ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມເຜີຍແຜ່ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5ປີ ຄັ້ງທີ IV (2021-2025) ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະເດັກຄັ້ງທີ III (2021-2025) ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະຄວາມຮຸນແຮງຕໍ່ເດັກ ຄັ້ງທີ II (2021-2025) ແລະແຜນພັດທະນາແມ່ຍິງແຫ່ງຊາດ (2021-2025) ແບບທາງໄກ ຈັດຂຶ້ນຕອນເຊົ້າວັນທີ 16 ທັນວາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽຈນ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ແລະເດັກໂດຍມີຜູ້ຕາງໜ້າຈາກອົງການ UNFPA , UNICEF, , ເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາທູດຕານຸທູດ, ອົງການຈັດຕັ້ງທາງສັງຄົມ, ບັນດາກະຊວງ, ຂະແໜງການທັງສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.
ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ແລະເດັກ ກ່າວໃນກອງປະຊຸມບາງຕອນວ່າ: ກອງປະຊຸມຂອງພວກເຮົາ ໄດ້ຈັດຂຶ້ນ ໃນສະພາບການລະບາດຂອງພະຍາດໂຄວິດ19 ທີ່ລະບາດໃນທົ່ວໂລກ, ພາກພື້ນ ແລະຢູ່ ສປປ ລາວ, ເຊິ່ງໄດ້ສົ່ງຜົນກະທົບອັນໃຫ່ຍຫລວງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ກໍຄືຜົນສໍາເລັດຂອງການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະເຮັດໃຫ້ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນຮູບແບບປະສົມປະສານ, ທັງແບບເຊິ່ງໜ້າ ແລະທາງໄກ.
ການເຂົ້າຮ່ວມກອງປະຊຸມຂອງບັນດາທ່ານ ໄດ້ສະແດງເຖິງຄວາມຮັບຜິດຊອບ, ຄວາມເອົາໃຈໃສ່, ແລະຄວາມເປັນຫ່ວງເປັນໃຍ ໃນການຊຸກຍູ້ ສົ່ງເສີມ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ກໍຄືການສົ່ງເສີມ, ປົກປ້ອງສິດ ແລະຜົນປະໂຫຍດຂອງແມ່ ແລະເດັກ, ການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ແລະສິດທິເດັກ ຕິດພັນກັບການສຶກສາອົບຮົມ ແລະພັດທະນາເດັກຢ່າງຮອບດ້ານ.
ທ່ານ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ແລະເດັກ ໄດ້ຍົກໃຫ້ເຫັນວ່າ: ປີ 2013, ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ປີ 2014, ກົດໝາຍ ວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍ ປີ 2019 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ VIII, ບັນດາ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ໂດຍສະເພາະ ສົນທິສັນຍາ ວ່າດ້ວຍ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ແລະ ສົນທິສັນຍາ ວ່າດ້ວຍ ສິດທິເດັກ; ໄດ້ກຳນົດຈະແຈ້ງ ກ່ຽວກັບ ສິດ ແລະ ຜົນປະໂຫຍດຂອງເດັກ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ໃນແຕ່ລະດ້ານ, ລວມທັງການຕ້ານ ແລະ ສະກັດກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.
ຫ້າປີຜ່ານມາ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ-ເດັກ ເປັນເສນາທິການໃຫ້ລັດຖະບານ ໄດ້ເອົາໃຈໃສ່ເຮັດບົດບາດໃນການສຶກສາຄົ້ນຄວ້າ ສ້າງນິຕິກຳ, ວິໄສທັດ, ຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ, ພັດທະນາເດັກ ແລະ ການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນແຕ່ລະໄລຍະ, ບັນດານິຕິກຳ ແລະ ແຜນດໍາເນີນງານ ດັ່ງກ່າວນັ້ນໄດ້ເປັນບ່ອນອີງໃຫ້ ຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທັງຂະແໜງການ ແລະ ທ້ອງຖິ່ນ ກໍຄືບັນດາຄູ່ຮ່ວມພັດທະນາ ນຳໄປຜັນຂະຫຍາຍ ຈັດຕັ້ງປະຕິບັດ ໂດຍເຊື່ອມເອົາແຜນງານດັ່ງກ່າວເຂົ້າໃນແຜນພັດທະນາຂອງຂະແໜງ ການ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ໄດ້ມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ:
1) ແມ່ຍິງໃນຕຳແໜ່ງ ນໍາພາ ແຕ່ລະຂັ້ນມີຈຳນວນເພີ່ມຂຶ້ນ, ແມ່ຍິງທີ່ເປັນເຈົ້າຂອງທຸລະກິດ ໃນຂະແໜງການຄ້າ ແລະ ການບໍລິການ ກວມຈໍານວນຫລາຍ, ຄອບຄົວທີ່ທຸກຍາກ ໄດ້ຮັບການຈັດສັນແຫຼ່ງທຶນ, ຝຶກອົບຮົມເຕັກນິກວິຊາການປູກຝັງ-ລ້ຽງສັດ,ຈັດສັນທີ່ດິນທຳການຜະລິດ, ສ້າງສູນຝຶກອົບຮົມ ແລະ ໄດ້ຝຶກອົບຮົມວິຊາຊີບໃນຫຼາຍຂະແໜງຕ່າງໆຫຼາຍຂຶ້ນ, ສະແດງອອກ ຄ່າດັດສະນີການພັດທະນາຄວາມສະເໝີພາບຍິງ-ຊາຍເພີ່ມຂຶ້ນ, ກໍ່ໝາຍຄວາມວ່າດັດຊະນີຄວາມບໍ່ສະເໝີພາບຍິງ-ຊາຍ ຫລຸດລົງ ເຊິ່ງປະເທດລາວຖືວ່າຈັດຢູ່ອັນດັບຕົ້ນຂອງປະເທດອາຊຽນທີ່ມີການປະຕິບັດສິດສະເໝີພາບຍິງ-ຊາຍ ໄດ້ດີພໍສົມຄວນ.
