ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຫະພັນເທຄວັນໂດແຫ່ງຊາດ ຈັດການແຂ່ງຂັນເທຄວັນໂດອອນລາຍ ຊິງຂັນທ່ານ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ລະຫວ່າງວັນທີ 14-15 ສິງຫາ 2021 ໂດຍມີພິທີເປີດການແຂ່ງຂັນໃນຕອນເຊົ້າວັນທີ 14 ສິງຫານີ້ ທີ່ສະໂມ ສອນໂອແລມປິກ, ນະຄອນຫລວງວຽງ ຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ, ປະທານສະຫະພັນເທຄວັນໂດແຫ່ງຊາດ, ທ່ານ ນາງ ຂັນທະລີ ສີລິພົງພັນ, ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອິມ ມູ ຮົງ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ແລະ ນັກກິລາເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມທັງຫມົດ 15 ສະ ໂມສອນທົ່ວປະເທດ ມີນັກກິ ລາ ທັງຫມົດ 167 ຄົນ, ຍິງ 72 ຄົນ ໂດຍມີແຂ່ງຂັນທັງຫມົດ 120 ລາຍການ ມີ 2 ປະ ເພດ ຄື: ຕໍ່ສູ້ ແລະ ຟ້ອນປຸ່ມເຊ້ ແບ່ງອອກ ເປັນລຸ່ນອາຍຸ ຄື: ລຸ່ນອາຍຸບໍ່ເກີນ 8ປີ, 10ປີ, 12ປີ,15ປີ, 17ປີ ແລະ ທົ່ວໄປ ແບບອອນລາຍ. ສ່ວນລາງວັນການແຂ່ງຂັນມີຫລຽນລາງ ວັນ, ໃບຢັ້ງຢືນ ແລະ ຂັນຄະແນນລວມລາງວັນອັນດັບ 1,2,3 ແລະ ຂັນອື່ນໆ.
ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນ ຫລວງວຽງຈັນ, ປະທານສະ ຫະພັນເທຄວັນໂດແຫ່ງຊາດ ກ່າວ່າ: ຈຸດປະສົງຂອງການຈັດແຂ່ງຂັນເທຄວັນໂດຄັ້ງນີ້ ເພື່ອຄວາມສາມັກຄີ ແລະ ເປັນລະບຽບຮຽບຮ້ອຍຈາກນັກກິ ລາ, ຄູຝຶກທຸກສະໂມ ສອນ ແລະ ກໍາມະການຕັດສິນ ທັງຮັບປະກັນການປະຕິບັດຕາມມາດຕະການປ້ອງ ກັນການແຜ່ລະ ບາດພະຍາດໂຄວິດ-19, ເຮັດໃຫ້ນັກກິລາເທຄວັນໂດຮູ້ອອກກໍາລັງກາຍ ແລະ ເຫັນຜົນຮ້າຍຂອງພະຍາດໂຄວິດ- 19 ແລະ ເຮັດໃຫ້ການແຂ່ງຂັນມີບັນ ຍາກາດມ່ວນ ຊື່ນດີ.
ສ່ວນ ທ່ານ ຈັນທະວົງ ປັນຍາສິລິ ໃຫ້ສໍາພາດວ່າ: ການແຂ່ງຂັນເທຄວັນໂດອອນລາຍ ຊິງຂັນທ່ານ ເອກອັກຄະລັດ ຖະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ແມ່ນແຂ່ງ ຂັນໃນຮູບແບບອອນລາຍ ໂດຍໃຫ້ນັກກິລາຖ່າຍວິດີໂອຢູ່ເຮືອນ ຫລື ສະຖານທີ່ຕ່າງໆ ຫລັງຈາກນັ້ນ ສົ່ງເຂົ້າມາໃຫ້ກໍາມະການພິຈາລະນາໃນລະຫວ່າງວັນທີ 14-15 ສິງຫາ 2021 ເພື່ອປ້ອງກັນພະຍາດໂຄວິດ-19 ໂດຍມີຄະນະກໍາທີ່ຄັດ ເລືອກມາຈາກພາຍໃນນະຄອນຫລວງວຽງຈັນຮ່ວມກັນຕັດສິນ ແລະ ຮັບປະກັນໄດ້ຄວາມໂປ່ງໃສ ແລະ ຍຸຕິທໍາທຸກຢ່າງ, ສ່ວນການປະກາດຜົນລາງວັນແຕ່ລະປະເພດ ແລະ ແຕ່ລະລາຍການຈະມີຂຶ້ນຫລັງຈາກການແຂ່ງຂັນບໍ່ເກີນໜຶ່ງອາທິດ.
ສໍາລັບການແຂ່ງຂັນຄັ້ງນີ້ສະຖານເອກອັກຄະລັດຖະ ທູດ ສ. ເກົາຫລີ ໄດ້ໃຫ້ການອຸປະຖໍາສະນັບສະຫນູນ ປະ ກອບມີເງີນມູນຄ່າ 61.860.000ກີບ ແລະ ອຸປະກອນກິລາເທຄວັນໂດຈໍານວນໜຶ່ງ.