ງານເດີນແບບການກຸສົນ ເພື່ອຊ່ວຍເຫຼຶອແມ່ຍິງແລະເດັກນ້ອຍທີ່ທຸກຈົນຢູ່ເຂດຊົນນະບົດ ຫ່າງໄກສອກຫຼິກ ຈັດຂຶ້ນຕອນຄໍ່າວັນທີ 12 ພະຈິກ 2023 ທີ່ສູນວາງສະແດງສິນຄ້າລາວບໄອເຕັກ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານ ປະເທດ ແຫ່ງ ສປປ ລາວ,ປະທານຄະນະທີ່ປືກສາ ສະມາຄົມ ຫັດຖະກຳລາວ ທ່ານນາງປານີ ຢາທໍຕູ້ ຮອງປະທານປະເທດ ພ້ອມດ້ວຍ ບັນດາຄອບຄົວການນໍາ ບັນດາທູດທຸຕານຸທູດ, ອົງການຈັດຕັ້ງສາກົນ ພ້ອມດ້ວຍມວນຊົນບໍລິສັດຫ້າງຮ້ານ ແລະຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມ.
ທ່ານ ນາງ ຈັນເທົາ ປະຖັມມະວົງ, ປະທານ ກິດຕິມະສັກ ສະມາຄົມ ຫັດຖະກຳລາວ ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດອັນສູງທີ່ໄດ້ຕາງໜ້າໃຫ້ ຄະນະຮັບຜິດຊອບໂຄງການ “ຫ່ວງໄຍໄປເຖິງ”ມາລາຍງານການເຄື່ອນໄຫວຂອງໂຄງການໃນຄໍ່າຄືນມື້ນີ້. ການສ້າງສາປະເທດຊາດແມ່ນໜ້າທີ່ຂອງໝົດທຸກຄົນໂດຍບໍ່ຈໍາແນກເພດໄວ, ເຊຶ້ອຊາດ ສາສະໜາ, ຊົນເຜົ່າ, ຊັ້ນຄົນ ຫຼື ອາຊີບຕ່າງໆ ຈະສັງກັດຢູ່ ພັກລັດ ແລະ ເອກະຊົນຕ່າງກໍ່ມີບົດບາດສໍາຄັນເພື່ອຊ່ວຍເຫຼືອສັງຄົມເຊັ່ນດຽວກັນ.
ໂດຍສະເພາະທ່ານ ປ້ານາລີ ສີສຸລິດ ກໍ່ແມ່ນໜື່ງໃນຄອບຄົວການນໍາທີ່ເຮັດໜ້າທີ່ ແລະບົດບາດຊ່ວຍເຫຼືອສັງຄົມຕະຫຼອດມາ, ເພີ່ນໄດ້ ລົງຕິດຕາມຄວາມສູກທຸກຂອງປະຊາຊົນບັນດາເຜົ່າແຕ່ເໜືອຕະຫຼອດໃຕ້, ເພີ່ນໄດ້ຊັກຊວນເອົາບັນດາຄອບຄົວການນໍາ ແລະ ລະດົມເອົານັກທຸລະກິດຍິງໃນຂົງເຂດຕ່າງໆຕິດຕາມໄປນໍາເພື່ອລົງຕິດແທດຊີວິດການເປັນຢູ່ຂອງແມ່ຍິງແລະເດັກນ້ອຍໃນເຂດທຸກຍາກ ແລະ ທຸລະກັນດານເປັນໄລຍະໂດຍບໍ່ຮູ້ອິດຮູ້ເມື່ອຍ.
ໃນຄະນະທີ່ພວກເພີ່ນໄປເຄຶ່ອນໄຫວຢູ່ນັ້ນຫຼາຍຄອບຄົວທີ່ປະສົບຄວາມຫຍຸ້ງຍາກຂາດເຂີນໄດ້ສະເໜີຂໍຄວາມຊ່ວຍເຫຼືອຫຼາຍຢ່າງ.