2/ ການເອົາໃຈໃສ່ສົ່ງເສີມສິດທິຂອງເດັກ ແລະການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງເຂົາເຈົ້າ ແມ່ນໄດ້ຮັບບໍລິການ 7 ມິຄິພື້ນຖານ ຄື: ໂພສະນາການ ແລະການບໍລິການສຸຂະພາບທີ່ດີ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອະນາໄມທີ່ປອດໄພ, ມີທີ່ພັກອາໄສທີ່ພຽງພໍ, ການພັດທະນາຂອງເດັກກ່ອນໄວຮຽນ, ເຂົ້າເຖິງການສຶກສາ ແລະຂໍ້ມູນຂ່າວສານ, ເຮັດໃຫ້ຊີວິດການເປັນຢູ່ຂອງເດັກດີຂຶ້ນ, ການພັດທະນາເດັກເພີ່ມຂຶ້ນ.
3/ ແມ່ຍິງລາວຍັງມີບົດບາດສໍາຄັນໃນດ້ານກະສິກໍາ, ການຄ້າຂາຍ ແລະທຸລະກິດຂະໜາດນ້ອຍ, ຫັດຖະກໍາ ແລະການຜະລິດ. ແມ່ຍິງໄດ້ມີໂອກາດໃນການເຂົ້າເຖິງການດໍາເນີນທຸລະກິດ ເຕັກໂນໂລຊີຂໍ້ມູນຂ່າວສານ, ການທ່ອງທ່ຽວ ແລະການບໍລິການທຸລະກິດ.
4/ ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະສ້າງຂະບວນການ ເພື່ອປູກຈິດສໍານຶກໃນທົ່ວສັງຄົມ ແລະພະນັກງານ-ລັດຖະກອນ ເພື່ອປ່ຍນແປງທັດສະນະຄະຕິແບບຄອງເດີມ ແລະຮີດຄອງປະເພນີເກົ່າແກ່ຫລ້າຫລັງ ທີ່ເປັນອຸປະສັກກີດຂວາງການພັດທະນາແມ່ຍິງ, ໃນການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະຄວາມສະເໝີພາບຍິງ-ຊາຍ ທີ່ແທ້ຈິງ ກໍຄືຄວາມສະເໝີພາບຂອງໂອກາດທາງດ້ານເງື່ອນໄຂ ແລະການເຂົ້າເຖິງຊັບພະຍາກອນຂອງປະເທດ ຕິດພັນກັບຂະບວນການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງໃນທຸກໆປີ.
5/ ແມ່ຍິງແລະເດັກ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໄດ້ຮັບການຊ່ວຍເຫລືອທາງດ້ານສຸຂະພາບຢູ່ໂຮງໝໍສູນກາງ 7 ແຫ່ງ ແລະໂຮງໝໍແຂວງ, ເຂົ້າເຖິງຂະບວນຍຸຕິທໍາ ແລະການຊ່ວຍເຫລືອທາງດ້ານສັງຄົມ ເປັນຕົ້ນ: ສະໜອງສະຖານທີ່ພັກເຊົາຊົ່ວຄາວ ໃຫ້ແກ່ຜູ້ຖືກເຄາະຮ້າຍຂອງລັດ ມີ 2 ແຫ່ງ, ອົງການຈັດຕັ້ງສາກົນ 3 ແຫ່ງ, ໄດ້ຝຶກອົບຮົມທັກສະຊີວິດແກ່ເດັກ ແລະໄວໜຸ່ມໃນຊຸມຊົນຈໍານວນໜຶ່ງ.
