ເວລາປະມານ 19 ໂມງ 20 ນາທີຂອງວັນທີ 14 ກຸມພາ 2022 ກອງຮ້ອຍຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ປະຕິບັດໜ້າທີ່ຕັ້ງຈຸດກວດກາຢູ່ເສັ້ນທາງ ໜອງບຶກ ຫາ ດົງໂດກ ເຂດບ້ານນາສ້ຽວ ໄດ້ພົບເຫັນລົດກະບະ ນີສັນນາວະລາ ສີສົ້ມ ໝາຍເລກທະບຽນ ກມ 1001 ກໍາແພງນະຄອນ ຈຶ່ງໄດ້ສັ່ງໃຫ້ຢຸດຈອດ ເພື່ອກວດກາເອກະສານລົດ ແຕ່ຜູ້ຂັບຂີ່ບໍ່ຍອມຍຸດຈອດ ແລະ ໄດ້ລ້ຽວລົດກັບກະທັນຫັນ ເຈົ້າໜ້າທີ່ຈຶ່ງຮ້ອງຂໍໃຫ້ລົດບັນທຸກທີ່ຂັບຂີ່ມາຕາມຫຼັງຂວາງເສັ້ນທາງໄວ້ກ່ອນເຂົ້າຈັບກຸມຕົວໄດ້ 2 ຄົນ ກ່ອນກວດຄົ້ນລົດພົບຢາບ້າຈຳນວນ 4 ເປົາປາຍ ມີທັງໝົດ 500 ມັດ ເທົ່າກັບ 1.000.000 ເມັດ ທີ່ຊຸກເຊື່ອງໄວ້ຢູ່ດ້ານຫຼັງຄົນຂັບ.
ພັນໂທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ຖະແຫຼງຕໍ່ທິມງານຂ່າວ ປກສ ໃນວັນທີ 15 ກຸມພາ 2022 ວ່າ: ພາຍຫຼັງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນສາມາດຈັບຕົວຜູ້ຂັບຂີ່ ແລະ ຜູ້ຕິດລົດມານໍາໄດ້ແລ້ວຈຶ່ງປະສານຫາກອງບັນຊາການ ປກສ ເມືອງ ນາຊາຍທອງ ເພື່ອນໍາຕົວພວກກ່ຽວມາສືບສວນ-ສອບສວນ; ຜ່ານການສອບສວນຂອງເຈົ້າໜ້າທີ່ຈຶ່ງຮູ້ວ່າພວກກ່ຽວທັງສອງຊື່ ທ້າວ ເຍຍລາ ອາຍຸ 46 ປີ ແລະ ທ້າວ ຕຸ ອາຍຸ 23 ປີ ເປັນພໍ່ລູກກັນຢູ່ບ້ານຫາດງາມ, ເມືອງ ຄອບ, ແຂວງໄຊຍະບູລີ ຜ່ານການກວດຄົ້ນໃນລົດຄັນດັ່ງກ່າວໄດ້ພົບເຫັນຢາມ້າ ຈຳນວນ 4 ເປົາປາຍ ມີທັງໝົດ 500 ມັດ ເທົ່າກັບ 1.000.000 ເມັດ, ສ່ວນຄົນ ແລະ ຂອງກາງແມ່ນໄດ້ມອບໃຫ້ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເອົາໄປດໍາເນີນຕາມກົດໝາຍ.
ຜ່ານການສອບສວນພວກກ່ຽວທັງສອງຄົນ ຮັບສາລະພາບວ່າ: ຢາບ້າ ຈໍາດັ່ງກ່າວ ທີ່ເຈົ້າໜ້າທີ່ກວດພົບ ແມ່ນໄດ້ຮ່ວມກັນລັກລອບຂົນສົ່ງໃຫ້ຄົນຮູ້ຈັກຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍພວກກ່ຽວໄດ້ພຽງແຕ່ຄ່າຂົນສົ່ງເທົ່ານັ້ນ; ຜ່ານມາ ແມ່ນໄດ້ເຮັດຮ່ວມກັນລັກລອບຂົນສົ່ງມາແລ້ວ 3 ຄັ້ງ ຄັ້ງລະ 1.000.000 ເມັດ ໂດຍໄປເອົາຢາບ້າຢູ່ເມືອງຕົ້ນເຜີ້ງ ແລ້ວມຸ້ງໜ້າມາສົ່ງຢູ່ນະຄອນຫຼວງວຽງຈັນ ແຕ່ຄັ້ງນີ້ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງເລັງທໍາການສືບສວນຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ:ຈັນສະໝອນ