ທ່ານ ປ້ານາລີ ສີສຸລິດ ໃນນາມເປັນປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວໄດ້ມາປືກສາກັບຄະນະກຳມະການບໍລິຫານງານ ສະມາຄົມ ຫັດຖະກຳລາວ ຊອກຫາຊ່ອງທາງເພື່ອຊ່ວຍເຫຼືອ, ໃນກາງປີ 2020 ໃນທ່າມກາງຂອງການແຜ່ລະບາດຂອງພະຍາດໂຄວິດ19. ຈາກກອງປະຊຸມປືກສາຫາລື ແລກປ່ຽນຄວາມຄິດຄວາມເຫັນຈື່ງມອງເຫັນຊ່ອງທາງເພື່ອໄປຊ່ວຍເຫຼືອແມ່ຍິງແລະ ເດັກນ້ອຍຜູ້ທຸກຍາກໃນຮູບແບບການເດີນແບບເສື້ອຜ້າອາພອນເພດຊົງລາວເພື່ອການກຸສົນຮ່ວມກັບສະມາຄົມ ຫັດຖະກຳລາວ ໃນງານມະຫາກຳສີມືຫັດຖະກຳລາວຄັ້ງທີ່19 ປີ 2020 ເປັນຕົ້ນມາເຖິງປະຈຸບັນກໍ່ເປັນປີທີ 3 ພາຍໃຕ້ຊື່ວ່າ”ໂຄງການຫ່ວງໄຍໄປເຖິງ” ເຊິ່ງການປະກອບສ່ວນຊຸກຍູ້ທົ່ວສັງຄົມທີ່ສະສົມໄດ້ທຸກກີບໃນປີ2020ນັ້ນແມ່ນໄດ້ນໍາໄປຊ່ວຍເຫຼືອປະຊາຊົນໃນເຂດທ້ອງຖິ່ນທີ່ຂາດເຂີນແລະປະສົບໄພພິບັດຕ່າງໆດັ່ງນີ້:
– ຊ່ວຍຕັ້ງເຮືອນໃຫ້ປະຊາຊົນທຸກຍາກທີ່ສຸດ, ຄອບຄົວພິການ,ຄອບຄົວກໍ້າພ້າກໍ້າພອຍ, ລູກຫຼານນັກຮົບວິລະຊົນຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບຸນ ຈໍານວນ 14 ຫຼັງຄາເຮືອນ
– ສ້າງໂຮງຮຽນບ້ານປາກເພ ເມືອງໃຫມ່ ແຂວງຜົ້ງສາລີ (ບ້ານວິລະຊົນ)
– ມອບທືນຮອນໃນການເຮັດການກະເສດຄົວເຮືອນໃຫ້ພະນັກງານບໍານານ, ພະນັກງານປະຕິວັດບໍານານ ແຂວງເຊກອງ
– ຊ່ວຍເຫຼືອສະມາຄົມ ຫັດຖະກຳລາວໃນການສົ່ງເສີມສີໄມ້ລາຍມືຂອງແມ່ຍິງ
ຈາກນັ້ນ ໃນປີ 2022 ໂຄງການຫ່ວງໄຍໄປເຖິງກໍ່ໄດ້ສືບຕໍ່ລະດົມທືນໃນຮູບແບບດຽວກັນ ໂດຍການສະໜັບສະໜູນຈາກມວນຊົນຢ່າງກ້ວາງຂວາງ ເປັນຕົ້ນນັກທຸລະກິດລາວໄດ້ປະກອບສ່ວນເປັນມູນຄ່າ 2,776,690,000 ກີບແລະ ຮັບເປັນວັດຖຸຈໍານວນ 265,910,000ກີບ. ໃນຈໍານວນທີ່ກ່າວມານນັ້ນໄດ້ນໍາໄປເຄື່ອນໄຫວຮັບໃຊ້ສັງຄົມຄື:
– ມອບໃຫ້ ສະມາຄົມ ຫັດຖະກຳລາວ ເພື່ອໄປຊຸກຍູ້ວຽກງານຫັດຖະກຳ ຈໍານວນ 200,000,000ກີບ
– ຊຸກຍູ້ສະມາຄົມ ຫັດຖະກຳແຂວງຈໍາປາສັກ 50,000,000ກີບ
