ເປີດພິທີວາງສະແດງຮູບພາບ, ເອກະສານ, ວັດຖຸພັນ ແລະປຶ້ມພາຍໃຕ້ຫົວຂໍ້ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ”.ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ 2022 ທີ່ຫໍພິພິດທະພັນ ໄກສອນ ພົມວິຫານ ເຂົ້າຮ່ວມໃນພິທີ ຝ່າຍລາວນຳໂດຍ ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ຝ່າຍຫວຽດນາມນຳໂດຍສະຫາຍ ຫວໍວັນເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍໍາການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022, ມີບັນດາສະຫາຍການນໍາພັກ-ລັດ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍການນໍາລະດັບສູງຂອງພັກກອມມູນິດຫວຽດນາມ.
ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ຕາງໜ້າຄະນະຊີ້ນໍາລະດັບຊາດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ2022, ກ່າວບາງຕອນວ່າ: ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄດ້ນໍາເອົາຮູບພາບການເຄື່ອນໄຫວຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ມາວາງສະແດງຢູ່ສອງຈຸດຄື: ຢູ່ ສປປລາວ ແມ່ນຢູ່ຫໍພິພິຕະພັນ ໄກສອນ ພົມວິຫານ ແລະ ຢູ່ຫວຽດນາມແມ່ນຢູ່ ຫໍພິພິຕະພັນການປະຕິວັດ ຫວຽດນາມ, ຊຶ່ງຢູ່ ຫໍພິພິຕະພັນ ໄກສອນ ພົມຫານ ນີ້, ມີທັງໝົດ 400 ກວ່າໃບ, ໂດຍແບ່ງອອກເປັນ 3 ພາກ ຄື: ພາກທີ I : ປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອ ຮ່ວມສໍາພັນສູ້ຮົບ ແລະການສ້າງສາຍພົວພັນການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ (ແຕ່ປີ 1930-1975), ພາກທີ II: ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະການຮ່ວມມື ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ (ແຕ່ປີ1976-1986)ແລະ ພາກທີ III: ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫຼອດໄລຍະ 36ປີ ແຫ່ງການປ່ຽນແປງໃໝ່ (ແຕ່ປີ1986-2022).
ຮູບພາບ ແລະການເຄື່ອນໄຫວທັງໝົດແມ່ນຍັງມີອີກຫຼວງຫຼາຍ ທີ່ບໍ່ສາມາດເກັບທ້ອນໂຮມເຂົ້າໃນອາຄານ ຫຼື ສະຖານທີ່ໃດໜຶ່ງໝົດໄດ້. ແຕ່ທັງໝົດນັ້ນ ລ້ວນແຕ່ສ່ອງແສງເຖິງຄວາມມີຊີວິດຊີວາ, ຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອການພົວພັນຮ່ວມມື ຊ່ວຍເຫຼືອຊຶ່ງກັນ ແລະກັນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະພັດທະນາສ້າງສາປະເທດຊາດ. ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງຫາຫຍັງຈະມາປຽບທຽບໄດ້ ຊຶ່ງຍາມໃດພັກ-ລັດ ແລະປະຊາຊົນສອງຊາດ ກໍ່ໄດ້ເພີ່ມພູນຄູນສ້າງ ໃຫ້ເກີດດອກອອກຜົນ ແລະນັບມື້ນັບສະຫງ່າງາມ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໄດ້ກ່າວວ່າ: “ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫຼອດກາລະນານ” ແລະບົດກະວີອັນລືຊື່ຂອງ ປະທານ ໂຮ່ຈີ່ມິນ ທີ່ວ່າ: ຮັກຫອມກັນໝາຍໝັ້ນຫຼາຍສັນພູກໍ່ປີນໄຕ່ ຫຼາຍນໍ້າໃຫຍ່ ແລະໂຄກກວ້າງ ຂວາງຂັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດນາມໄດ້ຝັງຄວາມຮັກຢູ່ໃນໃຈຫົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້.
ຈາກນັ້ນບັນດາສະຫາຍການນໍາພັກ-ລັດ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍການນໍາລະດັບສູງຂອງພັກກອມມູນິດຫວຽດໄດ້ໄປທ່ຽວຊົມການວາງສະແດງຮູບພາບ ພາຍໃນຫໍພິພິຕະພັນ ໄກສອນ ພົມວິຫານ
Loading...