ໃນໂອກາດເຂົ້າຮ່ວມຖະແຫລງຂ່າວນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 9 ພຶດສະ ພາ 2021 ທີ່ກະຊວງສາທາລະນະສຸກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະ ມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ ) ໄດ້ໃຫ້ຮູ້ກ່ຽວ ກັບການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ແຈ້ງການຕ່າງໆ ຂອງຄະນະສະເພາະກິດວາງອອກ ເຊີ່ງ ກະຊວງ ຖວທ ໄດ້ອອກແຈ້ງ ການໃຫ້ປິດຊົ່ວຄາວຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ການຈັດງານລ້ຽງ, ການຈັດງານບຸນປະເພນີ ແລະ ຄຳແນະນຳ ແຈ້ງການຕ່າງໆ ເຖິ່ງຂະແໜງການທີ່ກະຊວງຮັບຜິດຊອບ ເຫັນວ່າໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ, ແຕ່ຄຽງຄູ່ກັນນັ້ນຍັງມີຮ້ານບັນເທີງ, ຮ້ານກິນດື່ມຈຳນວນໜຶ່ງທີ່ຍັງຝ່າຝືນບໍ່ປະຕິບັດຕາມແຈ້ງການ ເຊິ່ງທາງຄະນະຮັບຜິດຊອບຢູ່ແຕ່ລະທ້ອງຖິ່ນໄດ້ຕັກເຕືອນ ແລະ ປະຕິບັດວິໄນໄປແລ້ວ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ຍັງໄດ້ໃຫ້ຮູ້ກ່ຽວກັບຜົນກະທົບຈາກການລະ ບາດຂອງພະຍາດໂຄວິດ-19 ຕໍ່ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ ເຊີ່ງ ກະຊວງ ຖວທ ສຸດທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫຼືອຫຼຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງວັດທະນະທຳ ແລະ ທ່ອງທ່ຽວ. ໃນໄລຍະທີ່ຜ່ານມາທາງກະຊວງໄດ້ເກັບກຳເອົາຂໍ້ມູນຜົນກະທົບ ກໍ່ຄືຂໍ້ສະເໜີຂອງຜູ້ປະກອບການ ແລະ ໄດ້ນຳສະເໜີຕໍ່ຄະນະສະເພາະກິດແກ້ໄຂຜົນກະທົບທາງດ້ານເສດຖະກິດພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ. ປະຈຸບັນພວກເຮົາຍັງໄດ້ສືບຕໍ່ຄົ້ນຄວ້າບັນຫາໃຫ້ລະອຽດເປັນອັນສະເພາະເພື່ອແກ້ໄຂໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ. ເພາະວ່າການປະກອບການ ແລະ ແຮງງານ ໃນທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫຼາຍຂະແໜງການຈິ່ງຈະຕ້ອງໄດ້ມີການປະສານງານຢ່າງລະອຽດເພື່ອແກ້ໄຂຜົນກະທົບຕົວຈິງ ເຊິ່ງຮຽກຮ້ອງເວລາພໍສົມຄວນ. ສ່ວນການຊ່ວຍເຫຼືອແກ້ໄຂຜົນກະທົບໃນບາງດ້ານນັ້ນ ລັດຖະ ບານ ກໍ່ຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍ່ໄດ້ມີແຈ້ງການອອກໄປແລ້ວເປັນຕົ້ນ: ຫຼຸດຄ່ານຳ, ຄ່າໄຟ, ຫຼຸດດອກເບຍ ຫຼື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫຼະ ເຫຼົ່ານີ້ເປັນຕົ້ນ.
ຮອງລັດຖະມົນຕີ ກະຊວງ ຖວທ ໃຫ້ຮູ້ຕື່ມວ່າ: ສຳລັບການຟື້ນຟູໃນຕໍ່ໜ້າ ກະຊວງ ຖວທ ໄດ້ມີທິດທາງແຜນການຈຳນວນໜຶ່ງໄວ້ແລ້ວທີ່ໄດ້ສະເໜີລັດຖະບານ ແລະ ຂໍການຮ່ວມມືຊ່ວຍເຫລືອຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເປັນຕົ້ນ: ແມ່ນຫາແຫຼງທຶນເພື່ອມາຟື້ນຟູ, ພັດທະນາທຸລະກິດດ້ານການທ່ອງທ່ຽວ, ສ້າງແຜນກິດຈະກຳຫຼາຍຮູບແບບສົ່ງເສີມລາວທ່ຽວລາວ ພາຍຫຼັງທີສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ, ຈັດກຸ່ມນັກທ່ອງທ່ຽວຈາກປະເທດທີ່ບໍ່ມີການແຜ່ລະບາດມາທ່ຽວລາວ, ເພີ່ມທະວີການໂຄສະນາການທ່ອງທ່ຽວໃນຫຼາຍຮູບການ ແລະ ອື່ນໆ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຄຳກອງ ກິດຕິຄຸນ