ເຖິງແມ່ນວ່າການເຄື່ອນໄຫວໃນໄລຍະຜ່ານມາຈະມີຜົນສຳເລັດຫຼາຍດ້ານ ແຕ່ກໍເຫັນວ່າຍັງມີບາງດ້ານຕ້ອງໄດ້ສືບຕໍ່ເອົາໃຈໃສ່ເປັນຕົ້ນ:
1 ກົນໄກການຕິດຕາມ ຊຸກຍູ້ ກວດກາ ລາຍງານ ວຽກງານຕົວຈິງ ໃນແຕ່ລະຂັ້ນ ຍັງບໍ່ເປັນປົກກະຕິ; ໃນການຈັດຕັ້ງປະຕິບັດແຜນການແຜນງານ ເຂົ້າສູ່ວຽກງານຕົວຈິງຂອງບາງຂະແຫນງການ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ດີ.
2 ການປັບປຸງກົງຈັກການຈັດຕັ້ງ, ເສນາທິການຊ່ວຍວຽກຂອງ ຄະນະກຳມະການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກໍຄືຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຂອງບາງຂະແໜງການ ແລະ ທ້ອງຖິ່ນ ຍັງຖືເບົາ ບໍ່ທັນສອດຄ່ອງ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້.
3 ແມ່ຍິງ ແລະ ເດັກ ຈຳນວນໜຶ່ງຖືກຕົວະຍົວະຫລອກລວງຈາກກຸ່ມຄົນບໍ່ດີ, ພົວພັນຄ້າຂາຍ-ເສບສິ່ງເສບຕິດ, ໄປອອກແຮງງານທີ່ບໍ່ຖືກກົດໝາຍຢູ່ພາຍໃນ ແລະຕ່າງປະເທດ, ການຄ້າປະເວນີ້, ໄດ້ຮັບຄວາມຮຸນແຮງຈາກຄອບຄົວ, ສັງຄົມເກີດມີການຢ່າຮ້າງເພີ່ມຂຶ້ນ ແລະ ອື່ນໆ.
4 ທັດສະນະຄະຕິ ແລະການປະຕິບັດແບບຮີດເກົ່າຄອງເດີມທີ່ລ້າຫລັງເປັນຕົ້ນ: ການລົງໂທດທາງຮ່າງກາຍຂອງເດັກ ຍັງເປັນສິ່ງທີ່ຍອມຮັບໄດ້ໃນບາງຄອບຄົວແລະ ສັງຄົມ, ເຊິ່ງເປັນອຸປະສັກ ແລະ ສິ່ງທ້າທາຍ ຕໍ່ການບັນລຸສິດທິຂອງເດັກ ດ້ານສຸຂະພາບ, ການພັດທະນາ ແລະ ການປົກປ້ອງ, ການແກ້ໄຂຂໍ້ຂັດແຍ່ງ, ການຈຳແນກຕໍ່ຊົນເຜົ່າ ແລະ ເດັກພິການ ຍັງຖືກລະເມີດ ແລະ ຂູດຮີດ.
5 ກົນໄກການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ, ການປະສານງານກັບຄະນະກຳມະການຕ້ານການຄ້າມະນຸດ ຍັງບໍ່ທັນເປັນລະບົບຄົບຊຸດ, ຂາດບຸກຄະລາກອນ,ງົບປະມານມີຈຳກັດ ແລະ ອື່ນໆ.
ທ່ານ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ແລະເດັກ ໄດ້ຍົກໃຫ້ເຫັນວຽກງານທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນີນງານແຫ່ງຊາດ ໃນຊຸມປີຕໍ່ໜ້າວ່າ: ຕ້ອງສ້າງທຸກເງື່ອນໄຂ ໃຫ້ຍິງ-ຊາຍ ແລະເດັກຍິງ-ຊາຍ ໄດ້ຮັບເງື່ອນໄຂ, ໂອກາດການພັດທະນາ ແລະຜົນປະໂຫຍດທີ່ເທົ່າທຽມກັນ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ ແລະຄອບຄົວ ເພື່ອເຮັດໃຫ້ຊີວິດການເປັນຢູ່ທີດີຂຶ້ນ ໂດຍສະເພາະຜູ້ທີ່ທຸກຍາກ ແລະດ້ອຍໂອກາດ ໃຫ້ໄດ້ຮັບການພັດທະນາ ແລະສ້າງລາຍຮັບໃຫ້ຕົນເອັງ ແລະຄອບຄົວ ຫລຸດພົ້ນອອກຈາກຄວາມທຸກຍາກ, ສັງຄົມມີຄວາມສະຫງົບປອດໄພ ບໍ່ມີການຈໍາແນກ ແລະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ແລະປາສະຈາກຄວາມຮຸນແຮງບົນພື້ນຖານທາງເພດ.