ຕອນເຊົ້າວັນທີ່ 3 ມີນາ 2022 ທີ່ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມວຽກງານການທະຫານທ້ອງຖີ່ນທົ່ວປະເທດຄັ້ງທີ່ V ໂດຍການເປັນປະທານຂອງ ພົນເອກຈັນສະໜອນ ຈັນຍາລາດ ຮອງນາຍຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະພັກແຂວງ, ຮອງເຈົ້າແຂວງ, ຕາງໜ້າກະຊວງ, ກົມ-ກອງ, ທະຫານທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.
ພົນເອກຈັນສະໜອນ ຈັນຍາລາດ, ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວໃນກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກອງທັບ ແລະທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ແລະຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ຕິດພັນກັບການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດໃຫ້ບັນລຸ 4 ເນື້ອໃນ 4 ຄາດໝາຍ ສະເພາະຢູ່ພາຍໃນກອງທັບເຮົາ ກໍ່ພວມຕັ້ງໜ້າປະຕິບັດມະຕິກອງໃຫ່ຍຄັ້ງທີ່ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ກາຍເປັນຮູບປະທຳຕົວຈິງ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ຕາມທິດມີແບບແຜນທັນສະໄໝ, ໄປພ້ອມກັບສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດໃຫ້ເປັນຂະບວນການກວ້າງຂວາງ.
ວຽກງານການທະຫານທ້ອງຖິ່ນ ແມ່ນມີທີ່ຕັ້ງບົດບາດສຳຄັນຫຼາຍໃນແນວທາງການທະຫານຂອງພັກ, ໃນຕະຫຼອດທຸກໆໄລຍະຂອງການປະຕິວັດປະເທດເຮົາ ບໍ່ວ່າໃນຍາມສົງຄາມ ກໍ່ຄືໃນຍາມສັນຕິພາບ, ພັກເຮົາເວລາໃດ ກໍ່ຢຶດໝັ້ນ ແລະຖືເອົາການປະຕິບັດໜ້າທີ່ປກຊ-ປກສ ທົ່ວປວງຊົນ, ອີງໃສ່ປະຊາຊົນ, ຈາກປະຊາຊົນ, ເອົາກໍາລັງແຮງຂອງມະຫາຊົນແລະ ກໍາລັງໃນແຕ່ລະບໍລິເວນທ້ອງຖິ່ນເພື່ອຕີເອົາຊະນະສັດຕູ ແລະເປັນກໍາລັງແກ່ນສານໃນການປົກປັກຮັກສາ, ພັດທະນາທ້ອງຖິ່ນບ້ານຊ່ອງ, ສະນັ້ນ, ວຽກງານການທະຫານທ້ອງຖິ່ນຈຶ່ງມີບົດບາດສຳຄັນໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ, ເຊິ່ງເວລາໃດກໍ່ຕິດພັນກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ ແລະຂອບເຂດໃນທົ່ວປະເທດ.
ພົນເອກຈັນສະໜອນ ຈັນຍາລາດ ກ່າວຕໍ່ໄປວ່າ: ໃນຊຸມປີຜ່ານມາ, ກຳລັງປະກອບອາວຸດທ້ອງຖິ່ນຂອງພວກເຮົາ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ກັບກຳລັງຫຼວງປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະພັດທະນາປະເທດຊາດ ຍາດໄດ້ຜົນສຳເລັດໃນຫຼາຍດ້ານທີ່ເປັນໜ້າຊື່ນຊົມ, ແຕ່ພ້ອມກັນນັ້ນ ພວກເຮົາ ກໍ່ຍັງມີດ້ານອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ແກ້ໄຂ. ດັ່ງນັ້ນ, ກອງປະຊຸມໃນຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຊອກໃຫ້ເຫັນດ້ານດີ ແລະດ້ານອ່ອນ ທີ່ຍັງຄົງຄ້າງ ຂອງວຽກງານການທະຫານທ້ອງຖິ່ນໃນໄລຍະຜ່ານມາ ໃຫ້ເລີກເຊິ່ງ, ຊອກໃຫ້ເຫັນບັນດາສາເຫດ ເພື່ອມາຖອດຖອນໄດ້ບົດຮຽນ, ບົນພື້ນຖານດັ່ງກ່າວນັ້ນ ເພື່ອກໍານົດທິດທາງ-ໜ້າທີ່ວຽກງານທີ່ຕ້ອງສູ້ຊົນປະຕິບັດໃນຊຸມປີຕໍ່ໜ້າ, ແຕ່ນີ້ຫາປີ 2025 ແນໃສ່ເພື່ອເຮັດໃຫ້ວຽກງານການທະຫານທ້ອງຖິ່ນໃນທົ່ວປະເທດ ມີການຫັນປ່ຽນດີຂຶ້ນຢ່າງຕັ້ງໜ້າ ສາມາດຮັບປະກັນໄດ້ຄວາມສະຫງົບ, ປອດໄພ ທົ່ວປວງຊົນຮອບດ້ານ; ສ້າງແຂວງໃຫ້ກາຍເປັນທິດຍຸດທະສາດໜຶ່ງຂອງປະເທດ, ສ້າງເມືອງໃຫ້ເປັນຫົວໜ່ວຍເອກະລາດສູ້ຮົບ,ສ້າງບ້ານໃຫ້ເປັນປ້ອມໝັ້ນສູ້ຮົບ ແລະກຸ່ມບ້ານສູ້ຮົບຕິດລ່ຽນຢູ່ແຕ່ລະບໍລິເວນຂອງປະເທດ.
ກອງປະຊຸມວຽກງານການທະຫານທົ່ວປະເທດຄັ້ງນີ້, ຈະໄດ້ຮັບຟັງການສະຫຼຸບຕີລາຄາ ແລະກຳນົດທິດທາງວຽກງານການທະຫານທ້ອງຖິ່ນໃນຊຸມປີຕໍ່ໜ້າ, ຟັງການລາຍງານ ແລະການປະກອບຄໍາເຫັນຂອງຜູ້ແທນຈາກບັນດາກະຊວງ, ແຂວງ, ນະຄອນຫຼວງ, ເມືອງ ແລະກົມກອງຈຳນວນໜຶ່ງ.
ຈາກນັ້ນ, ກອງປະຊຸມ ຍັງຈະໄດ້ຮັງຟັງການໂອ້ລົມ ຂອງສະຫາຍເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ປະທານຄະນະກຳມະການປກຊ-ປກສ ສູນກາງ.
ກອງປະຊຸມວຽກງານການທະຫານທ້ອງຖິ່ນໃນທົ່ວປະເທດ ຄັ້ງທີ V ຈະດຳເນີນເປັນເວລາ 2 ວັນ
Loading...