ສູນສື່ສານເພື່ອສຸຂະພາບເເລະສຸຂະສຶກສາ ກະຊວງສາທາລະນະສຸກ ຈັດກອງປະຊຸມຝຶກອົບຮົມປຶກສາຫາລືວຽກງານໂຄສະນາເພື່ອເພີ່ມອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ19 ເເລະວັກຊີນພາກປົກກະຕິໃຫ້ເເກ່ສື່ມວນຊົນຂັ້ນສູນກາງເເລະບັນດາເເຂວງພາກໃຕ້ ໃນຕອນເຊົ້າວັນທີ 31 ສິງຫາ 2022 ຢູ່ຫ້ອງປະຊຸມໂຮງເເຮມຈໍາປາສັກເເກຣນ ນະຄອນປາກເຊ ເເຂວງຈໍາປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ວິສິດ ຄໍາລືຊາ ຫົວຫນ້າສູນສື່ສານເພື່ອສຸຂະພາບເເລະສຸຂະສຶກສາ ກະຊວງສາທາລະນະສຸກ,ດຣ ນາງສັງວານ ເເສນສຸກ ຮອງຫົວຫນ້າພະເເນກສາທາລະນະສຸກ ເເຂວງຈໍາປາສັກ, ມີຕາງຫນ້າກົມອະນາໄມ ເເລະສົ່ງເສີມສຸຂະພາບ,ສູນວິເຄາະ ເເລະ ລະບາດວິທະຍາທີ່, ສູນສື່ສານເພື່ອສຸຂະພາບເເລະສຸຂະສຶກສາ ທີ່ມາຈາກນະຄອນຫລວງວຽງຈັນ,ຄໍາມ່ວນ,ສະຫວັນນະເຂດ,ສາລະວັນ,ຈໍາປາສັກ,ເຊກອງ ເເລະ ອັດຕະປື ພ້ອມດ້ວຍ ສື່ມວນຊວນ ທີ່ມາຈາກສູນກາງເຂົ້າຮ່ວມ.
ທ່ານ ວິສິດ ຄໍາລືຊາ ຕາງຫນ້າຄະນະປະທານ ມີຄໍາເຫັນກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເເມ່ນເປັນຄັ້ງທີ່ສອງເເລ້ວ ເຊີ່ງຄັ້ງທໍາາອິດໄດ້ຈັດຂື້ນຢູ່ເມືອງວັງວຽງເເຂວງວຽງຈັນ ເເລະ ຄັ້ງທີ3 ຈະສືບຕໍ່ຈັດຂື້ນຢູ່ບັນດາເເຂວງພາກເຫນືອໃນອີກບໍ່ດົນນີ້ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນການປຸກລະດົມ ແລະ ໂຄສະນາສະພາບການຄວບຄຸມພະຍາດ ແລະ ການສັກຊີນປ້ອງກັນພະຍາດ ໂຄວິດ 19 ຜ່ານທາງສື່ມວນຊົນ, ສື່ອອນລາຍ ແລະ ຊຸມຊົນ ນັບເເຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນໃນໄລຍະຜ່ານມາ ເພື່ອວາງທິດທາງແຜນການ ໂຄສະນາ ແລະ ປຸກລະດົມ ການສັກວັກຊີນປ້ອງກັນພະຍາດ ໂຄວິດ 19 ຜ່ານສື່ມວນຊົນ ໃຫ້ໄດ້ຮັບປະສິດທິພາບເເລະປະສິດທິຜົນຫລາຍຂື້ນກວ່າເກົ່າ ນອກຈາກນີ້ ຍັງໄດ້ເຊີນເອົາສື່ມວນຊົນຈາກພາກສ່ວນຕ່າງໆໂດຍສະເພາະສື່ມວນຊົນຢູ່ຂັ້ນສູນກາງເຂົ້າມາຮ່ວມຕື່ມອີກ ເນື່ອງຈາກວ່າ ສື່ມວນຊົນມີບົດບາດສໍາຄັນຫລາຍ ໃນການໂຄສະນາຂໍ້ມູນຂ່າວສານໄດ້ຢ່າງກວ້າງຂວາງ ໂດຍສະເພາະການປຸກລະດົມໃຫ້ປະຊາຊົນຮູ້ຈັກຜົນຮ້າຍ,ໄພອັນຕະລາຍ,ວີທີປ້ອງກັນ ລວມເຖີງການເຂົ້າມາສັກວັກຊີນປ້ອງກັນພະຍາດໂຄວິດ19.
ກອງປະຊຸມຝຶກອົບຮົມປຶກສາຫາລືວຽກງານໂຄສະນາເພື່ອເພີ່ມອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ19 ເເລະວັກຊີນພາກປົກກະຕິໃຫ້ເເກ່ສື່ມວນຊົນຂັ້ນສູນກາງເເລະບັນດາເເຂວງພາກໃຕ້ ໃນຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງການນຳສະເໜີການບໍລິການວັກຊີນກັນພະຍາດໂຄວິດ 19 ຢູ່ ລາວ ຄາດໝາຍ, ສະພາບການຕົວຈິງ, ບັນຫາ ແລະ ສິ່ງທ້າທາຍ,ການສື່ສານເພື່ອປຸກລະດົມຊຸມຊົນສຳລັບການເຂົ້າເຖີງການບໍລິການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19,ການນຳສະເໜີບົດຄຳຖາມ-ຄຳຕອບ ກ່ຽວກັບພະຍາດ ແລະ ວັກຊິນກັນພະຍາດໂຄວິດ 19,ຫຼັກການລວມການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອພະຍາດໂຄວິດ19 ລວມເຖີງວຽກງານສໍາຄັນປີ່ນອ້ອມຈໍານວນຫນື່ງ ເຊີ່ງໄດ້ດໍາເນີນເປັນເວລາ3ວັນ ນັບເເຕ່ວັນທີ 31ສີງຫານີ້ ຫາ ວັນທີ 2ກັນຍາຫນ້ານີ້ຈື່ງສໍາເລັດ.
ໂດຍ: ເດດອາລຸນ ແກ້ວວິໄລ
