ກະຊວງວັດທະນະທໍາແຫ່ງສາທາລະນະລັດປະຊາຊົນຈີນຈັດງານສັບປະດາເຜີຍແຜ່ວັດທະນະທໍາ ແລະ ການທ່ອງ ທ່ຽວລາວ-ຈີນ ແລະ ສະເຫລີມສະຫລອງບຸນປີໃໝ່ຈີນປະຈໍາປີ 2022 ຈັດຂຶ້ນໃນວັນທີ 15 ກຸມພາ 2022ນີ້ ທີ່ໂຮງແຮມໂປລີ ເຂດເສດຖະກິດພິເສດບຶງທາດຫລວງ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ທ່ານ ຫູ້ເຫີພີງ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ອງຂອງ ສປ ຈີນ, ທ່ານ ສິນເສິນ ທີ່ປຶກສາສະຖານທູດຈີນປະຈໍາລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຍັງໄດ້ມອບໃບຍ້ອງຍໍຈາກກະຊວງ ຖວທ ໃຫ້ແກ່ບໍລິສັດລາວທາດຫລວງ ລົງທຶນພັດທະນາຈໍາກັດທີ່ປະກອບສ່ວນອຸປະຖໍາເຂົ້າໃນວຽກງານຂອງກະຊວງ ຖວທ ໃນໄລຍະຜ່ານມາ ພ້ອມທັງຮັບຊົມການສະແດງສີລະປະ ແລະ ດົນຕີພື້ນເມືອງຂອງຈີນເຊັ່ນ: ດົນຕີບຸນປີໃໝ່, ດົນຕີແຫ່ງລະດູບານໃໝ່, ການແຂ່ງມ້າ, ບົດເພງງານກິລາໂອລິມປິກ, ເຝື້ອ ແລະ ດວງເດືອນ, ເສັ້ນທາງສາຍໄໝບິນສູ່ທ້ອງຟ້າ ບົດຟ້ອນເຜົ່າຢ້າວ ແລະ ອື່ນໆ.
ການຈັດງານສັບ ປະດາເຜີຍແຜ່ວັດທະນະທໍາ ແລະ ການທ່ອງທ່ຽວ ລາວ-ຈີນຄັ້ງນີ້ ສະແດງເຖິງວັດທະນະທໍາທີ່ເປັນສື່ກາງໃນການເພີ່ມທະວີການເເລກປ່ຽນລະຫວ່າງປະຊາຊົນທັງສອງປະເທດນັບມື້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ. ນອກນີ້ ການສະເຫລີມສະຫລອງບຸນປີໃໝ່ຈີນກໍ່ເປັນປາງບຸນໜຶ່ງທີ່ສໍາຄັນທີ່ສືບທອດກັນມາແຕ່ບູຮານນະການ ມີເນື້ອໃນສະແດງເຖິງຄວາມຮັກແພງກົມກຽວ ແລະ ຄວາມຮັ່ງມີຜາສຸກ, ປັດຈຸບັນ ບຸນກຸດຈີນກາຍເປັນທີ່ນິຍົມກັນຢ່າງກວ້າງຂວາງ ທາມກາງການຈັດງານພາຍໃຕ້ຫົວຂໍ້ ມ່ວນຊື່ນປີໃໝ່ຈີນໃນຄັ້ງນີ້ ພວກເຮົາສາມາດແບ່ງປັນຄວາມສຸກ ຄວາມມ່ວນຊື່ນແກ່ກັນ ພ້ອມທັງຍັງເປັນການເຜີຍແຜ່ເອກະລັກ ທາງດ້ານວັດທະນະທໍາທັງສອງປະເທດໃຫ້ເປັນທີ່ຮູ້ຈັກກວ້າງຂວາງໃນສັງຄົມນັບມື້ຫລາຍຂຶ້ນ.
ໂດຍ: ບຸນຍັງ ພຸດສະຫວັດ
Loading...