງານໃນປີ 2010 ແລະ ເປີດດຳເນີນງານໃນປີ 2012 ຊຶ່ງເປັນເຂດທີ່ຢູ່ຫ່າງໄກສອກຫຼີກ, ພູຜາປ່າດົງ ແລະ ບໍ່ມີເສັ້ນທາງເຂົ້າເຖິງໄດ້. ບໍລິສັດໄດ້ພັດທະນາພື້ນຖານໂຄ່ງລ່າງເປັນຕົ້ນ:ເສັ້ນທາງເຂົ້າໂຄງການ, ຕຶກອາຄານ ແລະ ສິ່ງອໍານວຍຄວາມສະດວກອື່ນໆທັງໝົດ ມາຮອດ 10 ປີແຫ່ງການດຳເນີນງານ ໄດ້ມີຜົນສຳເລັດຫຼາຍຢ່າງ ທີ່ເປັນການປະກອບສ່ວນ, ທຸ້ມເທມັນສະໝອງ ແລະ ເຫື່ອແຮງຂອງພະນັກງານຂອງບໍລິສັດທຸກຄົນເຮັດໃຫ້ປະສົບຜົນສໍາເລັດ ແລະສູ້ຊົນຕໍ່ສິ່ງທ້າທາຍຕ່າງໆ ສ້າງຜົນປະໂຫຍດທັງທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນອ້ອມຂ້າງ ແລະ ແຂວງໄຊສົມບູນ ເວົ້າລວມເວົ້າສະເພາະແມ່ນ ປະກອບສ່ວນອັນສຳຄັນໃນການພັດທະນາຂະແໜງບໍ່ແຮ່ ແລະ ຜົນປະໂຫຍດແກ່ລັດຖະບານ ກໍຄື ປະເທດຊາດຂອງພວກເຮົາ.
ໂອກາດນີ້ທ່ານ ທອງພັດ ອິນທະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຕະຫຼອດໄລຍະ10ຜ່ານມາ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນດ້ວຍຜົນງານອັນໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ລາວ ກໍຄືການພັດທະນາທ້ອງຖິ່ນແຂວງໄຊສົມບູນ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ. ບໍລິສັດ ພູເບ້ຍ ມາຍນິງ ເປັນໜຶ່ງໃນ ບໍລິສັດ ທີ່ມີມາດຖານຢູ່ໃນລະດັບສາກົນ, ມີປະສົບການດ້ານການພັດທະນາຂະແໜງບໍ່ແຮ່ ຕາມທິດສີຂຽວ ແລະ ຢືນຍົງ; ເປັນບໍລິສັດໜຶ່ງທີ່ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ລາວ ຊຶ່ງໄດ້ນໍາໃຊ້ເຕັກນິກວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝໃນລະດັບສາກົນແລະທ່ານຍັງໄດ້ເນັ້ນໜັກໃຫ້ ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ສ້າງຜົນງານໃຫ້ໃຫຍ່ຫຼວງກວ່າເກົ່າ ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ລາວ.
ໃນຕົ້ນປີ 2010, ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນການກໍໍ່ສ້າງໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານ ຫ້ວຍຊາຍຈົນຮອດເດືອນ ເມສາປີ 2012, ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານ ຫ້ວຍຊາຍ ຈຶ່ງໄດ້ເລີີ່ມການຜະລິດ. ໃນໄລຍະ 10 ປີຜ່ານມາ, ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານ ຫ້ວຍຊາຍ ໄດ້ຜະລິດຄໍາຫຼາຍກວ່າ ໜຶ່ງລ້ານອອສ໌ ຫລືປະມານ 28.000ໂຕນ ແລະ ເງິນ ຫຼາຍກວ່າ ແປດລ້ານອອສ໌ຫລືປະມານ 2ແສນກວ່າໂຕນ. ແລະໃນປີ 2013, ໂຄງການ ບ້ານ ຫ້ວຍຊາຍ ໄດ້ຮັບ ລາງວັນ ‘ການພັດທະນາໂຄງການດີເດັັ່ນປະຈໍາປີ’ ໃນງານມອບລາງວັນບໍໍ່ແຮ່ ແລະ ວຽກງານຂຸດຄົ້ນເງິນອາຊີ ເປັນການຮັບຮູ້ການພັດທະນາໂຄງການພົ້ນເດັັ່ນສໍາລັບການພັດທະນາ ແລະ ການກໍໍ່ສ້າງ ໂຮງງານ.




