ຕອນເຊົ້າວັນທີ 8 ພຶດສະພາ 2023 ນີ້, ວິທະຍຸໂທລະພາບສູນກາງຈີນ ຫລື CMG ປະຈໍາລາວຮ່ວມກັບໂຮງຮຽນມັດທະຍົມສົມບຸນວຽງຈັນ (ມສ ວຽງຈັນ) ໄດ້ຈັດກິດຈະກຳຊົມຮູບເງົາຈີນ ແລະສາລະຄະດີມິດຕະພາບລາວ-ຈີນ ຂຶ້ນທີ່ໂຮງຮຽນດັ່ງກ່າວ, ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 62 ປີ ໂດຍການເຂົ້າຮ່ວມຂອງທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການ ມສ ວຽງຈັນ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວພ້ອມດ້ວຍຄູອາຈານ, ນັກຮຽນຈໍານວນ 200 ກວ່າຄົນເຂົ້າຮ່ວມຊົມ.
ໃນໂອກາດນີ້, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນປະຈໍາລາວ ກ່າວວ່າ: ການສາຍຮູບເງົາໃນຄັ້ງນີ້ແມ່ນໃນໂອກາດລະນຶກເຖິງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 62 ປີ ເຊິ່ງຮູບເງົາທີ່ນໍາມາສາຍໃນຄັ້ງນີ້ມີ 2 ເລື່ອງທີ່ພາກເປັນພາສາລາວ ເຊິ່ງຜະລິດໂດຍວິທະຍຸໂທລະພາບສູນກາງຈີນຫຼື CMG ເລື່ອງທຳອິດມີຊື່ວ່າ: ບົດຮຽນໃຫມ່ບົນເສັ້ນທາງລົດໄຟລາວ-ຈີນ ເປັນຮູບເງົາສາລະຄະດີເລື່ອງສັ້ນທີ່ເລົ່າເຖິງຄວາມຮັກແພງ ແລະໄມຕີຈິດມິດຕະພາບອັນດີງາມລະຫວ່າງສອງອ້າຍນ້ອງທີ່ເປັນຄູສອນກັບລູກສິດໃນການສ້າງເສັ້ນທາງລົດໄຟລາວ-ຈີນ, ນອກນນີ້ ພວກເຮົາຍັງໄດ້ນໍາເອົາຮູບເງົາເລື່ອງ “ມະຫາເສດຖີຈໍາເປັນ” ເຊິ່ງເປັນຮູບເງົາຕະຫຼົກ ທີ່ສະແດງໃຫ້ເຫັນເຖິງນັກຮັບບານ ທີ່ເປັນມືສະໝັກຫລິ້ນຜູ້ຫນຶ່ງ. ເວົ້າລວມແລ້ວ ການຊົມຮູບເງົາໄດ້ສອ່ງແສງໃຫ້ເຫັນເຖິງຊີວິດ ແລະການພັດທະນາຂອງສັງຄົມໃນຍຸກນັ້ນ. ຂ້າພະເຈົ້າຫວັງວ່າ ຜ່ານການຊົມຮູບເງົາ ຄັ້ງນີ້ ຈະສ້າງຄວາມປະທັບໃຈໃຫ້ແກ່ຄູອາຈານ ແລະນັກຮຽນບໍ່ຫລາຍກໍ່ຫນ້ອຍ.
ພາຍຫລັງຊົມຮູບເງົາ ຄັ້ງນີ້, ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບຸນ ມສ ວຽງຈັນ ໄດ້ໃຫ້ສໍາພາດ ແລະຕີລາຄາສູງຕໍ່ກັບການພົວພັນມິດຕະພາບລະຫວ່າງສອງຊາດລາວ-ຈີນ ວ່າ: ຜ່ານການຊົມຮູບເງົາ ແລະສາລະຄະດີ ຖືວ່າລາວ-ຈີນ ມີການພົວພັນຮ່ວມມືກັນຫລາຍດ້ານ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ດ້ານການຂົນສົ່ງສິນຄ້າ ແລະອື່ນໆ ຜ່ານທາງລົດໄຟລາວ-ຈີນ ເຊິ່ງເຫັນວ່າມີການພົວພັນກັນຢ່າງສະຫນິດແຫນ້ນ ເຊິ່ງເຮົາເຫັນໄດ້ຈາກສາລະຄະດີ ເຫັນວ່າຄົນລາວແມ່ນມີຄວາມຮູ້ຄວາມສາມາດຫລາຍ ແລະນັບແຕ່ເລີ່ມມີເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ປະຊາຊົນລາວມີຄວາມສະດວກສະບາຍໃນການໄປມາຫາສູ່ກັນຫລາຍຂຶ້ນ. ໂດຍສະເພາະໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວ, ແລະຜ່ານການຊົມຮູບເງົາເລື່ອງ “ມະຫາເສດຖີຈໍາເປັນ” ໄດ້ສອງແສງໃຫ້ເຮົາເຫັນ ແລະໄດ້ຂໍ້ຄິດທີ່ດີ ເພື່ອມາປະຕິບັດໃນການໃຊ້ຊີວິດປະຈໍາວັນ ເຊິ່ງໄດ້ສອນໃຫ້ເຮົາບໍ່ເອົາລັດເອົາປຽບຄົນອື່ນ ໃຫ້ເປັນຄົນຊື່ສັດບໍ່ເຫັນແກ່ເງິນຈົນເກີນໄປ ແລະເຮັດໃຫ້ເຮົາຮູ້ວ່າບໍ່ຄວນແລ່ນນໍາສັງຄົມຫລາຍເກີນໄປ. ຂ້າພະເຈົ້າຕີລາຄາວ່າຮູບເງົາທີ່ມາສາຍໃນມື້ນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄູອາຈານ ແລະນັກຮຽນເປັນຢ່າງດີທີ່ສຸດໄດ້ທັງຄວາມເບີກບານມ່ວນຊື່ນ ແລະໄດ້ທັງສາລະຄວາມຮູ້.
ໂອກາດນີ້, ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 62 ປີ ຂ້າພະເຈົ້າຂໍອວຍພອນໃຫ້ແກ່ພັກ, ລັດແລະປະຊາຊົນສອງຊາດລາວ-ຈີນຈົ່ງສືບຕໍ່ມີການພົວພັນທີ່ດີຕໍ່ກັນຈາກທີ່ເຄີຍດີ ກໍ່ຂໍໃຫ້ດີຍິ່ງຂຶ້ນກວ່າເກົ່າ ຂໍໃຫ້ສາຍພົວພັນມິດຕະພາບລາວ-ຈີນ ຫມັ້ນຄົງທະນົງແກ່ນຕະຫລອດໄປ.
Loading...