ຕອນເຊົ້າວັນທີ 1 ພຶດສະພາ 2023 ທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ, ສູນກາງສະຫະພັນກໍາມະບານ ຮ່ວມກັບກະຊວງແຮງງານແລະສະຫວັດີການສັງຄົມ ແລະສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານນາງໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານແລະສະຫວັດີການສັງຄົມ,ທ່ານນາງອາລີວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ , ພະນັກງານ, ລັດຖະກອນ , ສະມາຊິກກໍາມະບານ ກໍາມະກອນ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມບານກ່າວວ່າ: ກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ພາຍໃຕ້ຄໍາຂວັນ ສ້າງສະພາບໃນການເຮັດວຽກທີ່ປອດໄພ ແລະດີຕໍ່ສຸຂະພາບ ແມ່ນສິດທິພື້ນຖານໃນການເຮັດວຽກ ເພື່ອສະເຫລີມສະຫລອງວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 137ປີ.


ສໍາລັບກິດຈະກໍາຍ່າງເພື່ອສຸຂະພາບໃນຄັ້ງນີ້ ເພື່ອເປັນການສ້າງກຳລັງໃຈໃຫ້ແກ່ຊາວຜູ້ອອກແຮງງານທຸກທົ່ວໜ້າໃນລາວ ແລະ ໃນໂລກ, ເພື່ອສະແດງໃຫ້ເຫັນເຖິງຄວາມສາມັກຄີການໃຫ້ກຳລັງໃຈທີ່ດີຕໍ່ກັນ ແລະ ກັນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນເພື່ອພັດທະນາປະເທດຊາດຂອງຕົນ ແລະ ເພີ່ມພູນຄວາມສຸກ, ການເປັນຢູ່ທີ່ດີໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ ແລະ ການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງຄົງຕົວເພື່ອເປັນມູນມໍລະດົກໃຫ້ແກ່ຮຸ່ນລູກຫຼານໃນອະນາຄົດ.

ຂະບວນການຍ່າງໃນຄັ້ງນີ້, ແມ່ນໄດ້ເລີ່ມຕົ້ນຈາກສວນປະຕູໄຊ ຫາ ຫໍຄຳ ແລະ ກັບຄືນມາຫາ ສວນປະຕູໄຊ.