ວັນທີ 2 ກຸມພານີ້, ພິທີສົ່ງຕໍ່ທວນໄຟງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ທ່ານຮັນເຈິ້ງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ຫົວໜ້າໜ່ວຍນຳພາວຽກງານງານກິລາໂອລິມປິກລະດູໜາວຄັ້ງທີ 24 ໄດ້ເຂົ້າຮ່ວມພິທີດັ່ງກ່າວ, ທ່ານໄດ້ໃຕ້ທວນໄຟງານກິລມໂອລິມປິກລະດູໜາວປັກກິ່ງປີ 2022 ແລະປະກາດເລີ່ມສົ່ງຕໍ່ທວນໄຟຢ່າງເປັນທາງການ.
ກິດຈະກຳສົ່ງຕໍ່ທວນໄຟຂອງງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ໄດ້ເນັ້ນຫົວຂໍ້ “ຕ້ອນຮັບການນັດໝາຍຂອງຫິມະແລະນ້ຳກ້າມ, ກ້າວໄປສູ່ອະນາຄົດທີ່ດີງາມ.” ການສົ່ງຕໍ່ທວນໄຟຈະດຳເນີນຢູ່ເຂດແຂ່ງຂັນ 3 ແຫ່ງຄືປັກກິ່ງ, ຢຽນຊິ້ງແລະຈ່າງເຈ່ຍໂຂວ. ວັນທີ 4 ກຸມພານີ້, ໂດຍຜ່ານການສົ່ງຕໍ່ດ້ວຍຜູ້ສົ່ງຕໍ່ທວນໄຟ 1200 ຄົນ, ໃນທີ່ສຸດ, ທວນໄຟຂອງງານກິລາໂອລິມປິກລະດູໜາວປັກກິ່ງຈະຖືກສົ່ງໄປເຖິງຫໍທວນໄຟຫຼັກຂອງສະໜາມກິລາແຫ່ງຊາດຈີນ, ແລະຕ້ອນຮັບງານໂອລິມປິກລະດູໜາວທີ່ມາເຖິງ.
