ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ່ 13 ຕຸລາ 2023 ທີ່ໂຮງຮຽນປະຖົມໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ຈັດພິທີເປີດຂະບວນການກິນຢາຂ້າແມ່ທ້ອງ ເດັກໃນໂຮງຮຽນປະຖົມ ແລະມັດທະຍົມໃນຂອບເຂດທົ່ວປະເທດ ໂດຍມີທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ, ທ່ານ Dr. Satoko, OTSU. WHO OIC, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມດ້ວຍ ວິຊາການ ຕະຫຼອດຮອດ ຄູອາຈານ,ນັກຮຽນເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ແມ່ທ້ອງ ແມ່ນເຊື້ອກາຝາກຊະນິດນຶ່ງທີ່ອາໄສຢູ່ນໍາຄົນເຮົາ ໂດຍຍາດກິນອາຫານທຸກຊະນິດທີ່ຄົນເຮົາກິນເຂົ້າໄປ ຍັງມີບາງຊະນິດກໍດູດກິນເລືອດເຮັດໃຫ້ຄົນເຮົາຂາດສານອາຫານ ແລະ ຂາດເລືອດ ຖ້າໃຜມີແມ່ທ້ອງຫຼາຍ ບໍ່ໄດ້ຂ້າກໍຈະພາໃຫ້ຂື້ນສະໝອງ ຮ້າຍແຮງໄປກວ່າານັ້ນກໍສາມາດເຮັດໃຫ້ເສຍຊີວິດໄດ້.
ມາໃນປີ 2002 ໄດ້ມີການສຳຫຼວດ ກວດອາຈົມໃນຂອບເຂດທົ່ວປະເທດ ກ່ຽວກັບພະຍາດກາຝາກໃນກຸ່ມປະຊາກອນເດັກເຂົ້າຮຽນ, ຜົນຂອງການສຳຫຼວດສະແດງໃຫ້ເຫັນອັດຕາການຕິດເຊື້ອຢູ່ໃນລະຫວ່າງ 1 – 96%, ເຊິ່ງເຫັນວ່າ ອັດຕາການຕິດເຊື້ອຍັງສູງ, ສາເຫດຍ້ອນການບໍລິການສາທາລະນະສຸກເຊັ່ນ: ນໍ້າສະອາດ ແລະ ສຸຂະພິບານ ຍັງບໍ່ທົ່ວເຖິງ, ສໍາລັບການສຶກສາ ຍັງເຂົ້າບໍ່ເຖິງບ່ອນຫ່າງໄກສອກຫຼີກ ເຊິ່ງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະແມ່ນເດັກຊັ້ນປະຖົມ ແລະ ມັດທະຍົມ ທີ່ຍັງເປັນກຸ່ມສ່ຽງ ພ້ອມນັ້ນອັດຕາການກິນຢາຍັງຕໍ່າ ໄດ້ 40-55%, ບໍ່ສາມາດບັນລຸຄາດໝາຍທີ່ຕັ້ງໄວ້ (ແມ່ນ 75%). ດັ່ງນັ້ນ, ກະຊວງສາທາລະນະສຸກ ໄດ້ກຳນົດເອົາວຽກງານການກີນຢາຂ້າແມ່ທ້ອງໃນໂຮງຮຽນ ເປັນບູລິມະສິດນຶ່ງຂອງກະຊວງສາທາລະນະສຸກ.
ໃນປີ 2003 ສອງກະຊວງ ລະຫວ່າງກະຊວງສຶກສາ ແລະ ສາທາ ໄດ້ມີການເຊັນບົດບັນທຶກຮ່ວມກັນລະຫວ່າງ ລະຫວ່າງວຽກງານການກິນຢາຂ້າແມ່ທ້ອງ ໂດຍກໍານົດເອົາເປົ້າໝາຍເດັກເຂົ້າໂຮງຮຽນ ແຕ່ອາຍຸ 5-14ປີ (ເຫດຜົນເລືອກເອົາແຕ່ກຸ່ມເປົ້າໝາຍນີ້ຍ້ອນວ່າເປັນກຸ່ມທີ່ມີອັດຕາສ່ຽງສູງ ແລະ ທີ່ສໍາຄັນກໍແມ່ນຍ້ອນງົບປະມານເຮົາບໍ່ພຽງພໍ, ຍ້ອນວ່າຢາແມ່ນເຮົາໄດ້ຮັບການຊ່ວຍເຫຼືອລ້າຈາກອົງການອະນາໄມໂລກ, ສ່ວນການຈັດຕັ້ງກິນຢາກໍໄດ້ຄູອາຈານຊ່ວຍເຫຼືອໂດຍບໍ່ໄດ້ເສຍຄ່າ, ສ່ວນສາທາກໍໄດ້ຊ່ວຍເຫຼືອເວລາເກີດຜົນຂ້າງຄຽງພາຍຫຼັງການກິນຢາ. ຈຸດປະສົງຫຼັກກໍ ເພື່ອແນໃສ່ເຮັດໃຫ້ເດັກນ້ອຍມີສຸຂະພາບທີ່ແຂງແຮງ ເດັກບໍ່ຂາດສານອາຫານ, ເຮັດໃຫ້ການພັດທະນາຈະເລີນເຕີບໂຕຂອງເດັກໄວຂື້ນ, ການຕິດເຊື້ອຫຼຸດລົງ ແລະ ຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ເກີດມາຈາກພະຍາດແຊກຊ້ອນຕ່າງໆ.
ພາຍຫຼັງໄດ້ເຮັດວຽກຮ່ວມກັນເຫັນວ່າສອງກະຊວງໄດ້ມີການຮ່ວມມືປະສານງານ ແຕ່ຂັ້ນສູນກາງຮອດໂຮງຮຽນ,ສຸກສາລາ ໄດ້ຮັບຜົນດີເຊິ່ງສະແດງເຖິງອັດຕາກິນຢາຂອງນັກຮຽນເພີ່ມຂື້ນ 75-90%, ແຕ່ມາຮອດປີ 2019-2022 ການຈັດຕັ້ງການກິນຢາເດັກໃນໂຮງຣຽນໄດ້ຢຸດສະງັກຍ້ອນ: ເກີດຜົນຂ້າງຄຽງພາຍຫຼັງການກິນຢາຢູ່ນະຄອນຫຼວງ ແລະ ມີການພະຍາດ COVID-19.
ຕອນທ້າຍ ທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ ຄະນະຮັບຜິດຊອບວຽກງານການກິນຢາຂ້າແມ່ທ້ອງ ຈົ່ງພ້ອມກັນສືບຕໍ່ເປັນເຈົ້າການໃນວຽກງານດັ່ງກ່າວໂດຍເນັ້ນໃສ່: ເອົາວຽກງານສຸຂະສຶກສາເປັນປາຍແຫຼມ ໂດຍການເຮັດໂຄສະນາທຸກຊ່ອງທາງໃຫ້ທົ່ວເຖິງ ແລະ ສາມາດສື່ສານທຸກພາສາໃນທ້ອງຖິ່ນ, ເອົາວຽກງານປະສານງານຮ່ວມມື ເປັນຕົ້ນຕໍ ຂອດປະສານງານເຮັດວຽກຮ່ວມກັບອົງການປົກຄອງທ້ອງຖິ່ນໃຫ້ຫຼາຍຂື້ນ, ໃຫ້ເພິ່ນຮັບຮູ້ເຖິງຜົນດີຂອງການກິນຢາຂ້າແມ່ທ້ອງ , ເອົາວຽກງານການແກ້ໄຂບັນຫາ ແລະ ປິ່ນປົວ ເປັນສໍາຄັນ.