ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຖະແຫຼງຂ່າວຜົນການເຂົ້າຮ່ວມພິທີມອບ-ຮັບລາງວັນຊີໄຣປີ 2019 ຫາ 2021 ຈັດຂື້ນ ຕອນເຊົ້າວັນທີ 12 ສິງຫາ 2023 ທີ່ຫ້ອງການສະມາຄົມນັກປະພັນລາວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍການເຂົ້າຮ່ວມຂອງທ່ານ ທອງໃບ ໂພທິສານ ປະທານສະມາຄົມ ນັກປະພັນລາວ ພ້ອມດ້ວຍຄະນະບໍລິຫານງານ, ທີ່ປຶກສາສະມາຄົມນັກປະພັນລາວ, ມີພຣະເຖລານຸເຖລະ, ນັກສິລະປິນແຫ່ງຊາດ, ສິລະປິນດີເດັ່ນສາຂາວັນນະກໍາ, ນັກປະພັນ, ອາວຸໂສ, ຫນຸ່ມນ້ອຍ ລວມທັງນັກປະພັນ, ນັກກະວີທີ່ໄດ້ຮັບລາງວັນຊີໄຣ ປີ 2019, 2020, 2021 ແລະແຂກຮັບເຊີນເຂົ້າຮ່ວມ.
ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ມີຄໍາເຫັນວ່າ: ລາງວັນຊີໄຣ ເປັນ ລາງວັນທີ່ຊົງກຽດ ແລະ ມີຊື່ສຽງຂອງອາຊຽນກໍຄືຂອງນັກປະພັນ, ນັກກະວີລາວ. ຊຶ່ງລາງວັນນີ້ໄດ້ເປັນ ນິມິດຫມາຍທີ່ມີຄວາມຫມາຍຄວາມສໍາຄັນຕໍ່ນັກປະພັນ-ນັກກະວີກໍຄືປະເທດຊາດ ໂດຍສະເພາະ ໃນວົງການນັກປະພັນ-ນັກກະວີລາວທີ່ເຕີບໃຫຍ່ເຂັ້ມແຂງ, ຄຽງບ່າຄຽງໄຫຼ່ກັບບັນດາປະເທດໃນອາຊຽນ ທີ່ ສາມາດເວົ້າຈາ, ສົນທະນາ, ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ຖອດຖອນບົດຮຽນປະສົບການ ຕ່າງໆເຊິ່ງກັນ ແລະ ກັນໄດ້.
ທ່ານ ອຸດົມ ຮອບຄອບ ນາມປາກກາ ປິຕິ ທິວາຊົນ ເຊິ່ງເປັນຜູ້ຊະນະເລີດປະເພດເລື່ອງສັ້ນ ທີ່ມີຊື່ວ່າ ເຄິ່ງຄ່າ ໄດ້ໃຫ້ສໍາພາດວ່າ: ເລື່ອງສັ້ນທີ່ເຂົ້າປະກວດໃນປີ 2020 ແມ່ນເລື່ອງ ເຊິ່ງຄ່າ ເຊິ່ງໄດ້ພັນລະນາ ແລະ ເວົ້າເຖິງຄົນພິການຄົນຫນື່ງທີ່ເຂົ້າໄປໃຊ້ບໍລິການໃນໂຮງຫມໍແຫ່ງຫນື່ງ ແຕ່ລາວບໍ່ມີເງິນພຽງພໍທີ່ຈະໃຊ້ ຈ່າຍຄ່າໂຮງຫມໍ ແຕ່ລາວໄດ້ເວົ້າວ່າລາວເປັນຄົນພິການຂາຂາດ ສະນັ້ນລາວຈື່ງຂໍຈ່າຍເຄິ່ງຄ່າ ເຊິ່ງນັ້ນກໍ່ ເປັນທີ່ມາທີ່ເຮັດໃຫ້ບົດເລື່ອງສັ້ນເລື່ອງນີ້ເປັນທີ່ຖືກອົກຖືກໃຈຂອງຄະນະກໍາມະການ ເຮັດໃຫ້ເລື່ອງນີ້ ສາມາດໄດ້ຮັບລາງວັນຊະນະເລີດໃນປີ 2020 ແລະປື້ມເລື່ອງນີ້ມີວາງຈໍາຫນ່າຍຢູ່ຮ້ານຄ້າ, ຮ້ານຂາຍປື້ມ ທົ່ວໄປ ແລະ ຫໍສະຫມຸດຕ່າງໆ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮ່ວມລາງວັນຊີໄຣ ນັບແຕ່ປີ 1998, ມາຮອດ ປັດຈຸບັນ ມີນັກປະພັນ, ນັກກະວີໄດ້ຮັບລາງວັນເຫຼົ່ານີ້ແລ້ວທັງຫມົດ24 ຄົນ. ສໍາລັບປີ 2019 ແມ່ນພຣະອາຈານ ໄພວັນ ມາລາວົງ ນາມປະກາ ລູກດອນກະເດັນ ເປັນຜູ້ຊະນະເລີດປະເພດບົດກະວີ ທີ່ມີຊື່ວ່າ: ຫອມແຜ່ນດິນລາວ, ປີ 2020 ແມ່ນທ່ານ ອຸດົມ ຮອບຄອບ ມີນາມປາກກາ ປິຕິ ທິວາຊົນ ເປັນຜູ້ຊະນະເລີດປະເພດເລື່ອງສັ້ນ ທີ່ມີຊື່ວ່າ: ເຄິ່ງຄ່າ ແລະ ປີ 2021 ແມ່ນທ່ານນາງ ທິບພະເກສອນ ດວງຈັກ ເປັນຜູ້ຊະນະເລີດປະເພດເລື່ອງຍາວ ຫຼື ນະວະນິຍາຍ ທີ່ມີຊື່ວ່າ: ຮັກນີ້ນິລັນດອນ . ເນື່ອງ ຈາກສະຖານະການລະບາດຂອງພະຍາດໂຄວິດ19 ພິທີມອບ-ຮັບລາງວັນຊີໄຣ ໄດ້ມີການເລື່ອນອອກ ໄປຈົນມາຮອດວັນທີ 9 ຫາ 11 ສິງຫານີ້ ຈຶ່ງໄດ້ມີພິທີມອບ-ຮັບຢ່າງເປັນທາງການ ທີ່ນະຄອນຫຼວງ ບາງກອກ ປະເທດໄທ.