ງານວາງສະແດງຮູບພາບວັດທະນະທໍາຫວຽດນາມ ພາຍໃຕ້ຫົວຂໍ້ ດິນແດນ ປະຊາຊົນ ແລະວັດທະນະທໍາຫວຽດນາມ ຈັດຂຶ້ນທີ່ ສູນວັດທະນະທຳຫວຽດນາມປະຈຳລາວໃນຕອນບ່າຍວັນທີ 25 ສິງຫາ 2023 ໂດຍການເຂົ້າຮ່ວມຂອງທ່ານຫງວຽນຟຸກຊິ່ງ ຮອງຜູ້ອໍານວຍການສູນວັດທະນະທໍາຫວຽດນາມປະຈໍາລາວ, ທ່ານນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະການຮ່ວມມືສາກົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ພ້ອມດ້ວຍພະນັກງານສະຖານທູດຫວຽດນາມປະຈໍາລາວ ແລະພາກສ່ວນຕ່າງໆຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານນີ້ແມ່ນເພື່ອສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງຊາດ ຫວຽດນາມ-ລາວ ໃນບັນດາຂົງເຂດເສດຖະກິດ-ສັງຄົມ.
ໂອກາດນີ້ ທ່ານຫງວຽນຟຸກຊິ່ງ ຮອງຜູ້ອໍານວຍການສູນວັດທະນະທຳຫວຽດນາມປະຈໍາລາວ ກ່າວວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ຫວຽດນາມ ແລະ ລາວ ຄົບຮອບ 61 ປີ (05/9/1962 – 05/9/2023), ວັນເຊັນສົນທິສັນຍາ ມິດຕະພາບ ແລະ ຮ່ວມມື ລາວ-ຫວຽດນາມ ຄົບຮອບ 46 ປີ (18/7/1977 – 18/7/2023), ຫໍພິພິທະພັນວັດທະນາທໍາບັນດາເຜົ່າຫວຽດນາມ ປະສານສົມທົບກັບສູນວັດທະນາທຳ ຫວຽດນາມປະຈຳ ສປປ ລາວ ຮ່ວມກັນຈັດງານວາງສະແດງ ໂດຍມີຫົວຂໍ້ “ດິນແດນ, ປະຊາຊົນ ແລະວັດທະນາທໍາ ຫວຽດນາມ” ເຊິ່ງເປັນໂອກາດເພື່ອໂຄສະນາ ເຜີຍແຜ່ຮູບພາບ ທີ່ເຕັມໄປດ້ວຍຊີວິດຊີວາ ແຫ່ງດິນແດນປະຊາຊົນສອງຊາດຫວຽດນາມ-ລາວ.
ງານວາງສະແດງຄັ້ງນີ້ປະກອບດ້ວຍ 200 ກ່ວາສິ່ງວັດຖຸ, ຮູບພາບ ແລະເອກະສານທາງດ້ານວິທະຍາສາດ ໄດ້ນໍາມາສະເໜີແກ່ນັກທ່ອງທ່ຽວລາວເວົ້າສະເພາະ ແລະເພື່ອນມິດສາກົນເວົ້າລວມ, ບັນດາຮູບພາບທີ່ງົດງາມກ່ຽວກັບທຳມະຊາດ, ດິນດອນຕອນຫຍ້າ, ປະຊາຊົນ ແລະເອກະລັກວັດທະນະທຳຂອງ 54 ຊົນເຜົ່າ ທັງຫຼາກຫຼາຍ ທັງເອກະພາບກັນ ແຫ່ງຄວາມເປັນຊົນຊາດຫວຽດນາມອີກດ້ວຍ.
ນອກຈາກນັ້ນ. ງານວາງສະແດງຍັງສ່ອງແສງຢ່າງຈະແຈ້ງ ສາຍພົວພັນມິດຕະພາບ ລະຫວ່າງສອງຊາດ ໄດ້ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະກາຍເປັນຊັບສົມບັດອັນລໍ້າຄ່າ ກໍຄືເປັນເສັ້ນທາງແຫ່ງການຮ່ວມກັນພັດທະນາ ເພື່ອຄວາມຈະເລີນກ້າວໜ້າ, ເຮັດໃຫ້ປະຊາຊົນສອງຊາດ ມີຊີວິດການເປັນຢູ່ຢ່າງອີ່ມໜໍາສໍາລານ ມີຄວາມຜາສຸກ.
ໃນງານວາງສະແດງຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະວັນນະຄະດີ ທີ່ສ່ອງແສງເຖິງມູນເຊື້ອວັດທະນະທໍາ ແລະຄວາມສາມັກຄີແບບພິເສດຂອງສອງຊາດລາວ-ຫວຽດນາມຕື່ມອີກ.
ໂດຍ: ຄໍາກອງ




