ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2021 ໄຂຂຶ້ນຢ່າງເປັນທາງການ ດ້ວຍຮູບເເບບທາງໄກ ໃນຕອນເຊົ້າວັນທີ 18 ມັງກອນ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາບັນດາກົມ, ອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາອົງການໄອຍະການທະຫານຂັ້ນສູງ, ຄະນະນຳອົງການໄອຍະການປະຊາຊົນພາກ 3 ພາກ, ຄະນະນໍາອົງການໄອຍະການປະຊາຊົນຂັ້ນແຂວງ 17 ແຂວງ, ນະຄອນຫຼວງ, ແລະ ພະນັກງານຫຼັກແຫຼ່ງອົງການໄອຍະການປະຊາຊົນເຂດ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2021 ໂດຍຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມປະຈໍາປີ 2022; ຄໍາສັ່ງກ່ຽວກັບການດຳເນີນຄະດີຢາເສບຕິດ ແລະ ການຟອກເງິນ, ຄໍາສັ່ງກ່ຽວກັບການຈັດຕັ້ງຜັນຂະຍາຍວາລະເເຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຂັ້ນຕ່າງໆ, ການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະເເຫ່ງຊາດກ່ຽວການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ, ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ, ຄໍາແນະນຳຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບການກະກຽມຄວາມພ້ອມໃນການຕິດຕາມກວດກາການດໍາເນີນຄະດີປົກຄອງ, ບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ, ການປະກອບຄຳເຫັນຂອງອົງການໄອຍະການປະຊາຊົນທ້ອງຖິ່ນ, ຫ້ອງການ, ບັນດາກົມ ກ່ຽວກັບການຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ວຽກງານຄ້າຍຄຸມຂັງ-ດັດສ້າງ, ການພັດທະນາວຽກງານໄອຍະການປະຊາຊົນ, ການຮ່ວມມືວຽກງານໄອຍະການປະຊາຊົນກັບຕ່າງປະເທດ ແລະ ວຽກງານອື່ນໆຈໍານວນໜຶ່ງ;
ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ມີຄໍາເຫັນ ແລະຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດຫລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງ ຢ່າງມີຜົນສໍາເລັດ, ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ; ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ; ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ການຕິດຕາມກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສິນຂອງສານ; ສ້າງກົນໄກປະສານງານລະຫວ່າງອົງການໄອຍະການ.
ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2021 ດໍາເນີນແຕ່ວັນທີ 18 ຫາ 19 ມັງກອນ 2022 .


