ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເລັ່ງສຸມໃສ່ສໍໍາຫລວດກໍາລັງແຮງງານໃນລາວໃຫ້ສໍາເລດພາຍໃນປີ 2022 ນີ້ ເພື່ອໃຫ້ຮູ້ຂໍ້ມູນທີ່ລະອຽດຊັດເຈນກ່ຽວກັບການວ່າງງານ ແລະ ຄຸນລັກສະນະຂອງການວ່າງງານ, ຈາກນັ້ນຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຫາວິທີຊ່ວຍເຫລືອແກ້ໄຂທັງການວ່າງງານ ແລະ ການຂາດແຄນແຮງງານໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ໃນໂອກາດເຂົ້າຮ່ວມງານມະຫາກຳສົ່ງເສີມແຮງງານລາວ ປະຈໍາປີ 2022 (Lao Employment Expo 2022) ຈັດຂຶ້ນໃນລະຫວ່າງວັນທີ 16-20 ມີນາ 2022 ວ່າ: ຍ້ອນການລະ ບາດຂອງພະຍາດໂຄວິດ-19 ເຮັດໃຫ້ອັດຕາການວ່າງງານຢູ່ລາວ ຈາກເມື່ອກ່ອນ 9,8% ເພີ່ມຂຶ້ນມາເປັນ 21,8% ໃນປີ 2021 ຜ່ານມານີ້. ແຕ່ມາຮອດປັດຈຸບັນ ທ່າອ່ຽງການຟື້ນຕົວດ້ານເສດຖະກິດຂອງປະເທດເລີ່ມດີຂຶ້ນ ເນື່ອງຈາກລັດຖະ ບານມີມາດຕະການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ບັນດາຫົວໜ່ວຍທຸລະກິດສ່ວນໃຫຍ່ໄດ້ກັບຄືນສູ່ຂະບວນການຜະລິດ ແລະ ການຈ້າງງານອີກຄັ້ັ້ງ ເຊີ່ງອີງຕາມການສໍາຫລວດເບື້ອງຕົ້ນເຫັນວ່າສະເພາະຂະແໜງການຜະ ລິດຢູ່ລາວ ມີຄວາມຕ້ອງການແຮງງານເກືອບ 2 ໝື່ນຄົນ, ສ່ວນຂະແໜງການອື່ນໆ ຍັງບໍ່ທັນມີຕົວເລກທີ່ຊັດເຈນເທື່ອ.
ທ່ານໃຫ້ຮູ້ຕື່ມວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີແຜນຈະສຸມໃສ່ການສໍາຫລວດ ແລະ ເກັບ ກໍາໃຫ້ໄດ້ຂໍ້ມູນລາຍລະອຽດກວ່າເກົ່າກ່ຽວກັບການວ່າງງານ, ຄຸນລັກສະນະຂອງການວ່າງງານ ແລະ ໂຄງສ້າງຂອງກຳລັງແຮງງານຢູ່ລາວ, ໄປພ້ອມໆ ກັນນີ້ ຈະຂຶ້ນທະບຽນແຮງງານ ເພື່ອຄວາມສະດວກໃນການຕິດຕາມການເຄື່ອນໄຫວຂອງຕະຫລາດແຮງງານ ກໍຄື ການເຂົ້າ-ອອກ ຫລື ການປະກອບອາຊີບຂອງແຮງງານ ເພື່ອນໍາເອົາຂໍ້ມູນເຫລົ່ານີ້ມາໃຊ້ເປັນແນວທາງໃນການແກ້ໄຂບັນຫາການວ່າງງານ, ລວມເຖີງການຂາດແຄນແຮງງານພາຍໃນປະເທດເຮົາ, ເຊີ່ງທັງໝົດນີ້ແມ່ນໜ້າວຽກງານທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນປີ 2022 ນີ້.
ສໍາລັບຈໍານວນແຮງງານທີ່ວ່າງງານຢູ່ລາວ, ອີງຕາມຂໍ້ມູນທີ່ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນໃນ ເດືອນພະຈິກ ປີ 2021 ຜ່ານມາ ໃຫ້ຮູ່ວ່າ: ມີທັງໝົດ 496.000 ຄົນ, ເທົ່າກັບ 21,8%, ໃນຈໍານວນດັ່ງ ກ່າວນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະຮ່ວມກັບພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ຫລຸດລົງເຫລືອ 19,4% ພາຍໃນປີ 2022 ນີ້.
Cr: ບຸນຕຽງ ຈັນທະວົງ