ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງລາວ ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງຫວຽດນາມ ຈັດງານສັບປະດາ ວັດທະນະທຳ ຫວຽດນາມ ຢູ່ນະຄອນຫລວງວຽງຈັນໃນຕອນບ່າຍວັນທີ 18 ກໍລະກົດ 2022 ຢູ່ຫໍວັດທະນະທໍາເເຫ່ງຊາດນະຄອນຫລວງວຽງຈັນ ໃນໂອກາດສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ,ຫວຽດນາມ-ລາວ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມວັນທີ 9 ກັນຍາ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ວັນທີ 18 ກໍລະກົດ ຄົບຮອບ 45 ປີ, ໃຫ້ກຽດເຂົ້າຮ່ວມ ມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກປຊາຊົນປະຕິບວັດລາວ ຮອງນາຍົກລັດຖະມົນຕີ, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ມີ ບັນດາການນຳຂັ້ນສູງ ພັກ, ລັດ ຂອງທັງສອງປະເທດ ລາວ-ຫວຽດນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໂອກາດນີ້ ສະຫາຍ ຕະ ກວາງ ດົ່ງ ຮອງລັດຖະມົນຕີກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງຫວຽດນາມ ໄດ້ມີຄຳເຫັນ ໂດຍມີບາງຕອນທ່ານໃຫ້ຮູ້ວ່າ: ຕະຫລອດໄລຍະປະຫວັດສາດ 60 ປີແຫ່ງສາຍພົວພັນທາງການທູດ, ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ໄດ້ຮັບການເພີ່ມພູມຄນສ້າງເເລະ ເສີມຂະຫຍາຍຢຸດຢັ້ງ ແລະ ບັນລຸໄດ້ໝາກຜົນສຳຄັນໃນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງແຫ່ງຊາດ, ວັດທະນະທໍາ, ການສຶກສາ, ການຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການຂອງພັກ, ສະພາແຫ່ງຊາດ, ລັດ, ລັດຖະບານ ແລະ ທ້ອງຖິ່ນຂອງຫວຽດນາມ ແລະ ລາວ ຍາມໃດກໍ່ໄດ້ຮັບການເພີ່ມທະວີ, ບັນລຸໝາກຜົນຕົວຈິງໃນຫລາຍດ້ານ ນໍາມາເຊິ່ງຜົນປະໂຫຍດຫລາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນສອງປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ພ້ອມນັ້ນ, ທ່ານຍັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ການພ້ອມກັນຈັດຕັ້ງ “ສັບປະດາວັດທະນະທຳຫວຽດນາມ ຢູ່ລາວ” ແລະ “ສັບປະດາວັດທະນະທຳລາວ ຢູ່ຫວຽດນາມ” ເນື່ອງໃນໂອກາດສະເຫລີມສະຫລອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022 ໄດ້ ສືບຕໍ່ປະກອບສ່ວນເຂົ້າໃນການຟື້ນຟູ, ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວໃຫ້ນັບມື້ເເຕກດອກອອກຜົນຢ່າງບໍ່ຢຸດຢັ້ງ..
ໂອກາດດຽວກັນນີ້ ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີກະຊວງຖະເເຫລງຂ່າວວັດທະນະທໍາເເລະທ່ອງທ່ຽວຂອງ ລາວ ກ່າວວ່າ: ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮ່ວມກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງຫວຽດນາມ ຈັດຕັ້ງງານສັບປະດາວັດທະນະທຳ ຫວຽດນາມ ຢູ່ທີ່ນະຄອນຫລວງວຽງຈັນຂອງລາວ, ພ້ອມໆກັບການຈັດຕັ້ງສັບປະດາວັດທະນະທຳລາວ ຢູ່ນະຄອນຫລວງຮ່າໂນ່ຍ ຂອງຫວຽດນາມ ໃນມື້ດຽວກັນນີ້, ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ດ້ານວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ສອງກະຊວງ ໃນສົກ 2021ຫາ2025 ແລະ ແຜນຈັດຕັ້ງປະຕິບັດກິດຈະກໍາ ປະຈໍາປີ 2022 ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ,ຖານອ້າຍນ້ອງ ໃນຕະຫລອດໄລຍະຜ່ານມາ ກໍຄື ໃນຍຸກແຫ່ງການເຊື່ອມໂຍງ ພ້ອມທັງ ຕາງໜ້າໃຫ້ ລັດຖະບານ ກໍຄື ກະຊວງ ຖະເເຫລງຂ່າວວັດທະນະທໍາເເລະທ່ອງທ່ຽວ ໄດ້ສະແດງຄວາມຊົມ ເຊີຍ ມາຍັງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງ ຫວຽດນາມ ທີ່ໄດ້ມີ ຄວາມພະຍາຍາມສູງ ຈັດຕັ້ງສັບປະດາວັດທະນະທຳຄັ້ງນີ້ ເຊີ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ, ພ້ອມທັງອວຍພອນໃຫ້ງານສັບປະດາວັດທະນະທຳ ທີ່ ນະຄອນຫລວງວຽງຈັນ ຄັ້ງນີ້, ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ງານສັບປະດາວັດທະນະທຳຫວຽດນາມຈັດຂື້ນຢູ່ນະຄອນຫລວງວຽງຈັນໃນຄັ້ງນີ້,ປະກອບມີ ການວາງສະແດງຮູບພາບ ທີ່ສ່ອງແສງໃຫ້ເຫັນເຖິງ ທັດສະນີຍະພາບໂດຍລວມຂອງ ຫວຽດນາມ, ພ້ອມດ້ວຍຜົນງານອັນໃຫຍ່ຫລວງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກຄອມມູນນິດຫວຽດນາມ ນອກຈາກນີ້, ຍັງມີການສະແດງສິລະປະວັນນະຄະດີຂອງ ບັນດາ ນັກສິລະປະຫວຽດນາມ ທີ່ມີຄວາມຫລາກຫລາຍ ທາງດ້ານສິລະປະ, ວັດທະນະທຳ ອັນສວຍສົດງົດງາມ ຂອງປະຊາຊົນຫວຽດນາມ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະປະຫວັດສາດຍາວນານຂອງຕົນ ໂດຍສະເພາະ ໃນໄລຍະພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກຄອມມູນິດຫວຽດນາມ, ທີ່ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຖານອ້າຍນ້ອງ ໃນຂະບວນວິວັດແຫ່ງການເຊື່ອມໂຍງກັບສາກົນ.
ຂ່າວ: ເດດອາລຸນ ເເກ້ວວິໄລ