ຖະແຫຼງຂ່າວການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາທົ່ວປະເທດຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຄັ້ງທີ 6 ຫຼື ໂຄປາ ໂຄຄາ-ໂຄລາ ລາວ 2023 ຈັດຂຶ້ນໃນຕອນບ່າຍ ວັນທີ 4 ຕຸລາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຊົມພູ ພົງສາ ຮອງປະທານຄະນະກໍາມະການກິລາໂອແລັມປິກແຫ່ງຊາດລາວ, ທ່ານ ສຸລິວັນ ເຊີນວິໄລ ຜູ້ອໍານວຍການສະຖາບັນກິລາກາຍະກໍາ, ທ່ານນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກບໍລິສັດລາວໂຄຄາ-ໂຄລາບຣອນນິງຈໍາກັດ, ບໍລິສັດຮຸ່ງອາລຸນການຄ້າເອເລັກໂຕຣນິກ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກກິລາ ແລະ ແຂກຮັບເຊີນເຂົ້າຮ່ວມ.
ທ່ານ ສຸລິວັນ ເຊີນວິໄລ ຜູ້ອໍານວຍການສະຖາບັນກິລາກາຍະກໍາ ຖະແຫຼງວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີສະບັບເລກທີ 5227/ສສກ ລົງວັນທີ 22 ກັນຍາ 2023 ແລະ ແຈ້ງການສະບັບເລກທີ 4460/ຫກ ລົງວັນທີ 25 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ແຈ້ງການເຖີງບັນດາພະແນກສຶກສາທິການ ແລະ ກິລານະຄອນຫຼວງ, ແຂວງ ເພື່ອເຂົ້າຮ່ວມການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາທົ່ວປະເທດຮຸ້ນບໍ່ເກີນອາຍຸ 17 ປີຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກບໍລິສັດລາວໂຄຄາ-ໂຄລາບຣອນນິງຈໍາກັດ ເຊິ່ງການຈັດງານຄັ້ງນີ້, ເປັນງານໜື່ງທີ່ມີຄວາມໝາຍຄວາມສໍາຄັນຕໍ່ການພັດທະນາວົງການກິລາບານເຕະ ໂດຍສະເພາະ ກິລາບານເຕະຢູ່ໃນສະຖານການສຶກສາເປັນຕົ້ນແມ່ນນັກຮຽນ-ນັກສຶກສາທີ່ມີພອນສະຫວັນດ້ານການກິລາ, ພາຍຫຼັງໄດ້ຮັບການແຕ່ງຕັ້ງຄະນະຮັບຜິດຊອບຈັດການແຂ່ງຂັນກໍ່ໄດ້ມີການກະກຽມທາງດ້ານນິຕິກໍາຕ່າງໆເພື່ອຮອງຮັບໃຫ້ແກ່ການຈັດການແຂ່ງຂັນ ໂດຍສະເພາະ ລະບຽບການແຂ່ງຂັນໂດຍໄດ້ເນັ້ນກ່ຽວກັບມາດຖານເງື່ອນໄຂຂອງນັກຮຽນແຕ່ລະສະຖານການສຶກສາທີ່ມີອາຍຸບໍ່ເກີນ 17 ປີ ແລະ ເປັນນັກຮຽນທີ່ສັງກັດຢູ່ສະຖານການສຶກສາ.
ຜູ້ອໍານວຍການສະຖາບັນກິລາກາຍະກໍາ ໃຫ້ຮູ້ຕື່ມວ່າ: ການແຂ່ງຂັນຄັ້ງນີ້, ແບ່ງອອກເປັນ 3 ເຂດຄື: ພາກເໜືອແມ່ນແຂວງຫຼວງນໍ້າທາຈະເປັນເຈົ້າພາບ ລວມມີ 8 ທີມຊາຍ 4 ທີມ ໃນນີ້ຈະຄັດເລືອກເອົາທີມທີ 1 ເຂົ້າມາໃນຮອບຊິງສຸດທ້າຍຢູ່ນະຄອນຫຼວງວຽງຈັນ, ອີກຈຸດໜຶ່ງແມ່ນແຂວງຈໍາປາສັກ ໂດຍຈະກໍານົດເອົາ 7 ທີມຊາຍ 4 ທີມຍິງ ແລະ ຈະຄັດເລືອກເອົາທີມທີ 1 ເຂົ້າມາໃນຮອບຊິງສຸດທ້າຍຢູ່ນະຄອນຫຼວງວຽງຈັນເຊັ່ນດຽວກັນ, ສໍາລັບນະຄອນຫຼວງວຽງຈັນແມ່ນກໍານົດເອົາ 2 ທີມຄື ຊະນະເລີດ 2 ທີມຊາຍ ແລະ 2 ທີມຍິງ ເພື່ອເຂົ້າແຂ່ງຂັນໃນຮອບຮອງຊະນະເລີດ.
