ພິທີເປີດໂຄງການພຣະສະມະນະທູດລາວ ້ຈັດຂຶ້ນໃນຕອນບ່າຍວັນທີ 28 ມີຖຸນາ 2022 ທີ່ ຫໍປະຊຸມສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍໃຫ້ກຽດເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ), ພະອາຈານໃຫຍ່ບຸນສ່ວນ ພັນທະວົງ ຮອງປະທານ ອພສ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີພະສົງສຳມະເນນ ພ້ອມຜູ້ແທນສາສະໜາຕ່າງໆທັງພາຍໃນ, ຕ່າງປະເທດແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງໂຄງການພະສະມະນະທູດລາວແມ່ນເພື່ອຝຶກອົບຮົມ ພຣະສະມະນະທູດລາວໃຫ້ມີຄວາມຮູ້ຄວາມສາມາດໃຫ້ມີຄວາມໝັ້ນໃຈ ໃນການປະຕິບັດສາສະນະກິດຕາມວັດຖຸປະສົງ, ເພື່ອກຽມພ້ອມພຣະສະມະນະທູດລາວທີ່ມີຄຸນສົມບັດເໜາະສົມໃນການສົງເສີມສະໜັບສະໜູນພຣະສົງລາວທີ່ເຮັດໜ້າທີ່ເຜີຍແຜ່ພຣະພຸດທະສາສະໜາຢູ່ຕ່າງປະເທດ,ເພື່ອສະໜອງນະໂຍບາຍຂອງພັກ-ລັດ ແລະ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໂດຍລວມ, ໂດຍສະເພາະຄືກຳມາທິການ ການຕ່າງປະເທດທາງດ້ານການພົວພັນວຽກງານຕ່າງປະເທດຂອງພຣະພຸດທະສາສະໜາ ແລະ ສາສະໜາອື່ນ ແລະ ເຮັດໃຫ້ພະສົງສາມະເນນລາວ ພໍ່ຂາວ, ແມ່ຂາວ ມີຄວາມຮູ້ມີຄວາມສາມາດ, ມີຄວາມໝັ້ນໃຈຕົນເອງໃນການໄປເຜີຍແຜ່ ພຣະພຸດທະສາສະໜາທັງພາຍໃນປະເທດ ແລະ ຕ່າງປະເທດ, ໄດ້ນຳເອົາພຣະພຸດທະສາສະໜາຕະຫຼອດເຖິງຮີດຄອງປະເພນີວັດທະນະທຳຂອງລາວ ແນວທາງນະໂຍບາຍຂອງພັກ-ລັດອອກໄປເຜີຍແຜ່ໃຫ້ຕ່າງປະເທດໃນໂລກຮັບຮູ້ຢ່າງກວ້າງຂວາງ, ເຮັດໃຫ້ເກີດການເຜີຍແຜ່ພຣະພຸດທະສາສະໜາຢ່າງມີຮູບການທີ່ເປັນເອກະລັກ ແລະ ເອກະພາບທັງພາຍໃນ ແລະ ຕ່າງປະເທດ, ຍົກສູງພາລະບາດບາດຂອງພຣະສົງລາວໃນພາກພື້ນ ແລະ ສາກົນ.
ພຣະສະມະນະທູດມີພາລະບົດບາດ ແລະ ໜ້າທີ່ສຳຄັນໃນການເຜີຍແຜ່ຫຼັກທຳເປັນຜູ້ນຳໃນການຟື້ນຟູພຣະພຸດທະສາສະໜາພ້ອມທັງເປັນຜູ້ສົ່ງເສີມການຮຽນຮູ້ ແລະ ສ້າງຄວາມສາມັກຄີໃຫ້ແກ່ຊຸມຊົນດ້ວຍການນຳເອົາຫຼັກທຳຄຳສັງສອນທາງພຣະພຸດທະສາສະໜາມາເປັນແກນກາງໃນການພັດທະນາ, ມີພາລະບົດບາດ ແລະ ໜ້າທີ່ໃນຖານະເປັນຕົວແທນຂອງພຣະສຳມາສຳພຸດທະເຈົ້າໃນດ້ານພຸດທະສາສະໜາເພື່ອສັງຄົມທັງພາຍໃນ ແລະ ຕ່າງປະເທດ. ເຊິ່ງພຣະສະມະນະທູດ ມີໜ້າທີ່ປະຕິບັດຕາມແນວທາງຂອງພຣະສະມະນະທູດຕົ້ນແບບຕັ້ງແຕ່ສະໄໝພຣະພຸດທະການ ແລະ ຫຼັງພຣະພຸດທະການ.




