ຈາກສະພາບການລະບາດຂອງພະຍາດໂຄວິດ19 ທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ໍຈໍານວນແພດໝໍທີ່ປິ່ນປົວຄົນເຈັບບໍ່ພຽງພໍ ຄະນະສະເພາະກິດຈຶ່ງປ່ຽນໂຮງໝໍພາກສະໜາມຫ້ວຍຫົງໃຫ້ເປັນບ່ອນຈໍາກັດບໍລິເວນພາຍຫລັງຄົນເຈັບທີ່ຕິດພະຍາດໂຄວິດ19 ປິ່ນປົວດີກ່ອນຈະກັບຄືນສູ່ຄອບຄົວ.

ຮສ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໃຫ້ຮູ້ໂອກາດຖະແຫລງຂ່າວ ທີ່ສູນປະຕິບັດງານຄະນະສະເພາະກິດ ເພື່ອຄວບຄຸມພະຍາດໂຄວິດ19 ຕອນບ່າຍວັນທີ 16 ພຶດສະພາ 2021ວ່າ: ເພື່ອຫລຸດຜ່ອນກໍາລັງຈໍານວນແພດໝໍລົງ ແລ້ວໄປໂຮມກັນໄວ້ຈຸດດຽວ ເພື່ອກຽມກໍາລັງແພດໝໍໄວ້ຫາກມີສະພາບການລະບາດຮອບທີ3. ທັງເປັນການຫລຸດຜ່ອນຄ່າໃຊ້ຈ່າຍຕ່າງໆ ຍ້ອນຄົນເຈັບກະຈາຍຢູ່ຫລາຍຈຸດ ຕ້ອງໃຊ້ກໍາລັງແພດໝໍຫລາຍ ໂດຍຄະນະສະເພາະກິດຈະຫັນສູນປິ່ນປົວພາກສະໜາມຫ້ວຍຫົງ ເຊິ່ງປະຈຸບັນມີຄົນເຈັບພວມປິ່ນປົວຢູ່ 18ຄົນ ໃຫ້ເປັນບ່ອນຕິດຕາມຄົນເຈັບ ທີ່ປົວດີຈາກໂຮງໝໍພາກສະໜາມລ້ານຊ້າງ ແລະຫລັກ 27 ກ່ອນຈະກັບຄືນສູ່ຄອບຄົວ ເພາະວ່າຄົນເຈັບບາງຄົນປົວດີແລ້ວ ໃຫ້ກັບຄືນໄປຕິດຕາມຕົນເອັງຢູ່ເຮືອນ ແຕ່ບໍ່ມີເງື່ອນໄຂເຮັດໄດ້, ສ່ວນສູນປິ່ນປົວລ້ານຊ້າງຍັງຄົງຮັກສາໄວ້ຄືເກົ່າ ເພາະເປັນສູນທີ່ໄດ້ມາດຕະຖານຂອງໂຮງໝໍພາກສະໜາມ ສາມາດຄຸ້ມຄອງງ່າຍ ໂດຍແຍກເຂດAສໍາລັບປິ່ນປົວແມ່ຍິງ ແລະເຂດ B ສໍາລັບປິ່ນປົວຜູ້ຊາຍ ເຊິ່ງປະຈຸບັນມີຄົນເຈັບປິ່ນປົວຢູ່ 75ຄົນ ແຕ່ທາງໂຮງໝໍສາມາດຮັບໄດ້ທັງໝົດ 300ກວ່າຄົນ. ສ່ວນສູນຫລັກ27 ປະຈຸບັນມີຄົນເຈັບປິ່ນປົວຢູ່ 137ຄົນ ຈະໃຊ້ເປັນບ່ອນຈໍາກັດບໍລິເວນສໍາລັບຜູ້ເດີນທາງມາຈາກຕ່າງປະເທດ, ແຕ່ຫາກມີຄົນເຈັບເພີ່ມຂຶ້ນ ກໍສາມາດເປີດເປັນໂຮງໝໍພາກສະໜາມໄດ້ທັນທີ ເພາະສູນແຫ່ງນີ້ສາມາດຮັບຮອງຄົນເຈັບໄດ້ທັງໝົດ 800 ຄົນ.
ສໍາລັບໂຮງໝໍມິດຕະພາບ, ໂຮງໝໍ103 ແລະໂຮງໝໍເຊດຖາ ແມ່ນໃຫ້ສືບຕໍ່ຮັບປິ່ນປົວຄົນເຈັບໜັກ ແລະປານກາງຄືເກົ່າ. ໃນນີ້ໄດ້ຍົກລະດັບໂຮງໝໍມິດຕະພາບຂຶ້ນ ເພື່ອຮອງຮັບຄົນເຈັບໜັກ ແລະໜັກຫລາຍເທົ່ານັ້ນ. ເພື່ອຮອງຮັບໃຫ້ແກ່ການປະຕິບັດວຽກງານໃຫ້ມີຄວາມສະດວກຂຶ້ນ ປະຈຸບັນຄະນະສະເພາະກິດໄດ້ກະກຽມບຸກຄະລະກອນ ອຸປະກອນ ແລະພາຫານະໄວ້ຢ່າງພຽງພໍແລ້ວ