ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງສາມະຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ສະໄໝທີ IX ວັນທີ 3 ພະຈິກ 2023 ວ່າດ້ວຍການແກ້ໄຂບັນຫາໜີ້ສິນ ແລະອັດຕາແລກປ່ຽນເງິນຕາ ທີ່ມີຄວາມຫຍຸ້ງຍາກໃນປະຈຸບັນ ບາງຕອນທ່ານກ່າວວ່າ: ແຜນການເກັບກູ້ໜີ້ຄືນຂອງທະນາຄານແຫ່ງ ສປປ ລາວ ໄດ້ຮັບການຊີ້ນຳຈາກລັດຖະບານ ທາງທະນາຄານແຫ່ງ ສປປ ລາວ ໄດ້ເກັບກໍາຂໍ້ມູນແລະສັງລວມທັງໝົດບັນດາໜີ້ສິນໃນ 17 ບໍລິສັດ ທີ່ສາມະຊິກສະພາແຫ່ງຊາດເວົ້າມານັ້ນ, ປະຈຸບັນນີ້ມີ 4 ບໍລິສັດ ໄດ້ຊຳລະເກືອບໝົດແລ້ວ ເປັນບໍລິສັດພາຍໃນ ກູ້ຢືມເປັນເງິນກີບ ຍັງເຫລືອດອກເບ້ຍຢູ່ເລັກຫນ້ອຍຄິດວ່າຈະຊຳລະສຳເລັດໃນປີ 2024. ມີ 3 ບໍລິສັດ ທີ່ບໍ່ມີທ່າແຮງ ທີ່ກູ້ເປັນເງິນກີບໄປເຮັດກະສິກຳ ຖືວ່າບໍ່ເຄື່ອນໄຫວພວກເຮົາກໍ່ຈະໂອນເຂົ້າໄປສູ່ຂະບວນການຍຸຕິທຳດຳເນີນຕາມນັ້ນ ນອກນັ້ນຍັງມີບໍລິສັດລັດວິສາຫະກິດໄຟຟ້າລາວ , ການບິນລາວ ພວກເຮົາໄດ້ມີທິດຊີ້ນໍາຂອງລັດຖະບານໄດ້ມີກົນໄກການແກ້ໄຂ ລະຫວ່າງກະຊວງການເງິນ ແລະເບື້ອງຂອງທະນາຄານແຫ່ງ ສປປ ລາວ ເພື່ອປະກອບສ່ວນໃຫ້ສອງລັດວິສາຫະກິດນີ້ສາມາດສືບຕໍ່ເຄື່ອນໄຫວດຳເນີນທຸລະກິດຕາມແຜນປະຕິຮູບຂອງເພິ່ນ ເບື້ອງຂອງລັດຖະບານຈະອອກພັນທະບັດເພື່ອຊຳລະໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນພັນທະບັດໄລຍະກາງ, ຫລັງຈາກນັ້ນກໍ່ໃຫ້ບໍລິສັດຄ່ອຍໆມີລາຍໄດ້ ແລະຊຳລະຄືນໃຫ້ກະຊວງການເງິນ ແລະກະຊວງການເງິນເປັນຜູ້ຊຳລະ ແຕ່ບັນຫາສຳຄັນແມ່ນ ບໍລິສັດຂະໜາດໃຫຍ່ທີ່ມີການກູ້ຢືມຫລາຍແມ່ນບັນຫາທີ່ສຳຄັນ ທັງທະນາຄານໄດ້ຂໍຄຳເຫັນ ຂໍທິດຊີ້ນຳ ຈາກທ່ານນາຍົກ ພວກເຮົາໃຫ້ເອີ້ນບໍລິສັດທີ່ກູ້ຢືມຂະໜາດໃຫຍ່ນີ້ມາເຮັດບົດບັນທຶກ ສະນັ້ນທັງໝົດນີ້ພວກເຮົາແມ່ນໃຫ້ເອົາຊັບສິນທີ່ເຂົາເຈົ້າໄດ້ກູ້ຢືມມາ ໄປສ້າງເປັນເຂື່ອນ ຫຼືເປັນອັນອື່ນ ເພື່ອໄປລະດົມທຶນຢູ່ຕ່າງປະເທດແລ້ວເອົາເງິນມາຊໍາລະໃຫ້ທະນາຄານແຫ່ງ ສປປ ລາວ ໃຫ້ໄດ້ ເຊິ່ງຄາດໝາຍສູ້ຊົນຈະເກັບຄືນໃຫ້ໄດ້ທັງໝົດ ຢູ່ໃນ ປີ 2025-2026 ນີ້ ໂດຍພວກເຮົາຈະໄດ້ໃຊ້ກົນໄກໃໝ່ຄື ໃຫ້ລະດົມແຫຼ່ງທຶນອື່ນ. ໜຶ່ງແມ່ນມາດຕະການໃນການໄປກູ້ຢືມໃຫມ່ມາຊຳທະນາຄານແຫ່ງ ສປປ ລາວ ເຮັດມີໄຟແນ້ນ ໝາຍຄວາມວ່າໂຄງການແລ້ວໆໄປກູ້ຢືມມາ ແລ້ວເອົາເງິນມາຊຳລະທະນາຄານ ຂາຍຫຸ້ນອອກເພື່ອເອົາມາຊຳລະ ດັ່ງນັ້ນ, ຄິດວ່າພວກເຮົາຈະລະດົມໃຫ້ໄດ້.
ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຊີ້ແຈງຕື່ມວ່າ: ປະຈຸບັນນີ້ໃນແຜນພວກເຮົາໄດ້ຢູ່ 100 ກ່ວາລ້ານໂດລາສະຫະລັດ ແລະຄິດວ່າໃນອີກສອງເດືອນກຳລັງເລັ່ງໃຫ້ໄດ້ຕື່ມປະມານ 300-400 ລ້ານ ຄິດວ່າໃນປີນີ້ທຽບໃສ່ແຜນການເກັບກູ້ໜີ້ແມ່ນຈະເກີນແຜນ.
ສໍາລັບອັດຕາແລກປ່ຽນ ທີ່ກໍາລັງເປັນບັນຫາຈະຕ້ອງໄດ້ສືບຕໍ່ແກ້ໄຂ. ຜ່ານມາບັນດາຮ້ານແລກປ່ຽນຕົວແທນບໍ່ແມ່ນຕົວແທນຂອງທະນາຄານທຸລະກິດ ແມ່ນທະນາຄານແຫ່ງ ສປປ ລາວ ເປັນຜູ້ອອກໃບອະນຸຍາດໃຫ້ເຮັດຮ້ານແລກປ່ຽນທັງໝົດ ແລະພວກເຮົາກໍ່ໄດ້ລົບລ້າງວ່າທະນາຄານແຫ່ງ ສປປ ລາວ ຈະບໍ່ເປັນຜູ້ຄຸ້ມຄອງຮ້ານແລກປ່ຽນອີກ ຫັນມາໃຫ້ທະນາຄານທຸລະກິດເປັນຜູ້ເຮັດແລກປ່ຽນ ແລະເຮັດໜ່ວຍແລກປ່ຽນ, ປ່ອງບໍລິການແລກປ່ຽນ ຫຼືໜ່ວຍແລກປ່ຽນຂອງທະນາຄານ, ປະຈຸບັນນີ້ ພວກເຮົາຈະສືບຕໍ່ໃຫ້ທະນາຄານທຸລະກິດເປັນຜູ້ເຮັດການແລກປ່ຽນ ຈະບໍ່ກັບໄປໃຫ້ທະນາຄານແຫ່ງ ສປປ ລາວ ເປັນຜູ້ອະນຸຍາດເຮັດຮ້ານແລກປ່ຽນ ໂດຍທະນາຄານແຫ່ງ ສປປ ລາວ ຈະອອກລະບຽບໃນການຄຸ້ມຄອງຮ້ານແລກປ່ຽນ ແຕ່ປະຈຸບັນນີ້ເນື່ອງຈາກວ່າການປັບປ່ຽນໂຕນີ້ຍັງບໍ່ທັນມີຄວາມຄ່ອງໂຕ ຖ້າແລກປ່ຽນນຳທະນາຄານແບບໃຫຍ່ ແບບການຄ້າໃນລະບົບກໍ່ບໍ່ມີບັນຫາ. ສິ່ງທີ່ຫຍຸ້ງຍາກແມ່ນທະນາຄານຂະໜາດນ້ອຍທີ່ມີການຄ້ານອກລະບົບທີ່ຕ້ອງການເງິນຕາເພື່ອໄປຊຳລະ.