ສໍາລັບການແຂ່ງຂັນຢູ່ໃນນະຄອນຫຼວງວຽງຈັນແມ່ນຈະແຂ່ງຂັນໃນ 9 ຕົວເມືອງ ໂດຍນໍາໃຊ້ 4 ສະໜາມການແຂ່ງຂັນຄື: ສະໜາມກິລາລ້ານຊ້າງອິນທຣາຢູ່ເມືອງຫາດຊາຍຟອງ, ເມືອງໄຊທານີ, ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ, ສ່ວນສະໜາມກິລາຢູ່ສະຖາບັນກິລາກາຍະກໍາສີເກີດມີ 3 ເມືອງເຂົ້າຮ່ວມການແຂ່ງຂັນຄື: ເມືອງນາຊາຍທອງ, ເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ສໍາລັບເມືອງສັງທອງ ແລະ ເມືອງປາກງື່ມແມ່ນຈະນໍາໃຊ້ສະໜາມກິລາແຂ່ງຂັນຂອງເມືອງ ເຊິ່ງໄດ້ແບ່ງຄະນະຮັບຜິດຊອບຈັດການແຂ່ງຂັນລົງໄປແຕ່ລະເມືອງເພື່ອຄວບຄຸມການແຂ່ງຂັນ, ກໍາມະການຕັດສິນ ແລະ ທີມງານທີ່ຮັບໃຊ້ທາງດ້ານເຕັກນິກ ແລະ ອຸປະກອນການແຂ່ງຂັນ.
ສໍາລັບການແຂ່ງຂັນຮອບຄັດເລືອກໃນ 9 ຕົວເມືອງທີ່ນະຄອນຫຼວງວຽງຈັນຈະເລີ່ມວັນທີ 9 ຕຸລາ ຫາ ວັນທີ 10 ພະຈິກ 2023, ແຂວງຫຼວງນໍ້າທາແມ່ນວັນທີ 13 ຫາ 20 ພະຈິກ 2023, ແຂວງຈໍາປາສັກແມ່ນວັນທີ 23 ຫາ 30 ພະຈິກ 2023 ສ່ວນຮອບຮອງຊະນະເລີດກໍຄືຮອບສຸດທ້າຍແມ່ນຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 4 ຫາ 8 ທັນວາ 2023 ເຊິ່ງລາງວັນທີ 1 ປະກອບມີ ຂັນລາງວັນໜຶ່ງໜ່ວຍ, 25 ຫຼຽນ, ເງິນສົດ 50 ລ້ານກີບ ແລະ ຜະລິດຕະພັນອື່ນໆລວມມູນຄ່າ 70 ລ້ານກີບ, ລາງວັນທີ 2 ປະກອບມີ ຂັນລາງວັນໜຶ່ງໜ່ວຍ, 25 ຫຼຽນ, ເງິນສົດ 30 ລ້ານກີບ ແລະ ຜະລິດຕະພັນອື່ນໆລວມມູນຄ່າ 40 ລ້ານກີບ ແລະ ລາງວັນທີ 3 ປະກອບມີ ຂັນລາງວັນໜຶ່ງໜ່ວຍ, 25 ຫຼຽນ, ເງິນສົດ 15 ລ້ານກີບ ແລະ ຜະລິດຕະພັນອື່ນໆລວມມູນຄ່າ 20 ລ້ານກີບ.




