ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ບໍລິສັດທ່າບົກທ່ານາແລ້ງ ຈະຮ່ວມມືກັບຝ່າຍຈີນ ກໍ່ສ້າງສູນກັກກັນພືດ ແລະ ສັດຢູ່ທ່າບົກທ່ານາແລ້ງ, ນະຄອນ ຫລວງວຽງຈັນ ໂດຍຈະມີສູນຢັ້ງຢືນຄູນນະພາບ CCIC ຂອງຈີນມາຕັ້ງຢູ່ ເຊີ່ງຈະກໍ່ສ້າງໃຫ້ສໍາເລັດພາຍໃນປີ 2022 ເພື່ອເຮັດໃຫ້ການສົ່ງອອກສິນຄ້າຈາກລາວ, ລວມທັງສິນຄ້າຈາກໄທ ໂດຍຜ່ານລົດໄຟລາວ-ຈີນ ໄປຈີນ ມີຄວາມສະດວກສະບາຍກວ່າເກົ່າ ເນື່ອງຈາກໄລຍະຜ່ານມາ ກໍຄື ປັດຈຸບັນ ການສົ່ງອອກສິນຄ້າກະສິກໍາ ໂດຍສະ ເພາະສິນຄ້າທີ່ຕ້ອງການການຢັ້ງຢືນມາດຕະ ຖານ ຍັງຊັກຊ້າຢູ່ດ່ານບໍ່ຫານຂອງຈີນ ເນື່ອງຈາກຄວາມພ້ອມຮອງຮັບເພື່ອກວດກາສິນຄ້າບໍ່ສູງ ແລະ ມີພື້ນທີ່ຮອງຮັບສິນ ຄ້າບໍ່ຫລາຍເທົ່າທີ່ຄວນ.
ປັດຈຸບັນ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ແລະ ພາກສ່ວນກ່ຽວຂ້ອງຂອງຈີນຮຽບ ຮ້ອຍແລ້ວ ເພື່ອຮ່ວມກັນກໍ່ສ້າງສູນດັ່ງກ່າວຂຶ້ນທີ່ທ່າບົກທ່ານາແລ້ງ ເນື່ອງຈາກມີພື້ນທີ່ກວ້າງຂວາງເຖີງ 55 ເຮັກຕາ ເຮັດໃຫ້ສາມາດຮອງຮັບສິນຄ້າໄດ້ໃນປະລິມານທີ່ຫລາຍ ໂດຍຈະໃຊ້ເວລາໃນການອອກແບບ 1 ເດືອນ ແລະ ໃຊ້ເວລາກໍ່ສ້າງສູນ 2 ເດືອນ, ເຊີ່ງທັງ 2 ຂັ້ນຕອນຈະໃຫ້ສໍາເລັດແນ່ ນອນພາຍໃນປີນີ້.
ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ: ດ່ານບໍ່ຫານຂອງຈີນ ຈະພ້ອມເຕັມທີ່ໃນການຮອງຮັບສິນຄ້າເພື່ອກວດກາຄຸນນະ ພາບໃນ ເດືອນກໍລະກົດ ປີ 2022, ແຕ່ເຖີງວ່າມີຄວາມພ້ອມກໍສາມາດຮອງຮັບສິນຄ້າໄດ້ພຽງ 1.500 ຕູ້ເທົ່ານັ້ນ ເນື່ອງຈາກຄວາມຈໍາກັດທາງດ້ານພື້ນທີ່, ດັ່ງນັ້ນ ຖ້າຫາກການກໍ່ສ້າງສູນກັກກັນພືດ ແລະ ສັດຢູ່ທ່າບົກທ່ານາແລ້ງສໍາເລັດ ຈະຊ່ວຍຫລຸດຜ່ອນຄວາມແອອັດຂອງສິນຄ້າທີ່ຕ້ອງ ການກວດກາເພື່ອຢັ້ງຢືນມາດຕະຖານຢູ່ດ່ານບໍ່ຫານຂອງຈີນໄດ້ເປັນຢ່າງດີ ແລະຈະເປັນອີກເງື່ອນໄຂໜຶ່ງທີ່ຊ່ວຍຊຸກ ຍູ້ໃຫ້ການຂົນສົ່ງສິນຄ້າໄປຈີນ ໂດຍຜ່ານລົດໄຟລາວ-ຈີນ ມີຄວາມສະດວກສະບາຍ ແລະ ນັບມື້ເພີ່ມຂຶ້ນກວ່າເກົ່າ.