ເພື່ອເປັນການສືບຕໍ່ຂະຫຍາຍສາຍພົວ ພັນການທູດ ກັບບັນດາປະເທດເພື່ອນມິດໃນໂລກ ພ້ອມທັງ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ປານາມາ (Republic of Panama), ໃນຕອນບ່າຍຂອງວັນທີ 9 ກັນຍາ 2021 ຢູ່ທີ່ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປານາມາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສະຫະລັດ ອາເມລິກາ ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປານາມາ ແມ່ນ ທ່ານ ນາງ ມຼາໂກວາ ຄອນເຊບຊີອົ່ງ ຮາຣາມີໂຢ (H.E. Markova CONCEPCIÓN JARAMILLO), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາ ລະນະລັດ ປານາມາ ປະຈໍາອົງການ ສປຊ ໂດຍມີບັນດານັກການທູດຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ. ການປຶກສາຫາລື ແລະ ຕົກລົງກັນ ລະຫວ່າງສອງລັດຖະບານ ກ່ຽວກັບການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ແມ່ນໄດ້ມີຂຶ້ນໃນປີ 2019 ຜ່ານມາ ແຕ່ຍັງບໍ່ສາມາດຈັດຕັ້ງພິທີລົງ ນາມຢ່າງເປັນທາງການກ່ອນຫນ້ານີ້ໄດ້ ອັນເນື່ອງຈາກສະພາບຄວາມກຽມພ້ອມຂອງທັງສອງຝ່າຍ. ການສ້າງຕັ້ງສາຍພົວພັນການທູດກັບ ສ.ປານາມາ ຄັ້ງນີ້ເປັນການປະກອບ ສ່ວນທີ່ສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ກັບບັນດາປະເທດໃນໂລກ.
ສາທາລະນະລັດ ປານາມາ ຕັ້ງຢູ່ໃນພາກພື້ນ ອາເມລິກາລາຕິນ (ອາເມລິກາກາງ), ມີນະຄອນຫລວງຊື່: Panama City, ນໍາໃຊ້ສະກຸນເງິນ: Balboa (PAB), ມີປະຊາກອນ 4,376,149 ຄົນ (2021), ພາສາທາງການແມ່ນ ແອັດສະປາຍໂຍນ, ວັນຊາດ ແມ່ນວັນທີ 3 ພະຈິກ ແລະ ປານາມາ ໄດ້ຖືເອົາວັນທີ 28 ພະຈິກ ເປັນວັນພັກລັດຖະການ ເນື່ອງຈາກເປັນວັນທີ່ໄດ້ຮັບເອກະລາດຈາກ ແອດສະປາຍ ໃນປີ 1821. ສາທາລະນະລັດ ປານາມາ ເຂົ້າເປັນ ສະມາຊິກອົງການ ສປຊ ໃນວັນທີ 13 ພະຈິກ 1945, ມີທີ່ຕັ້ງເປັນຍຸດທະ ສາດຂອງການຂົນສົ່ງສິນຄ້າທາງທະເລ ໂດຍມີຄອງເດີນເຮືອ (Panama Canal) ທີ່ເຊື່ອມຈອດ ລະຫວ່າງ 2 ມະຫາສະມຸດ ອັດລັງຕິກ ແລະ ປາຊີຟິກ. ສ. ປານາມາ ເປັນປະເທດກຳລັງພັດທະນາ ຊຶ່ງພື້ນຖານເສດຖະກິດ ແມ່ນອີງໃສ່ດ້ານອຸດສາຫະ ກຳໜັກ ແລະ ອຸດສາຫະກຳປຸງແຕ່ງ ເປັນຕົ້ນແມ່ນ ການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ, ທາດໂລຫະເຫຼັກ ແລະ ຄຳ, ອຸດສາຫະກຳປຸງແຕ່ງກະສິກຳ ແລະ ອາຫານ ແລະ ຜະລິດກະສິກຳ ເພື່ອສົ່ງອອກ ເຊັ່ນ: ຫມາກກ້ວຍ, ກາເຟ, ໂກໂກ້, ຫມາກພ້າວ, ສາລີ, ມັນຝຣັ່ງ, ເຂົ້າ ແລະ ອ້ອຍ ແລະ ສັດລ້ຽງ. ນອກນັ້ນ ຍັງເປັນປະເທດ ທີ່ມີຊື່ສຽງທາງດ້ານການທ່ອງທ່ຽວ, ການບໍລິການທາງດ້ານການເງິນ ແລະ ອະສັງຫາລິມະສັບ.