– ຊ່ວຍເຫຼືອເຮັດນໍ້າລິນໃຫ້ເມືອງລອງ ແຂວງຫຼວງນໍ້າທາ 62,015,000ກີບ
– ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານພູວາ ເມືອງນາແລ ຈໍານວນ 2ຫຼັງ ມູນຄ່າ 1,032,114,000 ກີບ ແລະ ມອບເງີນສົດ 50,000,000ກີບ ເພື່ອສ້າງນໍ້າລີນ, ສ້າງຫໍພັກນັກຮຽນຊາຍຍິງ ໂຮງຮຽນ ມສ ບ້ານນໍ້າເງີນ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈໍານວນ 2ຫຼັງ ມູນຄ່າ 761,620,000 ກີບ ແລະ ເງີນສົດ ຈໍານວນ 50,000,000ກີບ ສໍາລັບເຮັດເດີ່ນກິລາ. ທັງສອງໂຄງການສຸດທ້າຍນີ້ໄດ້ມີພິທີມອບຮັບໃນວັນທີ 23-24 ຕຸລາ 2023 ຜ່ານມາ.
ທ່ານ ນາງ ຈັນເທົາ ປະຖັມມະວົງ, ປະທານ ກິດຕິມະສັກ ສະມາຄົມ ຫັດຖະກຳລາວ ໃຫ້ຮູ້ອີກວ່າ: ງານເດີນແບບການກຸສົນໃນຄໍ່າຄືນນີ້ແມ່ນຈຸດປະສົງຕໍ່ເພີ່ມທະວີຄວາມສາມັກຄີ,ມິດຕະພາບແລະຮ່ວມແຮງຮ່ວມໃຈກັນເພື່ອແນໃສ່ປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳຂອງໂຄງການວາງອອກມີດັ່ງນີ້:
– ໃຫ້ການຊ່ວຍເຫຼຶອແມ່ຍິງ ແລະເດັກນ້ອຍໃນເຂດ ເມືອງທີ່ຖືກໄພນໍ້າຖ້ວມ ໃນນັ້ນເລັ່ງສ້ອມແປງເຮືອນ ແລະ ໂຮງຮຽນ
– ປະກອບອຸປະກອນເຄື່ອງມືການແພດ (ເຄື່ອງຊ່ວຍຫາຍໃຈ ຫ້ອງ ICU) ແລະ ຢາປົວພະຍາດໃຫ້ໂຮງໝໍ ແລະ ສຸກສາລາ
– ການສົ່ງເສີມດ້ານຫັດຖະກຳໃຫ້ມີການຂະຫຍາຍຕົວ (ສົ່ງເສີມການປູກມອນລ້ຽງມ້ອນ)
– ມອບທືນການສືກສາໃຫ້ນັກຮຽນເກັ່ງຈາກຄອບຄົວທຸກຈົນຂາດເຂີນ
ງານເພື່ອການກຸສົນຄັ້ງນີ້ ຈັດຂຶ້ນ ໂອກາດງານ ມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22 ພາຍໃນງານຍັງມີຜະລິດຕະພັນຫັດຖະກໍາທີ່ຫລາກຫລາຍ ທັງແບບພື້ນເມືອງ ແລະປະຍຸກ ຈາກທຸກໆແຂວງໃນທົ່ວປະເທດ ມາວາງສະແດງ ຂາຍ ເຊັ່ນ: ຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງຈກສານ, ເຄື່ອງເງິນ, ວັດຖຸມີຄ່າ, ໄມ້ແກະສະຫລັກ, ອາຫານພື້ນເມືອງ, ສະໝຸນໄພເພື່ອສຸຂະພາບ ແລະອື່ນໆ ເຊິ່ງດໍາເນີນ ແຕ່ວັນທີ 4 ຫາ 12 ພະຈິກ 2023.





