ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຊຸດອົບຮົມການນໍາໃຊ້ອຸປະກອນອອກອາກາດດ້ວຍພາບ ແລະສຽງທາງວິທະຍຸ ຈັດຂຶ້ນຕອນເຊົ້າວັນທີ 20 ກຸມພາ 2023 ທີ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍຮອງຜູ້ອໍານວຍການ, ຫົວໜ້າພະແນກ,ໂຄສົກ, ນັກຂ່າວ ແລະ ວິຊາການທີ່ກ່ຽວຂ້ອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ.
ທ່ານສຸວັນ ວິໄລແສງ ຜູ້ອໍານວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ກ່າວວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໃນການຮັບໃຊ້ສັງຄົມໃຫ້ມີຫລາຍຮູບຫລາຍສີ ເຊິ່ງຜ່ານມາມີແຕ່ສຽງ ເຊິ່ງຊຸດອົບຮົມຄັ້ງນີ້ ແມ່ນເປັນການຮຽນຮູ້ໃນສິ່ງທີ່ປະຕິບັດຜ່ານມາແລ້ວ ແຕ່ອຸປະກອນເຕັກນິກໄດ້ມີການພັດທະນາໄປໄວຫລາຍ ເຊິ່ງພວກເຮົາຕ້ອງຮຽນຮູ້ໃຫ້ທັນ ເພາະການຮຽນຮູ້ບໍ່ມີຍາມສິ້ນສຸດ ເພື່ອໃຫ້ອ້າຍນ້ອງເຕັກນິກມີຄວາມຊໍານິຊໍານານ ໃນການນໍາໃຊ້ເຄື່ອງມືໄດ້ຄ່ອງແຄ້ວ ລວມທັງໂຄສົກ ນັກຈັດລາຍການຕ່າງໆ ໃຫ້ສາມາດນໍາໃຊ້ອຸປະກອນແບບໃໝ່ໄດ້ດີ, ຍ້ອນພະນັກງານວິຊາການວິທະຍຸມີໜ້ອຍ ແຕ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃຫມ່ພັດມີສູງ ຈຳເປັນຕ້ອງໄດ້ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນເອງຂຶ້ນຕາມແນວທາງນະໂຍບາຍຂອງພັກທີ່ກະຊວງພາຍໃນໄດ້ແນະນຳ ເຊິ່ງພະນັກງານຜູ້ຫນຶ່ງຕ້ອງເຮັດໄດ້ຫລາຍຫນ້າວຽກ ທັງເປັນການຮອງຮັບການອອກລາຍການວິທະຍຸໃຫ້ສາມາດອອກອາກາດສົດລວມທັງພາບແລະສຽງ ເພື່ອໃຫ້ຜູ້ຟັງຜູ້ຊົມມີທາງເລືຶອກຫລາຍຂຶ້ນ
ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 5 ວັນ ເພື່ອຍົກລະດັບວິຊາການດ້ານເຕັກນິກການສຽງ ແລະອິນເຕີເນັດພ້ອມດ້ວຍພະແນກເນື້ອໃນ, ການຕະຫລາດ ໃຫ້ມີຄວາມພ້ອມໃນການນຳໃຊ້ອຸປະກອນເຕັກນິກ ອອກອາກາດທັງພາບ ແລະສຽງ ທັງກະກຽມເອົາລາຍການວິທະຍຸອອກອາກາດທາງອອນລາຍໃຫ້ນັບມື້ນັບຫລາຍຂຶ້ນ ຄືການນຳໃຊ້ອຸປະກອນໃນຫ້ອງສົ່ງໃຫ້ວ່ອງໄວທັນເຫດການ.