ໃນຕອນບ່າຍຂອງວັນທີ 02 ພະຈິກ 2022, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດກ່າວຖະແຫຼງຂ່າວ ກ່ຽວກັບການຈັດງານສັບປະດາດິຈິຕ໋ອນ (Digital Week) ປະຈໍາປີ 2022 ຢູ່ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: “ການ​ຮ່ວມ​ມື​ທົ່ວສັງຄົມ ເພື່ອ​ຫັນ​ເປັນ​ດິ​ຈິ​ຕ໋ອນ” ຫຼື “Collaboration across Lao Digital Transformation” ຢູ່ໃນທ້າຍເດືອນທັນວາ 2022 ນີ້.
ງານສັບປະດາດິຈິຕ໋ອນ (Digital Week) ປະຈໍາປີ 2022 ຈັດຂື້ນ ເພື່ອຜັນຂະຫຍາຍແຜນ​ພັດ​ທະ​ນາເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ 5 ປີ​ຄັ້ງ​ທີ III (2021-2025) ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປລາວ, ເພື່ອສົ່ງເສີມ​ການນໍາໃຊ້ ເຕັກ​ໂນ​ໂລ​ຊີນະ​ວັດ​ຕະ​ກຳ, ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ (ICT), ໂທລະຄົມມະນາຄົມ ແລະ ດິ​ຈິຕ໋ອນ​ທີ່​​ທັນ​ສະ​ໄໝ ເຂົ້າ​ໃນ​ທຸກ​ຂະ​ແໜງ​ການພັດທະນາເສ​ດ​ຖະ​ກິດ-ສັງ​ຄົມ ແຕ່​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ ແລະ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ຜະ​ລິດ​ສິນ​ຄ້າ, ການ​ບໍ​ລິ​ການ ​ໃຫ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄວາມຫຼາກຫຼາຍສ້າງມູນ​ຄ່າ​ເພີ່ມ, ສາ​ມາດ​ແຂ່ງ​ຂັນ​ໃນ​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເພື່ອຄັດເລືອກຜະລິດຕະພັນໄອຊີທີ ແລະ ດິຈິຕ໋ອນ ຂອງ ສປປ ລາວ ເຂົ້າແຂ່ງຂັນໃນລະດັບເວທີພາກພື້ນອາຊຽນ ແລະ ສາກົນ.
ໃນງານຄັ້ງນີ້ຈະມີຫຼາຍກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເປັນງານມະຫະກຳເຕັກໂນໂລຊີ ແລະ ການ​ສື່​ສານ ຊຶ່ງຈະປະກອບມີ: ງານວາງສະແດງ ກ່ຽວກັບເຕັກ​ໂນ​ໂລ​ຊີການ​ສື່​ສານຂໍ້​ມູນ​ຂ່າວ​ສານ, ​ໂທ​ລະ​ຄົມ​ມະ​ນ​າ​ຄົມ​ ແລະ ນະ​ວັດ​ຕະ​ກຳ​ ແລະ ຜົນງານການຄົ້ນຄ້ວາ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງ ຂອງທຸລະກິດ startup ຈາກພາຍ​ໃນ ແລະ ຕ່າງ​ປະ​ເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth), ແລະ Post Mart;
ກອງປະຊຸມສຳມະນາກ່ຽວກັບເຕັກ​ໂນ​ໂລ​ຊີຍຸກໃໝ່, ເສດຖະກິດດິຈິຕ໋ອນ, ຄວາມປອດໄພທາງໄຊເບີ, ການຄ້າອອນລາຍ, ການບໍລິຫານລັດແບບທັນສະໄໝ, ການພັດທະນາອຸດສາຫະກຳ 4.0, ເຕັກໂນໂລຊີອັດສະລິຍະ, ແລະ ເຕັກໂນໂລຊີ 5G; ເວທີໃນການພົບປະ (Networking) ສົນທະນາປຶກສາຫາລື ແລະ ແລກປ່ຽນກັນ ທາງດ້ານການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການ​ສື່​ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ; ແລະ ກິດຈະກໍາການ​ແຂ່​ງ​ຂັນ Lao ICT Awards 2022, ການແຂ່ງຂັນຄວາມປອດໄພທາງໄຊເບີ, Start-up , Hackathon, ນະວັດຕະກໍາ Innovation Awards.
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວຕື່ມວ່າ:​ ງານສັບປະດາດິຈິຕ໋ອນ 2022 ຈະຈັດຂຶ້ນເປັນຄັ້ງທໍາອິດ ຢູ່ ສປປ ລາວ ຊຶ່ງຈະເປັນເຫດການປະຫວັດສາດ ທີ່ສໍາຄັນ ໃນການຮ່ວມມື ແລະ ດຶງດູດການລົງທຶນ ເຂົ້າໃນການພັດທະນາ ແລະ ປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ, ຊ່ວຍ ສົ່ງເສີມ ແລະ ເຜີຍແຜ່ ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້​ມູນ​ຂ່າວ​ສານ, ນະ​ວັດ​ຕະ​ກຳ, ອຸດສາຫະກໍາການຜະລິດ, ການບໍລິການທີ່ຕິດພັນກັບການພັດທະນາ ຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ແລະ ການ​ສື​່ສານ. ທ່ານໄດ້ຮຽນຮ້ອງ ແລະ ເຊີນຊວນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການ ດ້ານໄອຊີທີ ແລະ ດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໃນງານດັ່ງກ່າວ ເພື່ອສະແດງຜົນງານຂອງຕົນ ຢ່າງຟົດຟື້ນ.
ງານສັບປະດາດິຈິຕ໋ອນ ຄັ້ງນີ້ ຄະນະຮັບຜິດຊອບການຈັດງານໄດ້ວາງຮູບແບບຜູ້ຮ່ວມອຸປະຖໍາ 4 ປະເພດ: 1) Diamond, 2) Platinum, 3) Gold ແລະ 4) Silver ແຕ່ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜນປ້າຍຂອງງານ ແລະ ສິດທິພິເສດອີກຫຼາກຫຼາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້ ສຳຫຼັບພາກລັດແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງຢ່າງບໍ່ໄດ້ຈ່າຍຄ່າ.
Loading...