ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 24ພຶດສະພາ 2022 ທ່ານເເສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ເເລະກິລາ ທັງເປັນຫົວຫນ້າຄະນະນັກກິລາລາວເຂົ້າຮ່ວມຊີເກມຄັ້ງທີ31 ໄດ້ນໍາພາຄະນະຄູຝຶກເເລະນັກກິລາ ຈໍານວນ117 ຈາກທັງຫມົດ10ປະເພດກິລາຄື: ວໍວີນາມ, ມວຍລາວ, ຍີງປືນ,ມວຍສາກົນ, ລົດຖີບ.​ ດອກປີກໄກ່, ຍົກນໍ້າຫນັກ, ບີລຽດ-ສະນຸກເກີ້ ເເລະ ກິລາອີສະປອດ​ ເດີນທາງມາເຖິງສະຫນາມບິນສາກົນ ວັດໄຕນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ ພາຍຫລັງໄດ້ນໍາພາຄະນະຄູຝຶກເເລະນັກກີລາລາວປະເພດຕ່າງໆເຂົ້າຮ່ວມເເຂ່ງຂັນ ງານມະຫາກໍາກິລາຊີເກມຄັ້ງທີ31ຢູ່ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມລະຫວ່າງວັນທີ 12ຫາ 23ພຶດສະພານີ້ ຕາງຫນ້າໃຫ້ກະຊວງສຶກສາທິການເເລະກິລາ ໃຫ້ກຽດຕ້ອນຮັບໂດຍທ່ານສົມພູ ພົງສາ ເລຂາທິການຄະນະກໍາມະການ ໂອເເລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ.
ທ່ານເເສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການເເລະກິລາໃຫ້ສໍາພາດວ່າ: ການເຂົ້າຮ່ວມເເຂ່ງຂັນ ງານມະຫາກໍາກິລາຊີເກມຄັ້ງທີ31ຢູ່ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມລະຫວ່າງວັນທີ 12ຫາ 23ພຶດສະພານີ້ ຂອງຄະນະນັກກິລາລາວໃນຄັ້ງນີ້ຖືວ່າໄດ້ຮັບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້ ໂດຍສາມາດຍາດໄດ້ 2ຫລຽນຄໍາ, 7ຫລຽນເງີນ ເເລະຫລຽນທອງ33ຫລຽນລວມທັງຫມົດ42ຫລຽນ ລື່ນຄາດຫມາຍຈາກການເຂົ້າຮ່ວມຊີເກມຄັ້ງທີຜ່ານມາ ເຊີ່ງການເຂົ້າຮ່ວມເເຂ່ງຂັນງານມະຫາກໍາກິລາຊີເກມຄັ້ງທີ31ນີ້ ເຖິງວ່າພົບຄວາມຫຍຸ້ງຍາກຫລາຍຢ່າງໂດຍສະເພາະການລະບາດຂອງພະຍາດໂຄວີດ19, ງົບປະມານມີຈໍາກັດ ເເຕ່ຄະນະນໍາ, ຄູຝຶກເເລະນັກກິລາໄດ້ຕັດສີນໃຈຜ່ານຜ່າອຸປະສັກຕ່າງໆ ຈົນສາມາດຍາດໄດ້ເຖີງ2ຫລຽນຄໍາຈາກກິລາວໍວີນາມ.
ໂອກາດດຽວກັນນີ້ ທ່ານວຽງສຸກ ຮັງເງີນ ຫົວຫນ້າຄູຝຶກກິລາວໍວີນາມທີມຊາດລາວທີ່ເຂົ້າຮ່ວມງານມະຫາກໍາກິລາຊີເກມຄັ້ງທີ31ໃຫ້ສໍາພາດວ່າ:ການເຂົ້າຮ່ວມເເຂ່ງຂັນງາມມະຫາກໍາກິລາຊີເກມຄັ້ງທີ31ຢູ່ຫວຽດນາມ ສະຫະພພັນກິລາວໍວີນາມໄດ້ສົ່ງນັກກິລາເຂົ້າຮ່ວມເເຂ່ງຂັນທັງຫມົດ13ລາຍການຈາກການເເຂ່ງຂັນທັງຫມົດ15ລາຍການເເຕ່ເນື່ອງຈາກສະພາບເເວດລ້ອມບໍ່ອໍານວຍໄດ້ຕັດລົງລາຍການຫນື່ງຍັງເຫລືອ12ລາຍການ ເເລະສາມາດຍາດໄດ້2ຫລຽນຄໍາ,1ຫລຽນເງີນປະເພດຕໍ່ສູ້ ເເລະ 6ຫລຽນທອງໃນນີ້ປະເພດຕໍ່ສູ້3ຫລຽນ ລື່ນເເຜນການທີ່ວາງໄວ້.
ສ່ວນທ້າວໄພລັດ ທໍາມະວົງສາ,ນາງມາລາ ຈັນທະລັກສາ ເເລະນາງ ພິກສະໄຫມ ອິນສຸມັງ ນັກກິລາວໍວີນາມທີມຊາດລາວທີ່ຍາດໄດ້ຫລຽນຄໍາໃນການເຂົ້າຮ່ວມເເຂ່ງຂັນງານມະຫາກໍາກິລາຊີເກມຄັ້ງທີ31ທີ່ປະເທດຫວຽດນາມໄດ້ສະເເດງຄວາມຮູ້ສຶກດີໃຈເເລະພາກພູມໃຈທີ່ສຸດທີ່ຕົນເອງສາມາດຍາດໄດ້ຫລຽນຄໍາໃນຄັ້ງນີ້ ສາມາດສ້າງກຽດຊື່ສຽງມາໃຫ້ປະເທດຊາດກໍ່ຄືສະຫະພັນ ພ້ອມທັງສະເເດງຄວາມຂອບໃຈຕໍ່ຄະນະນໍາຄູຝຶກ,ຄອບຄົວ ເເລະ ພາກສ່ວນຕ່າງໆທີ່ໃຫ້ການສະຫນັບສະຫນູນ ເເລະ ໃຫ້ຄໍາຫມັ້ນສັນຍາວ່າຈະສືບຕໍ່ເອົາໃຈໃສ່ຝຶກຊ້ອມໃຫ້ຫລາຍຂື້ນເພື່ອຮັກສາມູນເຊື້ອນີ້ໄວ້ ເເລະຍາດໃຫ້ໄດ້ຜົນງານໃຫມ່ໃຫຍ່ຫລວງກວ່າເກົ່າ.
ຂ່າວ: ເດດອາລຸນ
ພາບ: ຄໍາກອງ
May be an image of 3 people and people standing
May be an image of 12 people and people standing
May be an image of 9 people and people standing